
![]()
ຫົວໜ້າການເມືອງກອງພົນທີ 4 ລົງຢ້ຽມຢາມ ແລະ ຊີ້ນຳວຽກງານຢູ່ກອງພັນ 118 ແລະ 123
ເວລາອອກຂ່າວ: 2021-09-03 19:52:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2025 | ຄວາມນິຍົມ: ![]()
ວັນທີ 31 ສິງຫາ 2021, ສະຫາຍ ພົນຈັດຕະວາ ສົມຈິດ ກິດຕິຍະລາດ ຫົວໜ້າການເມືອງ ກອງພົນທີ 4 ໄດ້ລົງເຄື່ອນໄຫວ ພົບປະໂອ້ລົມ ແລະ ຢ້ຽມຢາມກອງ ພັນ 118, ກອງພັນ 123 ທີ່ຂຶ້ນ ກັບກອງພັນໃຫຍ່ 401, ໂດຍໃຫ້ ການຕ້ອນຮັບຂອງ ສະຫາຍ ພັນ ໂທ ເຂັມພອນ ມູນທະດີ ຫົວໜ້າການທະຫານກອງພັນໃຫຍ່ 401 ພ້ອມດ້ວຍຄະນະ, ມີຄະນະພັກ- ຄະນະບັນຊາຕະຫຼອດຮອດພະ ນັກງານຫຼັກແຫຼ່ງເຂົ້າຮ່ວມ.
ໃນໂອກາດດັ່ງກ່າວສະຫາຍ ພົນຈັດຕະວາ ສົມຈິດ ກິດຕິຍະ ລາດ ໄດ້ໂອ້ລົມ ແລະ ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນ ງານທີ່ກົມກອງເຮັດສຳເລັດໜ້າທີ່ ທີ່ຂັ້ນເທິງມອບໝາຍໃຫ້ ແລະ ສະຫາຍໄດ້ຍົກໃຫ້ເຫັນຫຼາຍບັນ ຫາກ່ຽວກັບສະພາບການຂອງ ໂລກ ແລະ ພາກພື້ນທີ່ຜັນແປໄປ ຢ່າງສັບສົນ ໃນສະພາບປັດຈຸ ບັນ, ກໍຄືສະພາບການແຜ່ລະ ບາດພະຍາດຂອງໂຄວິດ-19 ແລະ ສະພາບການຕ່າງໆ ທີ່ອາດ ຈະເກີດຂຶ້ນພ້ອມ ນັ້ນສ ຫາຍຍັງ ໄດ້ຮຽກຮ້ອງໃຫ້ຄະນະພັກ -ຄະ ນະບັນຊາກົມກອງ, ເພີ່ມທະ ວີ ສຶກສາອົບຮົມການເມືອງ-ນຳ ພາແນວຄິດໃຫ້ພະນັກງານ-ນັກ ຮົບພາຍໃນກົມກອງຂອງຕົນ ໃຫ້ເປັນປະຈຳສອດຫ້ອຍກັບ ທຸກຂົງເຂດວຽກງານລວມຂອງ ກົມກອງປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງກະຊວງປ້ອງ ກັນປະເທດວາງອອກ, ປະຕິບັດ ຂໍ້ກໍານົດ-ກົດລະບຽບຂອງກອງ ທັບ, ແນວທາງແຜນນະໂຍບາຍ ຂອງພັກ-ລັດ ວາງອອກເພື່ອຕອບ ຕ້ານກັບບັນດາປະກົດການຫຍໍ້ ທໍ້ຕ່າງໆ ທີ່ອາດຈະເກີດຂຶ້ນໃນ ສະເພາະໜ້າ ແລະ ຍາວນານ, ໃນ ການລົງມາຢ້ຽມຢາມໃນຄັ້ງນີ້, ສະຫາຍຫົວໜ້າການເມືອງກອງ ພົນທີ 4 ໄດ້ມອບອຸປະກອນການ ກໍ່ສ້າງໃຫ້ກອງພັນ 118 ເພື່ອ ປັບປຸງກົມກອງລວມມູນຄ່າ 22.612.000 ກີບ ແລະ ກອງພັນ 123 ລວມມູນຄ່າ 31.156.00 ກີບ ເພື່ອປະກອບ ເຂົ້າໃນການສ້າງເຮືອນຄົວລວມ ແລະ ເຮືອນນອນຂອງກົມກອງ ເຊິ່ງກ່າວຮັບໂດຍ ສະຫາຍ ພັນ ໂທ ເຂັມພອນ ມູນທະດີ ຫົວໜ້າ ການທະຫານກອງພັນໃຫຍ່ 401 ຕ່າງໜ້າໃຫ້ຄະນະພັກ-ຄະນະ ບັນຊາຕະຫຼອດຮອດພະນັກງານ- ນັກຮົບ ແລະ ພ້ອມທັງກ່າວສະ ແດງຄວາມຂອບໃຈ ແລະ ຕີລາ ຄາສູງຕໍ່ຄະນະນຳກອງພົນທີ 4 ທີ່ຍາມໃດ ເວລາໃດກໍມີຄວາມເປັນ ຫ່ວງເປັນໄຍ ແລະ ເອົາໃຈໃສ່ ໃນການປັບປຸງກໍ່ສ້າງບັນດາກົມ ກອງພ້ອມທັງໃຫ້ຄຳໝັ່ນສັນ ຍາວ່າຈະນຳເອົາອຸປະກອນດັ່ງ ກ່າວ ໄປໝູນໃຊ້ເຂົ້າໃນການປັບ ປຸງກໍ່ສ້າງກົມກອງ ໃຫ້ເກີດປະ ໂຫຍດສູງສຸດ.
ໂດຍ: ໂພຄຳ ພອນປະເສີດ
ພາບ: ອານຸສັກ ຈູມມະນີວົງ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















