ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ຄອບຄົວທີ່ປະສົບອັກຄີໄພ
ເວລາອອກຂ່າວ: 2021-09-16 10:02:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 404 | ຄວາມນິຍົມ:



ໃນວັນທີ 8 ກັນຍາ 2021 ນີ້, ສະຫາຍ ພັນໂທ ຄໍາບູ ກຸດາວົງ ຮອງຫ້ອງເຕັກນິກທະຫານແຂວງເຊກອງ ໄດ້ຕາງໜ້າຄະນະ ລົງມອບເຄື່ອງຊ່ວຍເຫຼືອດ້ານອຸປະກອນເຄື່ອງໃຊ້ໃນຄົວເຮືອນ ແລະ ເຄື່ອງບໍລິໂພກຈຳນວນໜຶ່ງ ໃຫ້ອ້າຍນ້ອງທີ່ຖືກອຸທົກກະໄພໄຟໃໝ້ເຮືອນທີ່ບ້ານແບ່ງ ເມືອງລະມາມ ແຂວງເຊກອງ. ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີເງິນທີ່ໄດ້ຈາກການປະກອບສ່ວນຂອງພະນັກງານ-ນັກຮົບທົ່ວຫ້ອງເຕັກນິກ ແລະ ເຄື່ອງອຸປະໂພກຈໍານວນໜຶ່ງ ລວມມູນຄ່າທັງໝົດ 4 ລ້ານ 8 ແສນກ່ວາກີບ. ການຊ່ວຍເຫຼືອຄັ້ງນີ້ ສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໄຍຂອງກົມກອງ ແລະ ພະນັກງານນັກຮົບເພື່ອໃຫ້ກຳລັງໃຈ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຍາມພົບຄວາມຫຍຸ້ງຍາກ. ໃນໂອກາດນີ້, ສະຫາຍ ຮ້ອຍໂທ ກາລະມັງ ເອິດລັດດາ ໄດ້ຕາງໜ້າຄອບຄົວກ່າວສະແດງ ຄວາມຂອບໃຈມາຍັງຄະນະພັກ-ຄະນະບັນຊາຫ້ອງເຕັກນິກກໍ່ຄືກອງບັນຊາການທະຫານແຂວງເຊກອງ,ທີ່ມີຄວາມເປັນຫ່ວງເປັນໄຍ ແລະ ໃຫ້ການຊ່ວຍເຫຼືອຄັ້ງນີ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ