ກອງທັບປະຊາຊົນລາວ

ວັນສຸກ, ວັນທີ 17 ກັນຍາ 2021



ທະຫານແຂວງບໍລິຄຳໄຊ ມອບເຮືອລາດຕະເວນ ໃຫ້ 3 ກອງຮ້ອຍທະຫານຊາຍແດນລຽບຕາມລຳແມ່ນ້ຳຂອງ
ເວລາອອກຂ່າວ: 2021-09-03 19:11:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3243 | ຄວາມນິຍົມ:



ພາຍຫຼັງກົມທະຫານຊາຍ ແດນ ກົມໃຫຍ່ເສນາທິການ ກະ ຊວງປ້ອງກັນປະເທດ ໄດ້ມອບ ເຮືອລາດຕະເວນ ຈຳນວນ 3 ລຳ ໃຫ້ກອງບັນຊາການທະຫານ ແຂວງບໍລິຄຳໄຊ ໃນວັນທີ 22 ທັນວາ 2020. ຈາກນັ້ນ ກອງ ບັນຊາການທະຫານແຂວງ ຈິ່ງ ໄດ້ຄັດເລືອກບຸກຄະລະກອນ ໄປເຝິກອົບກ່ຽວວິທີການຂັບຂີ່, ການນຳໃຊ້ ແລະ ການບົວລະບັດ ຮັກສາເຮືອ ຢູ່ກົມກ່ຽວຂ້ອງ ກະ ຊວງປ້ອງກັນປະເທດ. ມາຮອດໃນວັນທີ 24 ສິງຫາ 2021 ນີ້, ກອງບັນຊາການທະ ຫານແຂວງບໍລິຄຳໄຊ, ໄດ້ມອບ ເຮືອລາດຕະເວນ ຈຳນວນ 3 ລຳ ໃຫ້ 3 ກອງຮ້ອຍທະຫານ ຊາຍແດນ ເຊິ່ງປະກອບມີ ກອງ ຮ້ອຍທະຫານຊາຍແດນ 254, 255 ແລະ 256 ເພື່ອນໍາໃຊ້ ເຂົ້າໃນປະຕິບັດໜ້າທີ່ວຽກງານ ການກວດກາລາດຕະເວນຕາມ ຂອບເຂດທີ່ຕົນຮັບຜິດຊອບ ໃຫ້ມີຄວາມສະຫງົບ ແລະ ເປັນ ລະບຽບຮຽບຮ້ອຍ, ໂດຍໃຫ້ກຽດ ກ່າວມອບຂອງ ສະຫາຍ ພັນໂທ ວິສັນ ທິບວົງສາ ຮອງຫົວໜ້າ ຫ້ອງເສນາທິການ ທະຫານ ແຂວງບໍລິຄຳໄຊ ແລະ ກ່າວຮັບ ໂດຍຄະນະບັນຊາທັງ 3 ກອງ ຮ້ອຍທະຫານຊາຍແດນ, ມີ ສະຫາຍ ພັນໂທ ຄຳເດີມ ກອງມະນີ ຮອງຫົວໜ້າຫ້ອງ ເຕັກນິກ ທະຫານແຂວງບໍລິຄຳ ໄຊ, ມີຜູ້ຕາງໜ້າພະແນກກ່ຽວ ຂ້ອງ ແລະ ບັນດາຄະນະພັກ-ຄະ ນະບັນຊາກອງຮ້ອຍທະຫານຊາຍ ແດນ ທັງ 3 ກອງຮ້ອຍ ພ້ອມດ້ວຍ ພະນັກງານ-ນັກຮົບເຂົ້າຮ່ວມ. ພິທີດັ່ງກ່າວຈັດຂຶ້ນຢູ່ທີ່ສຳນັກ ງານໝວດ 2 ກອງຮ້ອຍທະຫານ ຊາຍແດນ 255. ໂດຍ: ສີທອງ ຈັນທະວົງ




 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ