ກອງທັບປະຊາຊົນລາວ

ວັນຈັນ, ວັນທີ 13 ກັນຍາ 2021



ກອງພັນ 634 ອົບຮົມ-ຫັດແອບວິຊາສະເພາະ ປືນໃຫຍ່ໜ້າດິນ ໄຕມາດ II ປີ 2021
ເວລາອອກຂ່າວ: 2021-09-03 19:09:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 50 | ຄວາມນິຍົມ:



ເລີ່ມແຕ່ກາງເດືອນກໍລະກົດ 2021 ເປັນຕົ້ນມາ, ຄະນະພັກ-ຄະນະບັນຊາກອງພັນ 634 (ປືນໃຫຍ່ໜ້າດິນ) ກອງພົນທີ 4 ໄດ້ຈັດຕັ້ງ ອົບຮົມ-ຫັດແອບ ວິຊາສະເພາະປືນໃຫຍ່ໜ້າດິນ ໄຕມາດ II ປະຈຳປີ 2021 ໂດຍ ພາຍໃຕ້ການຊີ້ນຳ-ນຳພາຂອງ ສະຫາຍ ພັນໂທ ອົບມາ ອິນຊີ ຊຽງໃໝ່ ຮອງຫົວໜ້າການທະ ຫານກອງພັນ 634, ມີພະນັກ ງານ-ນັກຮົບພາຍໃນກົມກອງ ເຂົ້າຮ່ວມ. ສະຫາຍ ພັນໂທ ອົບມາ ອິນຊີຊຽງໃໝ່ ໃຫ້ຮູ້ວ່າ: ໂດຍ ປະຕິບັດຕາມແຜນການອົບຮົມ ຫັດແອບຂອງຫ້ອງເສນາທິການ ກອງພົນທີ 4, ໃນກາງເດືອນ ກໍລະກົດ ຜ່ານມາ, ຄະນະພັກ- ຄະນະບັນຊາກົມກອງ ໄດ້ເອກະ ພາບກັນພາຍໃນໝູ່ຄະນະກ່ຽວ ກັບການອົບຮົມ-ຫັດແອບວິຊາ ສະເພາະປືນໃຫຍ່ໜ້າດິນ ໄຕ ມາດ II ປະຈຳປີ 2021, ໃນນັ້ນ, ແຜນການອົບຮົມ-ຫັດແອບ ແບ່ງອອກ ເປັນ 2 ຈຸຄື: ຈຸທີ 1. ຈະ ໄດ້ຮຽນວິຊາວັດແທກ, ບັນຊາ ການຍິງ, ຄິດໄລ ແລະ ສັງເກດ; ຈຸທີ 2. ຈະໄດ້ຮຽນກ່ຽວກັບ ການຍິງ, ເຊິ່ງການອົບຮົມ-ຫັດ ແອບວິຊາສະເພາະປືນໃຫຍ່ໜ້າ ດິນຂອງກົມກອງ ຈະໄດ້ດຳເນີນ ໄປຈົນເຖິງວັນທີ 31 ຕຸລາ ຈຶ່ງ ຈະສຳເລັດ 100%. ທັງນີ້ເພື່ອເຮັດໃຫ້ພະນັກ ງານ-ນັກຮົບຜູ້ທີ່ໄດ້ເຂົ້າຮ່ວມ ໃນການອົບຮົມ-ຫັດແອບ ກຳ ໄດ້ບັນດາທ່າຈັງຫວະທັງພາກ ທິດສະດີ ແລະ ພາກປະຕິບັດຕົວ ຈິງ ໃຫ້ມີຄວາມຊຳນານຄ່ອງ ແຄ້ວໃນການປະຕິບັດໜ້າທີ່ ວຽກງານຕົວຈິງ ທີ່ກົມກອງ ກໍ ຄືຂັ້ນເທິງມອບໝາຍໃຫ້ມີປະ ສິດທິພາບສູງ. ໂດຍ: ໂພຄຳ ພອນປະເສີດ ພາບ: ອານຸສັກ ຈູມມະນີວົງ




 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ