ສະຖາບັນການເງິນຈຸລະພາກມອບເງິນເພື່ອນໍາໃຊ້ຕ້ານໂຄວິດໃຫ້ກອງພົນທີ 3
ເວລາອອກຂ່າວ: 2021-09-14 13:53:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 512 | ຄວາມນິຍົມ:
ວັນທີ 6 ກັນຍາ 2021 ນີ້, ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກພັດທະນາອຸດົມໄຊ ປະຈຳເມືອງຮຸນ ໄດ້ມອບເງິນສົດ ຈຳນວນ 5.000.000 ກີບ ໃຫ້ກອງພົນທີ 3 ເພື່ອໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານຕ້ານແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ 19 ໂດຍການກ່າວມອບ ຂອງ ທ່ານ ນາງ ພອນມາລາ ວົງວິໄລພອນ ຫົວໜ້າໜ່ວຍງານສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກພັດທະນາອຸດົມໄຊ ປະຈຳເມືອງຮຸນ ພ້ອມດ້ວຍຄະນະ, ກ່າວຮັບໂດຍ ສະຫາຍ ພົນຈັດຕະວາ ໄຊຍະວົງ ໄຊນາມທິລາດ ຫົວໜ້າການທະຫານ ກອງພົນທີ 3, ມີຄະນະພັກ-ຄະນະບັນຊາ ແລະພະນັກງານທີກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ໂອກາດດັ່ງກ່າວ, ສະຫາຍ ຫົວໜ້າການທະຫານ ໄດ້ກ່າວສະແດງຄວາມຂອບໃຈ ແລະອວຍພອນໄຊ ໃຫ້ແກ່ຜູ້ຕາງໜ້າມອບເງິນ ພອ້ມດວ້ຍພະນັກງານ ສະຖາບັນການເງິນດັ່ງກ່າວໃຫ້ມີແຕ່ຄວາມຜາສຸກໃນຊີວິດສ່ວນຕົວແລະຄອບຄົວ ມີຄວາມຈະເລີນຮຸ່ງເຮືອງກ້າວໜ້າໃນການດຳເນີນທຸລະກິດຂື້ນໄປເລື້ອຍໆ ແລະສືບຕໍ່ໃຫ້ຄວາມຊ່ວຍເຫລືອແກ່ສັງຄົມຕະຫລອດໄປ.
ໂດຍ: ລີໂດ ດວງສະຫວັນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ