ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບເຂົ້າຮ່ວມຊົ່ວໂມງສອນວິຊາປືນລົດຕັງຢູ່
ເວລາອອກຂ່າວ: 2021-09-14 12:32:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 650 | ຄວາມນິຍົມ:



ວັນທີ 10 ກັນຍາ 2021 ນີ້, ສະຫາຍ ພົນຈັດຕະວາ ຄອນສະຫັວນ ມີ່ງຈໍາປາບານ ຮອງຫົວໜ້າກົົມໃຫ່ຍເຕັກນິກກອງທັບ ໄດ້ເຂົ້າຮ່ວມຊົ່ວໂມງສອນ ວິຊາປືນລົດຕັງ ຂະໜາດ100ມມ ຂອງລົດຕັງ T-54,T-55 ຢູ່ວິທະຍາຄານເຕັກນິກການທະຫານ ເຊິ່ງສອນໂດຍອາຈານຊ່ຽວຊານຈາກ ສສ ຫຽວດນາມ ໃນນີ້ ມີຄະນະພັກ,ຄະນະອຳນວຍການ,ກົມກ່ຽວຂ້ອງ ແລະ ນັກເຝິກອົບຮົມມາຈາກກຳລັງຫຼວງແລະກຳລັງທ້ອງຖີ່ນໃນຖັນແຖວກອງທັບ. ໃນໂອກາດດັ່ງກ່າວ ສະຫາຍ ຮອງຫົວໜ້າກົົມໃຫ່ຍເຕັກນິກກອງທັບ ໄດ້ໃຫ້ທິດຊີ້ນຳຫຼາຍບັນຫາສຳຄັນຕໍ່ນັກເຝິກອົບຮົມ ເປັນຕົ້ນແມ່ນ ວຽກງານສຶກສາອົບຮົມການເມືອງນຳພາແນວຄິດເປັນກົກ, ວຽກງານວິຊາສະເພາະເປັນບັນຫາສຳຄັນ ໃຫ້ແຕ່ລະສະຫາຍເອົາໃຈໃສ່ຍົກລະດັບການ ຖອດຖອນຄວາມຮູ້ນໍາຄູອາຈານໃຫ້ໄດ້ມາດຕະຖານຕາມການຊີ້ນຳຂອງຂັ້ນເທິງເພື່ອນຳໄປປັບປຸງໃຫ້ກອງທັບປະຊາຊົນລາວກ້າວໜ້າທັນສະໄໝ ໃຫ້ທຽບທັນກັບກອງທັບປະເທດມະຫາອຳນາດ, ເອົາໃຈໃສ່ ປະຕິບັດຂໍ້ກຳນົດກົດລະບຽບການຂຶ້ນຫ້ອງລົງຫ້ອງ,ຕັ້ງໜ້າຄົ້ນຄ້ວາຮໍ່າຮຽນ ນຳເອົາຄວາມຮູ້,ຄວາມສາມາດຂອງຕົນທີ່ໄດ້ສຶກສາຮໍ່າຮຽນ,ໄປຈັດຕັ້ງປະຕິບັດໃນຖັນແຖວກອງທັບ ກໍຄືໃນກົມກອງຂອງຕົນໃຫ້ປະກົດຜົນເປັນຈິງ ພ້ອມກັນຮັກສາຄວາມສາມັກຄີໃຫ້ໜັກແໜ້ນໃນລະຫວ່າງຄູອາຈານ,ຊ່ຽວຊານ ຈິງໃຈເອົາໃຈໃສ່ສຶກສາຮໍ່າຮຽນ ເພຶ່ອຍາດເອົາຄວາມຮູ້ນຳຄູອາຈານເພຶ່ອນຳໄປພັດທະນາຕົນເອງໃຫ້ກາຍເປັນພະນັກງານເຕັກນິກ,ຜູ້ສຶບທອດທີ່ດີຂອງກົມກອງ. ໂດຍ: ຄຳຜີວ ພັນວິໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ