ຈັດຕັ້ງສອບເສັງ ແລະ ມອບໃບຢັ້ງຢືນໃຫ້ພະຍາບານໂຮງໝໍສູນກາງ103 ທີ່ສໍາເລັດການອົບຮົມ
ເວລາອອກຂ່າວ: 2021-09-09 10:54:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 670 | ຄວາມນິຍົມ: ![]()
ວັນທີ 03 ກັນຍາ 2021, ໂຮງໝໍສູນກາງ103 ກອງທັບ ໄດ້ຈັດພິທີສອບເສັງ ແລະ ມອບໃບຢັ້ງຢືນຊຸດອົບຮົມວິທີການລ້າງມື, ວິທີການສົ່ງເຊໂລມ ແລະ ວິທີແນະນຳຄົນເຈັບ, ພີ່ນ້ອງຄົນເຈັບທີ່ມາໃຊ້ບໍລິການຢູ່ໂຮງໝໍ ໃຫ້ພະຍາບານໃນໂຮງໝໍສູນກາງ103 ກອງທັບ. ໂດຍການເປັນປະທານຂອງ ທ່ານ ພັນເອກ ດຣ ສຸລິພັນ ເພັດຈັນທະລາ ຫົວໜ້າການທະຫານໂຮງໝໍສູນກາງ 103 ກອງທັບ, ເຂົ້າຮ່ວມມີ ທ່ານ ພັນເອກ ດຣ ນາງ ມາລີວອນ ສຸລິຍະແສງ ຫົວໜ້າການເມືອງໂຮງໝໍສູນກາງ 103 ກອງທັບ, ທ່ານ ຮສຈ ດຣ ນາງ ຫວັງເຫວີນ ຫົວໜ້າຄະນະຊ່ຽວຊານໂຮງໝໍຊີຈິງກອງທັບ ສປ ຈີນ ພ້ອມຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ທ່ານ ພັນໂທ ດຣ ນາງ ຈັນສະໝອນ ວັນລາສີ ຮອງຫົວໜ້າຫ້ອງອົບຮົມ-ຄົ້ນຄວ້າວິທະຍາສາດໂຮງໝໍສູນກາງ 103 ກອງທັບ ແລະ ທ່ານ ອາຈານ ຫຼີຢ້ຽນຟ່າງ ຄະນະຊ່ຽວຊານໂຮງໝໍຊີຈິງກອງທັບ ສປ ຈີນ ເປັນຄະນະກຳມະການສອບເສັງໃນຄັ້ງນີ້ ໄດ້ຂຶ້ນຜ່ານບົດສະຫຼຸບໃນໄລຍະການຝຶກອົບຮົມ 01 ເດືອນ, ມີນັກຝຶກອົບຮົມ 25 ສະຫາຍ ເຊິ່ງໄດ້ຮັບການອົບຮົມກ່ຽວກັບວິທີລ້າງມື, ວິທີສົ່ງເຊໂລມ ແລະ ວິທີແນະນຳຄົນເຈັບ, ພີ່ນ້ອງຄົນເຈັບທີ່ມາໃຊ້ບໍລິການໂຮງໝໍ ໃຫ້ຖືກຕ້ອງຕາມຫຼັກວິຊາການຂອງແພດ ຈາກການຖ່າຍທອດຄວາມຮູ້ຂອງຄະນະຊ່ຽວຊານໂຮງໝໍຊີຈິງກອງທັບ ສປ ຈີນ ລວມມີພາກທິດສະດີ ແລະ ພາກປະຕິບັດຕົວຈິງ. ຜ່ານການອົບຮົມສາມາດຕີລາຄາແບ່ງປະເພດຂັ້ນເກັ່ງ 8 ສະຫາຍ ແລະ ກາງ 17 ສະຫາຍ.
ໃນຕອນທ້າຍພິທີ ທ່ານປະທານພິທີໄດ້ມອບໃບຢັ້ງຢືນໃຫ້ນັກຝຶກອົບຮົມ ແລະ ມີຄຳເຫັນຕໍ່ພິທີປິດຊຸດຝຶກອົບຮົມ ເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ທຸກພາກສ່ວນທີ່ເຮັດສຳເລັດໜ້າທີ່ຂອງຕົນ ເວົ້າລວມ, ເວົ້າສະເພາະກໍ່ຄື ພະຍາບານ-ແພດໝໍຂອງໂຮງໝໍສູນກາງ 103 ກອງທັບເຮົາ ແລະຂອບໃຈຢ່າງສູງຕໍ່ຄະນະຊ່ຽວຊານໂຮງໝໍຊີຈິງກອງທັບ ສປ ຈີນ ທີ່ໄດ້ຖ່າຍທອດຄວາມຮູ້ໃນຄັ້ງນີ້ ເພື່ອນໍາໃຊ້ເຂົ້າໃນວຽກງານວິຊາສະເພາະຕົວຈິງ ແລະ ຮຽກຮ້ອງໃຫ້ນັກຝຶກອົບຮົມຈົ່ງນໍາໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ຕາມຫຼັກວິຊາການຂອງແພດ ແລະ ຮັບປະກັນການປະຕິບັດວຽກງານ 5 ດີ 1 ພໍໃຈ ຂອງກະຊວງສາທາລະນະສຸກວາງອອກ.
ຂຽນໂດຍ: ອະນຸສັກ ພົມໄຊຍະສອນ
ພາບໂດຍ: ທ. ເລິດວິໄລ ວົງຈໍາປາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















