ກອງທັບປະຊາຊົນລາວ

ວັນອັງຄານ, ວັນທີ 19 ຕຸລາ 2021



ກອງພັນໃຫຍ່ 641 ສະຫຼຸບຖອດຖອນບົດຮຽນ ວຽກງານຮອບດ້ານປະຈໍາ 6 ເດືອນຕົ້ນປີ
ເວລາອອກຂ່າວ: 2021-09-03 19:24:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1728 | ຄວາມນິຍົມ:



ໃນວັນທີ 2 ກັນຍາ ນີ້, ກອງ ພັນໃຫຍ່ 641 ໄດ້ສະຫຼຸບຖອດ ຖອນບົດຮຽນວຽກງານຮອບ ດ້ານປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນ ທ້າຍປີ 2021, ໂດຍການເປັນປະ ທານຂອງສະຫາຍ ພັນເອກ ນວນ ຕາ ທັນມະຈັກ ຫົວໜ້າການທະ ຫານ ກອງພັນໃຫຍ່ 641, ມີຄະ ນະພັກ-ຄະນະບັນຊາ, ພະແນກ ການ, ກອງພັນ, ກອງຮ້ອຍເອກະ ລາດ, ພະນັກງານ-ນັກຮົບເຂົ້າ ຮ່ວມ. ສະຫາຍ ພັນໂທ ສົມແພງ ຈະ ເລີນໄຊ ຫົວໜ້າພະແນກບໍລິ ຫານ-ສັງລວມ ກອງພັນໃຫຍ່ 641 ໄດ້ສະຫຼຸບການຈັດຕັ້ງປະ ຕິບັດວຽກງານໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຜົນງານດ້ານ ຕັ້ງໜ້າ, ຂໍ້ຄົງຄ້າງ ແລະ ບົດຮຽນ ທີ່ຖອດຖອນໄດ້. ໃນໄລຍະຜ່ານ ມາ, ຄະນະພັກ-ຄະນະບັນຊາ ໄດ້ ເອົາ ໃຈໃສ່ຕໍ່ວຽກງານສຶກສາອົບ ຮົມການເມືອງ-ນໍາພາແນວຄິດ ສອດຫ້ອຍເຂົ້າໃນທຸກຂົງເຂດ ວຽກງານ, ປະຕິບັດວຽກງານກໍ່ ສ້າງຮາກຖານຕິດພັນກັບວຽກ ງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບເຮັດໃຫ້ຂອບເຂດ ທີ່ກົມກອງຕັ້ງທັບມີຄວາມສະ ຫງົບປອດໄພໂດຍພື້ນຖານ. ນອກນີ້ ຍັງມີຫຼາຍຂົງເຂດວຽກງານໄດ້ດໍາເນີນຢ່າງເປັນຂະບວນ ການຟົດຟື້ນ. ເປັນຕົ້ນແມ່ນຂະ ບວນການກໍ່ສ້າງກົມກອງ-ໜ່ວຍ ພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ການສ້າງກົມກອງ 3 ປອດ, ກອງ ວັດທະນະທໍາ ແລະ ນັກຮົບວັດ ທະນະທໍາ ແລະ ການສ້າງພະລາ ທິການກັບທີ່ຕາມທ່າແຮງບົ່ມ ຊ້ອນຂອງກົມກອງ ເຮັດໃຫ້ກົມ ກອງສາມາດກຸ້ມຕົນເອງດ້ານ ພືດຜັກ ແລະ ຊີ້ນ-ປາ ໃນຂັ້ນພື້ນ ຖານ. ກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ ຜັດປ່ຽນກັນປະກອບຄໍາເຫັນໃສ່ ເນື້ອໃນບົດສະຫຼຸບ ແລະ ທິດທາງ ແຜນການ 6 ເດືອນທ້າຍປີ ເພື່ອ ເປັນບ່ອນອີງໃນການຈັດຕັ້ງປະ ຕິບັດໜ້າທີ່ວຽກງານວິຊາສະ ເພາະຂອງຕົນ ໃຫ້ມີຜົນສໍາເລັດດີຂຶ້ນກວ່າເກົ່າ. ໂດຍ: ກອງເພັດ ຄໍາມາວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ