ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງອຸດົມໄຊ ປະກາດແຕ່ງຕັ້ງຂັ້ນພະແນກ ແລະ ຊ່ວຍວຽກ ຂ່າວ-ພາບ: ທະນູວັນ
ເວລາອອກຂ່າວ: 2021-09-15 12:49:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 834 | ຄວາມນິຍົມ:



ໃນວັນທີ 3 ກັນຍາ 2021,ນີ້ ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ປະກາດແຕ່ງຕັ້ງສັບຊ້ອນໜ້າທີ່ຂັ້ນພະແນກ ແລະ ຊ່ວຍວຽກໃຫ້ນາຍທະຫານຢູ່ກົມກອງຂອງຕົນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄຳຢີນ ແສງສຸລີ ຫົວໜ້າການເມືອງກອງບັນຊາການທະຫານແຂວງອຸດົມໄຊ, ມີຄະນະພັກ-ຄະນະກອງບັນຊາການ, ຄະນະພັກ-ຄະນະບັນຊາ ອົງການ 5ຫ້ອງ, ໂຮງຮຽນ, ໂຮງໝໍ, ກອງບັນຊາການທະຫານເມືອງ, ກົມກອງເອກະລາດ ແລະພະນັກງານຫຼັກແຫຼ່ງເຂົ້າຮ່ວມ. ສະຫາຍ ພັນຕີ ບຸນທັນ ໄຊຊົງ ຮອງຫົວໜ້າພະແນກພະນັກງານຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ຮ້ອຍເອກ ບຸນສະຫວັດ ແສງສຸລີ ເປັນຮອງພະແນກອຸປະໂພກ-ບໍລິໂພກຫ້ອງພະລາທິການ ແລະ ຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງອຸດົມໄຊ ວ່າດ້ວຍການແຕ່ງຕັ້ງຮັກສາການຫົວໜ້າພະແນກ ໂດຍແຕ່ງຕັ້ງ ສະຫາຍ ພັນຕີ ນາງ ສົມມີ ໄຊຊົງຄາ ຮັກສາການຫົວໜ້າພະແນກໂຄສະນາ, ສະຫາຍ ພັນຕີ ບຸນທັນ ໄຊຊົງ ຮັກສາການຫົວໜ້າພະແນກພະນັກງານ, ສະຫາຍ ຮ້ອຍເອກ ສີສະຫວ່າງ ແດງສະຫວັນ ຮັກສາການຫົວໜ້າພະແນກຈັດຕັ້ງພັກ, ສະຫາຍ ຮ້ອຍເອກ ຄຳພັນ ວິໄລຄຳ ຮອງຮັກສາການຫົວໜ້າພະແນກບໍລິຫານຫ້ອງພະລາທິການ, ພ້ອມທັງປະກາດແຕ່ງຕັ້ງຊ່ວຍວຽກຂັ້ນພະແນກ, ຫົວໜ້າຂະແໜງການ ແລະຫົວໜ້າໝວດ ຈຳນວນ 13 ສະຫາຍຕື່ມອີກ. ໃນໂອກາດດັ່ງກ່າວ ສະຫາຍ ພົນຈັດຕະວາ ຄຳຢີນ ແສງສຸລີ ໂອ້ລົມຕໍ່ບັນດາສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງພ້ອມກັນອຸທິດສະຕິປັນຍາ, ຄວາມຮູ້ຄວາມສາມາດເຂົ້າໃນການນຳພາ-ຊີ້ນຳຂົງເຂດວຽກງານຂອງຕົນ ຖືເອົາການສຶກສາອົບຮົມການເມືອງນຳພາແນວຄິດເປັນກົກ, ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໂດຍສະເພາະຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ປັບປຸງແບບແຜນວິທີເຮັດວຽກໂດຍຍຶດໝັ້ນຫຼັກການລວມສູນປະຊາທິປະໄຕ, ມີຄວາມສາມັກຄີເປັນເອກະພາບ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານຂອງຕົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ