ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງໄຊຍະບູລີຈັດຕັ້ງເຜີຍແຜ່ເຊື່ອມຊຶມເອກະສານທີ່ສຳຄັນຂອງສອງຊາດລາວ-ຫວຽດນາມ
ເວລາອອກຂ່າວ: 2021-09-13 16:24:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1217 | ຄວາມນິຍົມ:



ໃນວັນທີ 9 ກັນຍາ 2021 , ກອງບັນຊາການທະຫານແຂວງໄຊຍະບູລີໄດ້ຈັດກອງປະ ຊຸມເຜິຍແຜ່ເຊື່ອມຊຶມເນື້ອໃນເອກະສານຂໍ້ຕົກລົງວ່າດ້ວຍຍຸດທະສາດການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລັດຖະບານ ແຫ່ງ      ສາທາລະນະລັດ ສັງຄົມນິຍົມຫວຽດນາມໄລຍະ 2011-2020 ແລະແຜນການຮ່ວມມື 2021-2030, ເອກະສານສັນຍາວ່າດ້ວຍການຮ່ວມມື ທະວີພາຄີໄລຍະ 2021-2025 ໂດຍການເປັນປະທານຂອງສະຫາຍ ພັນເອກ ດາວນ້ອຍ ບຸດບົວທອງ  ຫົວໜ້າການເມືອງກອງບັນຊາການທະຫານແຂວງໄຊຍະບູລີ, ມີຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, ກົມກອງອ້ອມຂ້າງ, ໂຮງຮຽນ, ໂຮງໝໍ, ຫົວໜ້າພະແນກການ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.          ສະຫາຍ ພັນເອກດາວນ້ອຍ ບຸດບົວທອງ ໄດ້ເຜີຍແຜ່ບັນດາເນຶ້ອໃນເອກະສານໂດຍໄດ້ຍົກໃຫ້ເຫັນບັນດາຜົນສຳເລັດໃນການຮ່ວມມືທາງດ້ານຍຸດທະສາດ ລະຫວ່າງ ສອງລັດຖະບານ ລາວ ແລະ ລັດຖະບານ ຫວຽດນາມ ໄລຍະ 2011-2020 ແລະ ແຜນການຮ່ວມມືທາງດ້ານຍຸດທະສາດ 2021-2030 ແລະ ສັນຍາຮ່ວມມືທະວີພາຄີ 2021-2025 ໂດຍໄດ້ກໍານົດເອົາບັນດາທິດທາງລວມຂອງສອງປະເທດເພື່ອສືບຕໍ່ປັບປຸງເສີມຂະຫຍາຍ ແລະ ການພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ກ່າວເຂົ້າສຸ່ລວງເລິກ, ສະໜິດສະໜົມໄວ້ເນື້ອເຊື່ອໃຈກັນ, ຮັກສາບົດບາດແກນຫຼັກ, ກຳນົດທິດທາງລວມຂອງການພົວພັນສອງປະເທດ, ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານເສດຖິດ, ວັດທະນະທຳ-ສັງຄູົມ, ສຶກສາ, ວິທະຍາສາດ-ເຕັກນິກ ແລະການຕ່າງປະເທດໃຫ້ນັບມື້ນັບມີປະສິດທິຜົນ ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ບົນພື້ນຖານຕ້ອງປະຕິບັດໃຫ້ສອດຄ່ອງກັບຂໍ້ກຳນົດລະບຽບກົດໝາຍຂອງແຕ່ລະປະເທດໃຫ້ໄດ້ຜົນດີ, ໂອກາດດັ່ງກ່າວ, ສະຫາຍ ພັນເອກ ດາວນ້ອຍ ບຸດບົວທອງ ຍັງໄດ້ລົງເຜີຍແຜ່ ເອກະສານດັ່ງກ່າວຢູ່ກອງພັນ 419 ທະຫານແຂວງໄຊຍະບູລີ ໂດຍມີຄະນະພັກ-ຄະນະບັນຊາກົມກອງ ພະນັກງານ-ຮົບເຂົ້າຮ່ວມຮັບຟັງ ແລະຢູ່ກອງຮ້ອຍ 21 ກໍ່ຈັດຕັ້ງເຜີຍແຜ່ເອກະສານດັ່ງກ່າວເຊັນດຽວກັນ ໂດຍການເຜີຍແຜ່ຂອງ ສະຫາຍ ພັນເອກ ຄຳເຟື່ອນ ບຸນມີ ຫົວໜ້າຫ້ອງການກອງບັນຊາການທະຫານແຂວງໄຊຍະບູລີ, ຈຸດປະສົງໃນການເຜີຍແຜ່ເຊື່ອມຊຶມເອກະສານໃນຄັ້ງນີ້ ກໍເພື່ອເຮັດໃຫ້ຄະນະພັກ-ຄະນະບັນຊາ ພະນັກງານ-ນັກຮົບໄດ້ຮັບຮູ້ ແລະເຂົ້າໃຈເຖິງພາລະບົດບາດ ສິດໜ້າທີ່ໃນການພົວ ພັນຮ່ວມມືຮອບດ້ານລະຫວ່າງ ລັດຖະບານ ສາທາລະນະລັດ ປະຊາທິປໄຕ ປະຊາຊົນລາວ ແລະ ລັດຖະບານ ສາທາລະນະລັດ ສັງຄົມນິຍົມຫວຽດນາມໃຫ້ເຂົ້າສຸ່ລວງເລິກຍິ່ງໆຂຶ້ນ. ຂ່າວ + ພາບ ສົມຈີນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ