
![]()
ກອງປະຊຸມສ່ອງແສງວຽກງານຮອບດ້ານປະຈຳເດືອນສິງຫາ ທົ່ວທະຫານນະຄອນຫຼວງວຽງຈັນ
ເວລາອອກຂ່າວ: 2021-09-03 19:10:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3286 | ຄວາມນິຍົມ: ![]()
ກອງປະຊຸມສ່ອງແສງວຽກ ງານຮອບດ້ານປະຈຳເດືອນ ສິງຫາ 2021 ທົ່ວກອງບັນຊາ ການທະຫານນະຄອນຫຼວງວຽງ ຈັນ ໄດ້ດຳເນີນໃນວັນທີ 26
ສິງຫາ 2021 ນີ້, ໂດຍໃຫ້ກຽດ ເຂົ້າຮ່ວມເປັນປະທານຂອງ ສະ
ຫາຍ ພັນເອກ ບຸນວານ ພົມມະ ວົງ ຫົວໜ້າການທະຫານ ກອງ ບັນຊາການທະຫານນະຄອນ ຫຼວງວຽງຈັນ, ມີຄະນະພັກ-ຄະ
ນະບັນຊາ, ຄະນະຫ້ອງ, ຕະຫຼອດ ຮອດບັນດາພະແນກການ ຈາກ ອົງການ 5 ຫ້ອງ ພ້ອມດ້ວຍ ຄະນະບັນຊາຈາກກົມກອງອ້ອມ ຂ້າງທີ່ຂຶ້ນກັບເຂົ້າຮ່ວມ.
ໂອກາດນີ້, ຄະນະບັນຊາ
ແຕ່ລະກົມກອງໄດ້ປ່ຽນກັນລາຍ
ງານຫຍໍ້ກ່ຽວກັບວຽກງານຮອບ ດ້ານທີ່ໄດ້ຈັດຕັ້ງປະຕິບັດໃນໄລ ຍະ 1 ເດືອນຜ່ານມາ ເປັນຕົ້ນ ແມ່ນແຕ່ລະກົມກອງໄດ້ພ້ອມກັນຖືເອົາວຽກງານການສຶກສາອົບຮົມການເມືອງ-ນຳພາແນວຄິດ ພາຍໃນກົມກອງເປັນກົກ ໂດຍ ນຳເອົາບັນດາເອກະສານມູນ ເຊື້ອຕ່າງໆ ຂອງຊາດ, ຂອງພັກ,
ຂອງກອງທັບ ຈັດຕັ້ງເຜີຍແຜ່
ໃຫ້ບັນດາພະນັກງານ-ນັກຮົບ
ພາຍໃນກົມກອງຂອງຕົນໄດ້ ຮັບຮູ້ເຊື່ອມຊຶມກຳແໜ້ນຢ່າງ ເລິກເຊິ່ງ, ພ້ອມນັ້ນ, ຍັງໄດ້ຫັນ
ເອົາກຳລັງ ລົງກໍ່ສ້າງຮາກຖານ ການເມືອງຢູ່ໃນຂອບເຂດຮັບ ຜິດຊອບເປັນປົກກະຕິ ເພື່ອ ຕິດຕາມກວດກາສະພາບ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນໃຫ້ມີຄວາມສະຫງົບປອດໄພ, ເອົາໃຈໃສ່ການອົບຮົມ-ຫັດແອບ ທາງດ້ານສິລະປະຍຸດ-ຍຸດທະວິ ທີເພື່ອສ້າງຄວາມຊຳນານໃຫ້ພະ ນັກງານ-ນັກຮົບເພື່ອຮັບປະກັນ ມີຄວາມຄ່ອງແຄ້ວໃນການປະຕິ ບັດໜ້າທີ່ ແລະ ສາມາດສູ້ຮົບໃນກໍລະນີທີ່ມີປະກົດການເກີດຂຶ້ນ. ພ້ອມກັນນັ້ນ, ກໍຍັງໄດ້ສ້າງ ເງື່ອນໄຂຊອກແຫຼ່ງລາຍຮັບໂດຍ ສຸມໃສ່ການປູກ-ການລ້ຽງ ແລະ ການບໍລິການຕ່າງໆ ຕາມທ່າ ແຮງບົ່ມຊ້ອນຂອງກົມກອງເພື່ອ ສ້າງເສດຖະກິດແກ້ໄຂຊີວິດ ການເປັນຢູ່ຂອງບັນດາພະນັກ
ງານ-ນັກຮົບໃຫ້ນັບມື້ດີຂຶ້ນເທື່ອ ລະກ້າວ.
ໂດຍ: ແສງດາລາ
ໄຊຍະລາດ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















