ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງວຽງຈັນ ມອບເງິນອຸດໜູນໃຫ້ຄອບຄົວ ພະນັກງານ-ນັກຮົບຜູ້ທີ່ເສຍຊີວິດ.
ເວລາອອກຂ່າວ: 2021-09-16 10:05:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 636 | ຄວາມນິຍົມ:



ວັນທີ 3 ກັນຍາ 2021 ນີ້, ກອງບັນຊາການທະຫານແຂວງວຽງຈັນ ໄດ້ມອບເງິນອຸດໝູນ ໃຫ້ຄອບຄົວພະນັກງານ-ນັກຮົບ ຜູ້ທີ່ເສຍຊີວິດຄື: ຄອບຄົວພະນັກງານບໍານານ 7 ຄອບຄົວ, ນາງໝ້າຍ 1 ຄອບຄົວ ແລະ ຜູ້ປະຈໍາການ 1 ຄອບຄົວ, ລວມເງິນທັງໝົດ 705.668.099 ກີບ. ໂດຍການເປັນປະທານ ແລະ ກ່າວມອບຂອງ ສະຫາຍ ພັນເອກ ສົມພັນ ເຮືອງພະຈັນ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງວຽງຈັນ, ມີພະແນກການທີ່ກ່ຽວຂ້ອງ ແລະ ຕາງໜ້າຄອບຄົວພະນັກງານ-ນັກຮົບ ຜູ້ທີ່ເສຍຊີວິດເຂົ້າຮ່ວມ. ເຊິ່ງຈໍານວນເງິນອຸດໜູນດັ່ງກ່າວ ແມ່ນມອບໃຫ້ຄອບຄົວເພື່ອເປັນທຶນຮອນໃນການສ້າງເສດຖະກິດ, ປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນ. ການມອບເງິນຄັ້ງນີ້, ເປັນການປະຕິບັດນະໂຍບາຍລວມຂອງພັກ-ລັດທີ່ມີຕໍ່ນາຍ ແລະ ພົນທະຫານໃນຖັນແຖວກອງທັບປະຊາຊົນລາວ ທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືກົມກອງຕາມໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ທັງເປັນການປະຕິບັດຕາມການຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການຕອບແທນຄຸນງາມຄວາມດີຂອງຜູ້ທີ່ໄດ້ເສຍສະຫຼະແຮງກາຍ ແລະ ສະຕິປັນຍາເພື່ອພາລະກິດປົກປັກຮັກສາປະເທດຊາດ ກໍຄືກົມກອງຂອງຕົນຕະຫຼອດໄລຍະຜ່ານມາ. ໂດຍ: ສາຍຄໍາ ພອນມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ