ວປກ ເປີດລົງທະບຽນນັກສຶກສາໃໝ່ ສົກຮຽນ 2021-2022
ເວລາອອກຂ່າວ: 2021-09-03 19:23:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 812 | ຄວາມນິຍົມ: ![]()
v ໃນລະຫວ່າງວັນທີ 26-27 ສິງຫາ 2021 ນີ້, ວິທະຍາຄານ ປ້ອງກັນຊາດ ໄກສອນ ພົມວິຫານ
(ວປກ) ໄດ້ເປີດລົງທະບຽນ ນັກສຶກສາໃໝ່ ປະຈຳສົກຮຽນ 2021-2022. ໂດຍປະຕິບັດ ຕາມແຈ້ງການຂອງກົມພະນັກ ງານກົມໃຫຍ່ການເມືອງກອງທັບ ສະບັບເລກທີ 2300/ກພງ, ລົງ ວັນທີ 22 ກໍລະກົດ 2021. ອີງ ຕາມແຜນການກໍ່ສ້າງ, ບຳລຸງ ນາຍ ແລະ ພົນທະຫານຢູ່ບັນ ດາວິທະຍາຄານ ແລະ ໂຮງຮຽນ ຂອງກະຊວງປ້ອງກັນປະເທດ. ອີງຕາມທິດຊີ້ນຳຂອງຫົວໜ້າ ວິທະຍາຄານ ປ້ອງກັນຊາດ ໄກ ສອນ ພົມວິຫານ ວ່າດ້ວຍ ການ ເປີດຮັບນັກສຶກສາມາລົງທະ ບຽນສົກຮຽນໃໝ່ 2021- 2022. ເຊິ່ງນັກສຶກສາຈະຕ້ອງ ໄດ້ປະຕິບັດຕາມກົດລະບຽບທີ່ ວາງໄວ້ ແລະ ດຳເນີນຕາມຂັ້ນ ຕອນຕ່າງໆດັ່ງນີ້: ນັກສຶກສາ ຕ້ອງໄດ້ກວດສຸຂະພາບຂັ້ນຕົ້ນ, ວັດແທກຄວາມດັນ, ອຸນຫະພູມ, ຕ້ອງໄດ້ຜ່ານການກວດກາລະ ບຽບວິໄນໃນການແຕ່ງກາຍ, ກວດກາຮ່າງກາຍຈາກພະແນກ ປ້ອງກັນພາຍໃນ, ພະແນກກວດ ກາ, ພະແນກໄອຍະການ. ຫຼັງ ຈາກຜ່ານການກວດກາດັ່ງກ່າວ ນີ້ຄົບຖ້ວນ ແລະ ສົມບູນ ນັກສຶກ ສາຈະໄດ້ຍື່ນເອກະສານສະເໜີ ຕໍ່ພະແນກກຳລັງພົນ, ພະແນກ ຈັດຕັ້ງພັກ, ພະແນກພະນັກງານ,
ແລະກ້າວໄປສູ່ວຽກງານພະລາທິ
ການນັກສຶກສາທຸກໆສະຫາຍຈະ ໄດ້ຮັບອຸປະກອນການຮຽນ ຕ່າງໆຢ່າງຄົບຊຸດ ແລະ ສາມາດ ສືບຕໍ່ການຮຽນໄດ້ປົກກະຕິ.
ໃນສົກຮຽນ 2021-2022 ນີ້, ມີນັກສຶກສາໃໝ່ທັງໝົດ 255
ສະຫາຍ. ໃນນັ້ນ. ນັກສຶກສາກໍ່ ສ້າງຍຸດທະບັ້ນຮົບ-ຍຸດທະສາດ ຈຳນວນ 30 ສະຫາຍ, ປະລິນຍາ
ໂທການທະຫານ 10 ສະຫາຍ, ປະລິນຍາໂທການເມືອງ 10 ສະ
ຫາຍ, ປະລິນຍາຕີການທະຫານ 25 ສະຫາຍ, ປະລິນຍາຕີການ ເມືອງ 25 ສະຫາຍ, ກໍ່ສ້າງນາຍ
ທະຫານເສນາຂັ້ນກອງພັນໃຫຍ່ 15 ສະຫາຍ, ກໍ່ສ້າງນາຍທະຫານ
ການເມືອງຂັ້ນກອງພັນໃຫຍ່ 15 ສະ ຫາຍ, ກໍ່ສ້າງນາຍທະຫານຂັ້ນ ກອງພັນນ້ອຍ 15 ສະຫາຍ, ກໍ່ ສ້າງນາຍທະຫານການເມືອງ ຂັ້ນກອງພັນນ້ອຍ 15 ສະຫາຍ, ນັກສຶກສາພາສາຫວຽດນາມ 25 ສະຫາຍ, ພາສາອັງກິດ 30 ສະຫາຍ, ພາສາຈີນ 20 ສະຫາຍ ແລະ ນັກສຶກສາພາສາຣັດເຊຍ 20 ສະຫາຍ.
ການເປີດລົງທະບຽນຄັ້ງນີ້, ໄດ້ປະຕິບັດມາດຕະການຕ້ານ ແລະ ສະກັດກັ້ນການລະບາດ ຂອງພະຍາດໂຄວິດ-19 ຢ່າງ ເຂັ້ມງວດ ເຊິ່ງນັກສຶກສາຈຳນວນ
ດັ່ງກ່າວ, ໄດ້ຜ່ານການເຂົ້າສູນ ກັກກັນເປັນເວລາ 14 ວັນ ແລະ ໄດ້ຮັບການສັກວັກຊີນຄົບ, ມີ ການຈໍາກັດບໍລິເວນ ແລະ ບໍ່ໃຫ້ ອອກນອກຄ້າຍ ວປກ ຢ່າງເດັດ ຂາດ, ທັງນີ້, ເພື່ອຮັບປະກັນໃຫ້ ນັກສຶກສາປອດໄພຈາກພະຍາດ ໂຄວິດ-19.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















