ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ບໍລິສັດມິດຕະພາບ 206 ທະຫານເຂດ 5 ມອບອຸປະກອນການແພດໃຫ້ໂຮງໝໍທະຫານແຂວງຈໍາປາສັກ
ເວລາອອກຂ່າວ: 2021-09-16 10:01:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 408 | ຄວາມນິຍົມ:



ພິທີມອບ-ຮັບອຸປະກອນການແພດຈາກໂຮງໝໍບໍລິສັດມິດຕະພາບ 206 ກອງບັນຊາການທະຫານເຂດ 5 ກອງທັບປະຊາຊົນຫວຽດນາມໃຫ້ແກ່ໂຮງໝໍທະຫານແຂວງຈໍາປາສັກກອງທັບປະຊາຊົນລາວຈັດຂື້ນຢູ່ທີ່ໂຮງໝໍທະຫານແຂວງໃນວັນທີ 3 ກັນຍາ 2021 ນີ້. ໂດຍມີສະຫາຍພັນເອກ ລັດຕະນະວົງ ຫລວງກິ່ງ ຫົວໜ້າຫ້ອງພະລາທິການທະຫານແຂວງຈໍາປາສັກ, ສະຫາຍ ພັນໂທ ຖາວອນ ສິນທະປະເສີດ ຜູ້ອໍານວຍການໂຮງໝໍ ທະຫານແຂວງຈໍາປາສັກ ພ້ອມຄະນະເຂົ້າຮ່ວມເປັນສັກຂີພິຍານ. ຕາງໜ້າກ່າວມອບໂດຍ ສະຫາຍ ຟາມແອັງຕວັນ ຜູ້ອໍານວຍການບໍລິສັດມິດຕະພາບ 206 ແລະ ສະຫາຍ ເວືອງວັນທູ ຜູ້ອໍານວຍການໂຮງໝໍບໍລິສັດມິດຕະພາບ 206 ເຊິ່ງເຄື່ອງທີ່ນໍາມາມອບໃຫ້ໃນຄັ້ງນີ້ມີ: ຜ້າປິດປາກ 4 ຊັ້ນ ຈໍານວນ 5.000 ອັນ, ຢາຂ້າເຊື້ອ 300 ກ່ອງ, ຊົບມືຢາງການແພດ 30 ກັບ, ເຄື່ອງນຸ່ງການແພດ 200 ຊຸດ, ຢາປິ່ນປົວພະຍາດທົ່ວໄປ 2 ແກັດ, ລວມມູນຄ່າທັງໝົດ 95.720.000 ກີບ. ສະຫາຍ ພັນເອກ ລັດຕະນະວົງ ຫລວງກິ່ງ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາກ່າວສະແດງຄວາມຂອບໃຈ ຕໍ່ສະຫາຍ ຟາມແອັ໋ງຕວັ໋ນ ພ້ອມຄະນະກໍ່ຄືໂຮງໝໍບໍລິສັດມິດຕະພາບ 206 ທີ່ຍາມໃດກໍ່ເຫັນໄດ້ຄວາມໝາຍຄວາມສໍາຄັນ ແລະ ເປັນຫ່ວງເປັນໄຍຕໍ່ກອງບັນຊາການທະຫານແຂວງຈໍາປາສັກຢູ່ສະເໝີເຊີ່ງມັນໄດ້ສະແດງໃຫ້ເຫັນເຖີງຄວາມຮັກແພງອັນເລີກເຊີ່ງ ແລະ ສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ-ສອງກອງທັບກໍ່ຄືປະຊາຊົນສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ໝັ້ນຄົງທະນົງແກ່ນ ແລະ ນັບມື້ເພີ່ມພູນຄູນສ້າງຈະເລີນງອກງາມຍິ່ງໆຂື້້ນ. ຂ່າວ-ພາບ: ວິໄລພອນ ວົງວິສອນ ບັນນາທິການຂ່າວ: ທິບມະນີວັນ ຄໍາວິເສດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ