
![]()
ມອບ-ໂອນ ກອງຮ້ອຍ 705 ແລະ ກອງຮ້ອຍ 706 ໃຫ້ຂື້ນກັບກອງບັນຊາການທະຫານອາກາດ
ເວລາອອກຂ່າວ: 2021-09-09 11:12:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 22 | ຄວາມນິຍົມ: ![]()
ໂດຍປະຕິບັດຕາມການເຫັນດີຕົກລົງເປັນເອກະພາບຂອງຄະນະກອງບັນຊາການທະຫານອາກາດ ວ່າດ້ວຍການໂອນ 2 ກອງບິນ ຫຼວງພະບາງ ແລະ ປາກເຊ ຂື້ນກັບກອງບັນຊາການທະຫານອາກາດ ແລະ ປ່ຽນຊື່ຈາກກອງຮ້ອຍ 307 ເປັນກອງຮ້ອຍ 705 ແລະ ກອງຮ້ອຍ 308 ເປັນກອງຮ້ອຍ 706. ໃນວັນທີ 3 ກັນຍາ 2021 ນີ້, ໄດ້ມີພິທີມອບ-ໂອນ ກອງຮ້ອຍ 705 ແລະ ກອງຮ້ອຍ 706 ໃຫ້ຂື້ນກັບການຊີ້ນໍາ-ບັນຊາໂດຍກົງຂອງກອງບັນຊາການທະຫານອາກາດ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ພູຫຼວງ ບົວພະຈັນ ຫົວໜ້າການເມືອງ ກອງບັນຊາການທະຫານອາກາດ, ມີຄະນະຫ້ອງ, ຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 702-703 ແລະ ຄະນະ ກອງຮ້ອຍ 307, 308 ເຂົ້າຮ່ວມ.
ສະຫາຍພັນໂທ ສຸລີວັນ ພັນທະລັງສີ ຫົວໜ້າ ການເມືອງກອງຮ້ອຍ 307 ໄດ້ຂື້ນລາຍງານສະພາບ ທີ່ຕັ້ງ, ພາລະບົດບາດ ຂອງກອງຮ້ອຍ 307 ຂື້ນກັບກອງພັນໃຫຍ່ 703 ເຊິ່ງເປັນກອງຮ້ອຍເອກະລາດ ປະຈຳຢູ່ສະໜາມບິນຫຼວງພະບາງ ເຊີ່ງໄດ້ຮັບການສ້າງຕັ້ງຂື້ນໃນວັນທີ 11/10/2010 ເຊີ່ງປະຕິບັດເຮັດໜ້າທີ່ຮັບໃຊ້ການບິນ, ພາກພື້ນດິນໃຫ້ກອງພັນໃຫຍ່ ເຊີ່ງໃນໄລຍະຜ່ານມາຄະນະພັກກອງຮ້ອຍໄດ້ຍົກສູງເອົາໃຈໃສ່ສືກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານ-ນັກຮົບມີແນວຄິດອຸ່ນອ່ຽງທຸ່ນທ່ຽງຕໍ່ໜ້າທີ່ວຽກງານເມືອງເປັນຢ່າງສູງ,ຈັດຕັ້ງນໍາພາເຊື່ອມຊືມບັນດາເອກະສານຂອງພັກ-ລັດ ຂອງກອງທັບເປັນປະຈຳ, ດຳເນີນຊີວິການເມືອງຂັ້ນໝູ່,ຂັ້ນໝວດ, ກອງຮ້ອຍ ເປັນປົກກະຕິ, ຈັດຕັ້ງລະບົບປະຈໍາການປ້ອງກັນເວນຍາມສະຖານທີ່ຂອບເຂດຄ້າຍຄູໃຫ້ມີຄວາມສະຫງົບຕະຫຼອດ 24 ຊົ່ວໂມງ, ຈັດຕັ້ງຮ່ຳຮຽນວີຊາການທະຫານ, ວິຊາງົດງາມ, ລະບຽບຮູບແຖວຂັ້ນໝູ່-ໝວດ ແລະ ຫັດກາຍ 2 ບົດ 24 ຈັງຫວະ, ຫັດກາຍມວຍ 16 ຈັງຫວະ ແລະ ປະຕິບັດ7ລະບອບ18 ວຽກກອງທັບວາງອອກຢ່າງເຂັ້ມງວດ, ນອກນັ້ນຍັງໄດ້ສຸມໃສ່ວຽກງານວິຊາສະເພາະຮັບໃຊ້ການບິນ, ພາກພື້ນດີນ, ມີພາຫະນະເຕັກນິກຮັບໃຊ້ປະກອບມີ ລົດສະແຕັກນ້ຳມັນ 2 ຄັນ, ລົດສາກໄຟຍົນ 1 ຄັນ ແມ່ນໄດ້ເອົາໃຈໃສ່ບົວລະບັດພັດເຊັດປົກປັກຮັກສາເພື່ອໃຫ້ໃຊ້ຍາວນານຮັບໃຊ້ການບິນ. ຈາກນັ້ນ, ສະຫາຍພັນໂທ ພິລາວົງ ມະໂນລາ ຮອງຫົວໜ້າ ຫ້ອງການກອງບັນຊາການທະຫານອາກາດ ກໍ່ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການໂອນກອງຮ້ອຍ 705 ແລະ ກອງຮ້ອຍ 706 ຂື້ນໂດຍກົງກັບກອງບັນຊາການທະຫານອາກາດ ກອງທັບປະຊາຊົນລາວ. ອີງຕາມດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການສ້າງຕັ້ງກອງບັນຊາການທະຫານອາກາດ ກອງທັບປະຊາຊົນລາວ.
ໂດຍ: ສີທາ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ














