ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຮອງຫົວໜ້າກົມໃຫ່ຍເສນາທິການກອງທັບ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ຢູ່ກອງພົນທີ 1
ເວລາອອກຂ່າວ: 2021-09-14 12:29:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 583 | ຄວາມນິຍົມ:



ວັນທີ 7 ກັນຍາ ປີ 2021 ນີ້, ສະຫາຍ ພົນຈັດຕະວາ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫ່ຍເສນາທິການກອງທັບພ້ອມດ້ວຍທີມງານ ໄດ້ເຄື່ອນໄຫວເຮັດວຽກ ຢູ່ກອງພົນທີ 1 ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ວົງຈັນ ພັນຈັນທະມານ ຫົວໜ້າການເມືອງກອງພົນທີ 1, ມີຄະນະພັກ, ຄະນະບັນຊາ, ພະນັກງານຫລັກແຫລ່ງ ແລະ ກົມກອງອ້ອມຂ້າງເຂົ້າຮ່ວມ. ໃນໂອກາດ ສະຫາຍ ພົນຈັດຕະວາ ວັນທອງ ບຸດຕະວົງ ກໍໄດ້ພົບປະໂອ້ລົມຕໍ່ພະນັກງານຫລັກແຫ່ລງກອງພົນ ເຊິ່ງກ່ອນອື່ນສະຫາຍໄດ້ສະເໜີພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໂດຍຫຍໍ້ ເນື່ອງໃນໂອກາດທີ່ໄດ້ຮັບການມອບໝາຍຈາກຂັ້ນເທີງໃຫ້ມາຢ້ຽມຢາມເພື່ອແນະນໍາໂຕໃຫ້ຄະນະພັກ, ຄະນະບັນຊາ, ພະນັກງານ - ນັກຮົບ ໃນທົ່ວກອງພົນທີ 1ໄດ້ຮັບຮູ້. ນອກນັ້ນ ກໍຍົກໃຫ້ຮູ້ສະພາບການຂອງໂລກ, ພາກພື້ນ ທີ່ມີການຜັນແປໄປຢ່າງສະຫຼັບຊັບຊ້ອນ ທີ່ຄາດຄະເນໄດ້ຍາກ, ສະພາບການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ທີ່ກຳລັງກະຈາຍຢູ່ທຸກມຸມໂລກ ແລະ ທີ່ສຳຄັນໃນປະເທດເຮົາ ພວມປະສົບກັບຄວາມຍຸ້ງຢາກ, ຂາດເຂີນທາງດ້ານເສດຖະກິດ, ສັງຄົມຍັງມີຫາຍສຽງຈົ່ມວ່າ. ສະນັ້ນບັນຫາດັ່ງກ່າວ, ທຸກຄົນຕ້ອງເປັນເຈົ້າການ ໃນການປະຕິບັດຄຳສັ່ງ 15/ນຍ ໃນການຕ້ານ ແລະ ສະກັດກັ້ນບໍ່ໃຫ້ເຊື້ອພະຍາດແຜ່ອອກສູ່ວົງກວ້າງ. ພ້ອມດຽວກັນນັ້ນ, ສະຫາຍ ຍັງໄດ້ຢໍ້າຄືນເຖິງມູນເຊື້ອອັນດີງາມ ທີ່ເຄີຍມີມາແຕ່ເຫິງນານກັບປະເທດເພື່ອນມິດຍຸດທະສາດອ້າຍນ້ອງ ບ້ານໃກ້ເຮືອນຄຽງ ແລະ ເພື່ອນມິດທີ່ເຄີຍໃຫ້ການອູ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນຕະຫຼອດມາ ຄື: ລາວ-ຫວຽດນາມ, ລາວ-ກໍາປູເຈຍ ແລະ ລາວ- ສະຫະພັນຣັດເຊຍ ທີ່ເຄີຍຮ່ວມທຸກຮ່ວມສຸກ ແລະ ຮ່ວມອຸດົມການອັນດຽວກັນ ຄືຕົກຢູ່ໃນສະຕາກໍາອັນດຽວກັນ ໃນການຕໍ່ສູ້ຕີຕ້ານ ຂັບໄລ່ພວກລ່າເມືອງຂຶ້ນ ແລະ ພວກຈັກກະພັດຕ່າງຊາດທີ່ເຂົ້າມາຮຸກຮານ. ຕອນທ້າຍຂອງການພົບປະໂອ້ລົມ ສະຫາຍ ຮອງຫົວໜ້າກົມໃຫ່ຍເສນາທິການກອງທັບ ຍັງໄດ້ກ່າວຂອບອົກຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງກອງພົນທີ1 ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຫຼາຍດ້ານໃນການປະກອບສ່ວນທຸກໜ້າທີ່ວຽກງານເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພາລະກິດປ່ຽນແປງໃໝ່ຂອງພັກຢ່າງສະໝໍ່າສະເໝີຕະຫຼອດມາ. ຈາກຜົນງານບົນຍ່ານທາງປະຫວັດສາດຢ່າງອົງອາດກ້າຫານ, ເດັດດ່ຽວໜຽວແໜ້ນ, ຜ່ານຜ່າຄວາມຫຍຸ້ງຍາກ, ມີນໍ້າໃຈເສຍສະຫຼະອັນສູງສົ່ງ, ມີນໍ້າໃຈດຸໝັ້ນຂະຫຍັນພຽນ ໃນການອອກແຮງງານ ເພີ່ມພູນຜະລິດຜົນ ແລະ ປະຢັດທັດທ່ຽງ ຂອງອ້າຍນ້ອງພະນັກງານ-ນັກຮົບກອງພົນທີ1 ຈຶ່ງເຮັດໃຫ້ບົດບາດ ມີຄວາມສວຍສົດງົດງາມໃນຖັນແຖວກອງທັບ. ເພື່ອຮັກສາແໜ້ນມູນເຊື້ອ ດັ່ງກ່າວໄວ້, ສະຫາຍໄດ້ຮຽກຮ້ອງ ແລະ ເນັ້ນໜັກໃຫ້ ຄະນະພັກ-ຄະນະບັນຊາ ຕະຫຼອດຮອດ ພະນັກງານ-ນັກຮົບ ທີ່ຂຶ້ນກັບກອງພົນທີ 1 ທຸກສະຫາຍ ຕ້ອງເຊື່ອມຊຶມກໍາແໜ້ນຢ່າງເລິກເຊິ່ງ ຕໍ່ແນວທາງນະໂຍບາຍຂອງພັກ, ເຊື່ອໝັ້ນຕໍ່ການກ້າວເດີນຂອງປະເທດຊາດ ບົນເສັ້ນທາງສັງຄົມນິຍົມ ອັນສະຫວ່າງສະໄຫວຂອງພັກ, ເຊີດຊູນໍ້າໃຈປະຕິວັດຢ່າງໜຽວແໜ້ນ, ຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງກອງທັບ,ຂອງກົມກອງ, ຍົກສູງບົດບາດ ເປັນເຈົ້າການເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ ບົນຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ ມອບໝາຍໃຫ້ບຸກຄົນຮັບຜິດຊອບ, ມີແບບແຜນດໍາເນີນຊີວິດ ແລະ ແບບແຜນວິທີເຮັດວຽກຢ່າງຮັດກຸມລະອຽດຈະແຈ້ງ, ມີແນວຄິດການເມືອງໜັກແໜ້ນ, ຕິດພັນແໜ້ນກັບອໍານາດການປົກຄອງທ້ອງຖິ່ນ, ຍູ້ແຮງການອູ້ມຊູຊ່ວຍເຫຼືອປະຊາຊົນໃນທຸກດ້ານຢ່າງຕັ້ງໜ້າ ແລະ ຈິງໃຈ ເພື່ອສ້າງພຶ້ນຖານປະຊາຊົນ ໃຫ້ມີຄວາມອຸດົມຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສະຫງົບ ສີວິໄລ ແລະ ຍຸຕິທໍາ. ໂດຍ: ຕິກ ມູນຄຳເຮືອງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ