ກອງທັບປະຊາຊົນລາວ

ວັນສຸກ, ວັນທີ 24 ກັນຍາ 2021



ລັດຖະມົນຕີກະຊວງປ້ອງກັນປະເທດ ລົງກວດກາຄວາມຄືບໜ້າໂຄງການກໍ່ສ້າງກອງພັນໃຫຍ່ 621
ເວລາອອກຂ່າວ: 2021-09-09 12:16:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 79 | ຄວາມນິຍົມ:



ໃນວັນທີ 8 ກັນຍາ 2021 ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມຄະນະນຳກະຊວງ, ບັນດາກົມໃຫຍ່, ຫ້ອງວ່າການກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງກວດກາຄວາມຄືບໜ້າໂຄງການກໍ່ສ້າງກອງພັນໃຫຍ່ 621. ໂອກາດດັ່ງກ່າວ ສະຫາຍ ພຶດສະພາ ພູມມະສັກ ຕາງໜ້າບໍລິສັດ ນໍຣິນໂກ ສປ ຈີນ ຜູ້ຮັບເໝົາໂຄງການກໍ່ສ້າງກອງພັນໃຫຍ່ 621 ໃຫ້ຮູ້ວ່າ: ໂຄງການດັ່ງກ່າວໄດ້ເລິ່ມລົງມືການກໍ່ສ້າງມາແຕ່ເດືອນສິງຫາ 2019 ເປັນຕົ້ນມາ, ສະເພາະວຽກຊ່າງແສງແມ່ນເລິ່ມລົງມືແຕ່ເດືອນມິຖຸນາ 2018 ເປັນຕົ້ນມາ, ເຊິ່ງບັນດາໜ້າວຽກ ແລະ ຄວາມຄືບໜ້າຂອງໂຄງການກໍ່ສ້າງພື້ນຖານໂຄງລ່າງ ຂອງກອງພັນໃຫຍ່ 621 ໄດ້ແບ່ງອອກເປັນ 5 ໂຊນ ແລະ 1 ເສັ້ນທາງລວມ ຄື: ໂຄງການກໍ່ສ້າງ (ໂຊນ A) ເຂດທີ່ຕັ້ງກອງພັນໃຫຍ່ ມີເນື້ອທີ່ 38,5 ເຮັກຕາ ສຳເລັດ 80%, (ໂຊນ B) ເຂດທີ່ຕັ້ງສາງຍຸດໂທ ມີເນື້ອທີ່ 20 ເຮັກຕາ ສໍາເລັດ 31,9%, (ໂຊນ C) ເຂດພື້ນທີ່ສະໜາມຫັດແອບ ມີເນື້ອທີ່ 15 ເຮັກຕາ ສຳເລັດ 100% ໃນການປັບເດີ່ນ, (ໂຊນ D) ເຂດທີ່ຕັ້ງໂຮງຫມໍ 30 ຕຽງຂອງກອງພັນໃຫຍ່ ມີເນື້ອທີ່ 1 ເຮັກຕາ ສຳເລັດ 18%, (ໂຊນ E) ເຂດຈຸດຕົກລູກສອນໄຟ ຫຼືເຂດສັງເກດການ ສຳເລັດ 98%, ວຽກຕາຂ່າຍໄຟຟ້າ ສໍາເລັດ 100%, ວຽກສະໜອງຈັດຊື້ເຟີນິເຈີເຂົ້າໂຄງການ ສຳເລັດ 20%, ວຽກສະໜອງຈັດຊື້ ແລະ ຕິດຕັ້ງລະບົບຄວາມປອດໄພ ສຳເລັດ 50%, ເຊິ່ງຄ້າຍກອງພັນໃຫຍ່ດັ່ງກ່າວປະກອບມີ: ຫ້ອງການກອງພັນນ້ອຍ, ເຂດກອງຮ້ອຍປ້ອງກັນ, ກອງຮ້ອຍສ້ອມແປງ, ກອງຮ້ອຍບັນຊາ, ສາງຍຸດໂທ, ກາລາສ້ອມແປງລົດ, ສາງອາໄຫຼ່, ສາງອຸປະໂພກ-ບໍລິໂພກ, ປໍ້ານໍ້າມັນ ແລະ ໂຮງງານນໍ້າປະປາຂະໜາດນ້ອຍ, ສັງລວມແລ້ວ ມາຮອດປັດຈຸບັນຄວາມຄືບໜ້າຂອງໜ້າວຽກຕ່າງໆ ສຳເລັດແລ້ວ 86,37%, ຄາດວ່າຈະໃຫ້ສຳເລັດ 100% ໃນທ້າຍປີນີ້, ລວມມູນຄ່າການກໍ່ສ້າງທັງໝົດ 76 ລ້ານ 4 ແສນກວ່າໂດລາສະຫະລັດ. ໂອກາດນີ້ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບຊີ້ນຳໂຄງການ ແລະ ບໍລິສັດຜູ້ຮັບເໝົາ ທີ່ໄດ້ເອົາໃຈໃສ່ຊີ້ນຳລົງເລິກໃກ້ຊິດຕິດແທດຢ່າງເປັນປະຈຳ ເຮັດໃຫ້ໂຄງການມີຄວາມຄືບໜ້າບັນລຸຕາມຄາດໝາຍ, ເພາະວ່າໂຄງການດັ່ງກ່າວເປັນໂຄງການໜຶ່ງທີ່ສຳຄັນ ນອນຢູ່ໃນໂຄງການຍຸດທະສາດຂອງກະຊວງປ້ອງກັນປະເທດ, ໃນໄລຍະຜ່ານມາເຖິງວ່າຈະພົບຄວາມຫຍຸ້ງຍາກຫຼາຍດ້ານກໍ່ຕາມ ໂດຍສະເພາະແມ່ນການລະບາດຂອງພະບາດໂຄວິດ 19, ລະດູຝົນເສັ້ນທາງໄປມາບໍ່ອໍານວຍຄວາມສະດວກເຮັດໃຫ້ການຂົນສົ່ງວັດຖຸອຸປະກອນຊັກຊ້າບາງຊ່ວງ ແລະ ລວມເຖິງວຽກງານອື່ນໆກໍ່ຕາມ, ລັດຖະມົນຕີກະຊວງປ້ອງກັນປະເທດ ຍັງໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບຊີ້ນຳ, ບໍລິສັດຜູ້ຮັບເໝົາ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງພ້ອມກັນຕັດສິນໃຈອົດທົນຜ່ານຜ່າຂໍ້ຫຍຸ້ງຍາກນາໆປະການ ແລະ ສືບຕໍ່ປັບປຸງບາງໜ້າວຽກທີ່ຍັງຄົງຄ້າງ ເພື່ອດັດແປງແກ້ໄຂໃຫ້ຖືກຕ້ອງ ສອດຄ່ອງຕາມເຕັກນິກ ມາດຕະຖານແຜນຜັງທີ່ໄດ້ວາງໄວ້, ສຸມທຸກສະຕິປັນຍາເຫື່ອແຮງເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງຂອງກອງພັນໃຫຍ່ 621 ໃຫ້ສຳເລັດຕາມແຜນການທີ່ວາງໄວ້.




 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ