ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານເມືອງຫົງສາ ແຂວງໄຊຍະບູລີ ເລີ່ມລົງມືກໍ່ສ້າງສະໂມສອນຫຼັງໃໝ່
ເວລາອອກຂ່າວ: 2021-09-14 14:51:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 743 | ຄວາມນິຍົມ:



ວັນທີ 8 ກັນຍາ 2021 ນີ້, ກອງບັນຊາການທະຫານເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຕັ້ງກຳລັງຂອງກົມກອງເລີ່ມລົງມືກໍ່ສ້າງສະໂມສອນຫຼັງໃໝ່ ໂດຍການເຂົ້າຮ່ວມຂອງສະຫາຍ ພັນໂທ ສີວັນ ທະນູສິງ ຫົວໜ້າການທະຫານກອງບັນຊາການທະຫານເມືອງຫົງສາ ແຂວງໄຊຍະບູລີ, ມີຄະນະພັກ-ຄະນະບັນຊາ,ພະນັກງານ-ນັກຮົບເຂົ້າຮ່ວມ. ການກໍ່ສ້າງສະໂມສອນຫຼັງໃໝ່ຂອງກອງບັນຊາການທະຫານເມືອງຫົງສາ ເຊິ່ງມີຂະໜາດ 10x16 ແມັດ, ຝາກໍ່ດ້ວຍດິນບ໋ອກ, ໂຄງສ້າງຫຼັງຄາເຮັດດ້ວຍໄມ້, ມຸງດ້ວຍກະເບື້ອງ, ເທພື້ນເບຕົງເສີມເຫຼັກ ລວມມູນຄ່າໃນການກໍ່ສ້າງທັງໝົດ 237 ລ້ານກີບ, ໂດຍແມ່ນທຶນຮອນ ແລະວັດຖຸສົມທົບຂອງກອງບັນຊາການທະຫານເມືອງຫົງສາ, ອົງການປົກຄອງເມືອງ, ແລະ ບັນດາບໍລິສັດ, ຫ້າງຮ້າງ,ນັກທຸລະກິດ ເຊັ່ນ: ອົງການປົກຄອງເມືອງຫົງສາຊ່ວຍເຫຼືອແຮ່, ຊາຍ, ເສົາຊີມັງສຳເລັດຮູບ ຈຳນວນ 18 ຕົ້ນ, ບັນດາບໍລິສັດ, ຮາງຮ້າງ, ນັກທຸລະກິດ ແລະພາກສ່ວນຕ່າງໆຊ່ວຍເຫຼືອ ຊີມັງ ແລະ ດິນບ໋ອກ, ແຮງງານແມ່ນກົມກອງກຸ້ມຕົນເອງ, ສະໂມສອນຫຼັງດັ່ງກ່າວຄາດວ່າຈະກໍ່ສ້າງໃຫ້ສຳເລັດພາຍໃນ 5 ເດືອນ, ແຕ່ເດືອນກັນຍາ 2021-ເດືອນ ມັງກອນ 2022 ໃຫ້ສຳເລັດຕາມແຜນການ. ຂໍ້ມູນ: ສິງດົງ+ຂ່າວ: ສົມຈີນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ