ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນ22 ສຸ່ມໃສການປູກຝັງ-ລ້ຽງສັດຕິດພັນກັບການພັດທະນາກົມກອງ
ເວລາອອກຂ່າວ: 2021-09-15 11:00:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 413 | ຄວາມນິຍົມ:



ກອງພັນ 22 ທີ່ຂື້ນກັບກອງພັນໃຫຍ່ 202 ກອງພົນທີ 2 ກໍ່ເປັນກົມກອງໜື່ງ ທີ່ນອກຈາກຈະເຮັດສໍາເລັດໜ້າທີ່ການເມືອງທີ່ຂັ້ນເທິງມອບໝາຍໃຫ້ແລ້ວ ຄະນະພັກ-ຄະນະບັນຊາ ຍັງໄດ້ຖືສຳຄັນວຽກງານສ້າງພະລາທິການກັບທີ່ ໂດຍຖືເອົາການປູກຝັງ,ລ້ຽງສັດເປັນຕົ້ນຕໍເພື່ອສ້າງແຫຼ່ງລາຍຮັບໝູນໃຊ້ເຂົ້າໃນການປັບປຸງພັດທະນາກົມກອງໃຫ້ນັບມື້ມີຄວາມແໜ້ນໜາຖາວອນຂື້ນກ່ວາເກົ່າ. ສະຫາຍ ພັນໂທ ຕຸ້ຍ ວົງວັນດີ ຫົວໜ້າພະລາທິການກອງພັນດັ່ງກ່າວໄດ້ໃຫ້ຮູ້ວ່າ ເພື່ອປະຕິບັດຕາມທິດຊີ້ນຳຂອງກົມໃຫຍ່ພະລາທິການກອງທັບ ກໍ່ຄືຫ້ອງພະລາທິການກອງພົນທີ 2 ວາງອອກ ບົນຈິດໃຈເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມແຂງດ້ວຍຕົນເອງ ໂດຍສະເພາະແມ່ນການຈັດຕັ້ງຜະລິດຕາມທິດນຳ 4 ປູກ 4 ລ້ຽງ ເພື່ອສ້າງພະລາທິການກັບທີ່ ແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ແລະ ສ້າງລາຍຮັບສະສົມເປັນທືນຮອນໝູນໃຊ້ເຂົ້າໃນການພັດທະນາກົມກອງ ເຊິ່ງຕະຫຼອດໄລຍະຜ່ານມາຄະນະພັກ ຄະນະບັນຊາກອງພັນນ້ອຍ 22 ກໍ່ໄດ້ຕັ້ງໜ້າເອົາໃຈໃສ່ຊີ້ນຳພະນັກງານ-ຮົບໃຫ້ຮັບຮູ້ເຂົ້າໃຈບົດບາດຄວາມໝາຍຄວາມສຳຄັນຂອງວຽກງານທຳການຜະລິດແກ້ໄຂຊີວິດການເປັນຢູ່ ລ້ຽງດູກຳລັງ ຕາມມູນເຊື້ອຂອງກອງທັບທີ່ມີມາແຕ່ດົນນານແລ້ວ ຈື່ງພ້ອມກັນສ້າງຄວາມຕັດໃຈບຸກບືນຜ່ານຜ່າກໍຳນົດແຜນການຄາດໝາຍສູ້ຊົນແຕ່ລະດ້ານຢ່າງມີຈຸດສຸມ ແລະ ຮູ້ນຳໃຊ້ທ່າແຮງບົ່ມຊ້ອມຕົວຈີງຂອງກົມກອງ ແລະ ສະພາບແວດລ້ອມຂອງກົມກອງຕັ້ງທັບຢູ່ ຈື່ງເຮັດໃຫ້ກົມກອງສາມາດຜ່ານຜ່າຄວາມຫຍຸງຍາກຕ່າງໆ. ສ້າງໄດ້ຟື້ນນຖານການຜະລິດຫຼາຍດ້ານ ແລະ ທ່ວງທ່າຂະຫຍາຍຕົວຂື້ນຢ່າງຕໍ່ເນື່ອງ ເຊິ່ງປະຈຸບັນຟື້ນຖານການຜະລິດຂອງກົມກອງແມ່ນມີເນື້ອທີ່ປູກພືດສວນຄົວ 1,28 ເຮັກຕ່າ ໃນສະເພາະ 6 ເດືອນຕົ້ນປີ ກົມກອງສາມາດເກັບກູຜົນຜະລິດໄດ້ 8353 ກິໂລ, ມີໜອງປາ 10 ໜອງ ມີງົວລ້ຽງ 64 ໂຕ , ລ້ຽງໝູ 41 ໂຕ ,ລ້ຽງສັດປີກ 2.432 ໂຕ , ລ້ຽງກົບໃນກະຊັງອີກຈຳນວນໜື່ງ . ນອກຈາກນີ້ ແຕ່ລະບຸກຄົນກໍ່ໄດ້ແຂ່ງຂັນກັນເຮັດສວນຄົວລ້ຽງເປັດ ລ້ຽງໄກ່ ລ້ຽງໝູເປັນຂອງຕົນເອງເພື່ອພັນທະ ແລະ ຂາຍປ່ອນເຂົ້າເຮືອນຄົວລວມສ້າງລາຍຮັບເພີມໃຫ້ຕົນເອງ. ເວົ້າສະເພາະ 6 ເດືອນຕົ້ນປີຜ່ານມາກົມກອງສາມາສ້າງແຫຼ່ງລາຍຮັບຈາກການປູກຝັ້ງ-ສັດ ຈຳນວນ 261.536.000 ກີບ ສຳລັບແຫຼ່ງລາຍຮັບທີ່ເປັນທືນສະສົມຂອງກົມກອງນັ້ນ ນອກຈາກຈະໄດ້ນຳໃຊ້ເຂົ້າໃນວຽກງານບໍລິຫານອື່ນໆແລ້ວ ຕົ້ນຕໍແມ່ນສຸມໃສ່ການປັບປຸງສະຖານທີ່ຄ້າຍຄູ່ທີ່ຢູ່ອາໄສໃຫ້ມີຄວາມແໜ້ໜາຖາວອນ ແລະ ມີໃບໜ້າອັນໃໝຂື້ນກວ່າເກົ່າ ແລະ ສ້າງສີງແວດລ້ອມທີ່ດີແກ່ການຂະຫຍາຍການຜະລິດ, ດ້ານຊີວິດວັດທະນະທຳຮັບປະກັນໃຫ້ແກ່ການກຸ້ມຕົນເອງໂດຍຟື້ນຖານໃນການລ້ຽງດູກຳລັງ ເຮັດໃຫ້ພະນັກງານ-ນັກຮົບມີແນວຄິດອຸ່ນອຽງທຸ່ນທ່ຽງເຮັດໜ້າທີ່ວຽກງານ ແລະ ມີຄວາມສະນິດຕິດພັນແໜ້ນກັບກົມກອງ. ເວົ້າສະເພາະ 6 ເດືອນຕົ້ນປີຜ່ານມາກົມກອງສາມາດກຸ້ມຕົນເອງດ້ານທືນຮອນ, ວິຊາການ ແລະ ແຮງງານ ປັບປຸງກໍ່ສ້າງສ່ວນປູກຜັກໃນຮົ່ມ ຂະໜາດ 6X24 ຈຳນວນ 2 ຫຼັງ ມູນຄ່າ 21 ລ້ານກີບ, ສ້າງກະດ້ານຂ່າວ ມູນຄ່າ 1.100.000 ກີບ, ສ້າງເຮືອນມ້ຽນເຄື່ອງ 1 ຫຼັງ ມູນຄ່າ 15.692.000 ກີບ , ປັບປຸງຄັນຄູໜອງປາ ມູນຄ່າ 3.500.000 ກີບ. ຜົນສຳເລັດທີ່ຍາດມາໄດ້ນັ້ນກໍ່ຍ້ອມຄະນະພັກ ຄະນະບັນຊາ ແລະ ພະນັກກງານ-ນັກຮົບ ມີຄວາມເປັນເອກະພາບ ຍົກສູງໃນການກຳນົດທິດທາງແຜນການ ແລະ ມີຄາດໝາຍສູ້ຊົນລະອຽດ ມີແບບແຜນວິທີເຮັດວຽກທີ່ຖືກຕ້ອງກັບສະພາບຄວາມເປັນຈີງຂອງກົມກອງ ຈື່ງເຮັດໃຫ້ກົມກອງມີການພັດທະນາຂື້ນເທື່ອກວ່າເກົ່າ ໂດຍ ສຸວັນໂນ ທະລັງສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ