ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສກຂ ຫຼວງພະບາງ ບັນລຸ 11 ຄາດໝາຍ ພັດທະນາການສຶກສາ-ກີລາ ສົກ 2020-2021
ເວລາອອກຂ່າວ: 2021-09-03 08:52:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 29 | ຄວາມນິຍົມ:



ພະແນກ ສຶກສາທິການ ແລະ ກີລາແຂວງ (ສກຂ) ຫຼວງພະ ບາງ ສ້າງຜົນສໍາເລັດ ໃນການຈັດ ຕັ້ງປະຕິບັດແຜນການພັດທະນາ ການສຶກສາ ແລະ ກີລາ ທີ່ພົ້ນເດັ່ນ ໃນຫຼາຍດ້ານໂດຍສະເພາະແມ່ນ ບັນລຸ11 ຄາດໝາຍ ໃນ 15 ຄາດ ໝາຍຫຼັກທີ່ສະພາປະຊາຊົນ ຂັ້ນ ແຂວງ ຮັບຮອງ ຄະນະດຽວກັນ ຍັງມີ 4 ຄາດໝາຍໃກ້ຈະບັນລຸ. ທ່ານ ນາງ ບົວທອງ ຕັນແສນ ສີ ຮອງຫົວໜ້າພະແນກ ສຶກສາທິ ການ ແລະ ກີລາ ແຂວງຫຼວງພະ ບາງ ໃຫ້ສຳພາດເມື່ອວັນທີ 26 ສິງຫາ 2021 ວ່າ: ໃນສົກຮຽນ 2020-2021 ເປັນສົກທໍາອິດ ຂອງການຈັດຕັ້ງປະຕິບັດແຜນ ການພັດທະນາການສຶກສາ ແລະ ກີລາ ພາຍໃນແຂວງພົ້ນເດັ່ນ ຫຼາຍດ້ານ ໂດຍສະເພາະການຈັດ ຕັ້ງປະຕິບັດແຜນພັດທະນາການ ສຶກສາທິການ ແລະ ກີລາ 5 ປີ ຄັ້ງ ທີ IX (2021-2025) ທີ່ກະ ຊວງສຶກສາທິການ ແລະ ກີລາ ວາງອອກ ກໍຄືແຜນພັດທະນາ ການສຶກສາທິການ ແລະ ກີລາ 5 ປີຂອງພະແນກ ສຶກສາທິການ ແລະ ກີລາແຂວງວາງອອກ ແລະ ເປັນປີທີ່ຕ້ອງໄດ້ເອົາບັນດາຂໍ້ ແນະນຳຈາກການປະເມີນ ໃນໜຶ່ງ ສະໄໝຜ່ານມາ ຂອງແຜນພັດ ທະນາການສຶກສາ ແລະ ກີລາ ມາສອດແຊກເພື່ອນຳໄປຈັດຕັ້ງ ປະຕິບັດໃນປີຕໍ່ໄປ. ທັງນີ້, ໃນ ການຈັດຕັ້ງປະຕິບັດແຜນພັດທະ ນາການສຶກສາ ແລະ ກີລາ ສົກ ຮຽນ 2020-2021 ເປັນການ ສືບຕໍ່ຜັນຂະຫຍາຍບັນດານະ ໂຍບາຍ, ຍຸດທະສາດ ແລະ ວຽກ ຈຸດສຸມທີ່ໄດ້ກຳນົດຢູ່ໃນແຜນພັດ ທະນາການສຶກສາ ແລະ ກີລາ 5 ປີ ຄັ້ງທີ IX (2021-2025) ໂດຍສະເພາະແມ່ນສືບຕໍ່ສົ່ງເສີມ ໃຫ້ເດັກໃນເກນອາຍຸໄດ້ກຽມ ຄວາມພ້ອມໃນຊັ້ນການສຶກສາ ກ່ອນໄວຮຽນຢ່າງທົ່ວເຖິງ, ສົ່ງ ເສີມການເຂົ້າເຖິງການສຶກສາ ຂັ້ນພື້ນຖານ, ພ້ອມທັງ ຮັບປະກັນ ຜົນການຮຽນຂອງນັກຮຽນໄດ້ ຮັບການປັບປຸງດີຂຶ້ນ, ຍົກສູງ ຄຸນນະພາບການສຶກສາຫຼັງ ຊັ້ນມັດທະຍົມໃຫ້ດີຂຶ້ນ ໂດຍ ເນັ້ນໃສ່ການສ້າງສີມືແຮງງານ ແລະ ນັກວິຊາການ ເພື່ອໃຫ້ສາ ມາດຕອບສະໜອງໄດ້ຕາມ ຄວາມຕ້ອງການຂອງສັງຄົມ, ສ້າງຄວາມເຂັ້ມແຂງໃຫ້ແກ່ລະ ບົບການບໍລິຫານ ແລະ ຄຸ້ມຄອງ ການສຶກສາແຕ່ຂັ້ນແຂວງລົງ ຮອດທ້ອງຖິ່ນ ແລະ ສົ່ງເສີມໃຫ້ ປະຊາຊົນທຸກເພດ ເຜົ່າ, ທຸກໄວ ຫັນ ມາໃສ່ໃຈອອກກຳລັງກາຍເພື່ອ ສຸຂະພາບ ແລະ ສົ່ງເສີມໃຫ້ຜູ້ທີ່ມີ ພອນສະຫວັນດ້ານກີລາ-ກາຍະ ກຳໄດ້ກາຍເປັນນັກກີລາອາຊີບ. ນອກຈາກນັ້ນ, ຍັງສາມາດ ຈັດຕັ້ງປະຕິບັດບັນລຸບັນດາຍຸດທະສາດ, ວຽກຈຸດສຸມ ແລະ ກິດ ຈະກໍາທີ່ໄດ້ກຳນົດໄວ້ໃນແຜນ ງານຂອງສົກຮຽນ 2020-2021 ເຫັນໄດ້ວ່າໃນຈຳນວນ 15 ຄາດ ໝາຍຫຼັກທີ່ສະພາປະຊາຊົນຂັ້ນ ແຂວງຮັບຮອງມີ 11 ຄາດໝາຍ ທີ່ສາມາດບັນລຸໄດ້ຕາມແຜນທີ່ ໄດ້ກຳນົດໄວ້ ຄືອັດຕາເຂົ້າຮຽນ ຂອງເດັກອາຍຸ 5 ປີ ບັນລຸໄດ້ 89,02% (ຄາດໝາຍ 87%); ອັດຕາເຂົ້າຮຽນໃໝ່ລວມ ປ5 ບັນລຸໄດ້ 99,43% (ຄາດໝາຍ 99%); ອັດຕາປະລະການຮຽນ ຂອງນັກຮຽນ ປ1 ບັນລຸໄດ້ 5,37% (ຄາດໝາຍ5,60%); ອັດຕາຈົບຊັັ້ນປະຖົມ (ອັດຕາ ເລື່ອນຂັ້ນ-ຈົບຊັ້ນປະຖົມ) ບັນ ລຸໄດ້ 95,25% (ຄາດໝາຍ 88%); ອັດຕາການເລື່ອນຊັ້ນ ປ 5 ຂຶ້ນ ມ 1 ທຽບໃສ່ນັກຮຽນ ຕົ້ນປີ ປ 5 ບັນລຸໄດ້ 87,18% (ຄາດໝາຍ 86%); ອັດຕາປະລະການຮຽນຂອງຊັ້ນປະຖົມສຶກສາ ບັນລຸໄດ້ 2,98% (ຄາດໝາຍ 3,50%); ອັດ ຕາເຂົ້າຮຽນໃໝ່ລວມ ມ 4 ບັນ ລຸໄດ້ 70,01% (ຄາດໝາຍ 68%); ສົ່ງເສີມໃຫ້ນັກສຶກສາທີ່ສະໝັກເຂົ້າຮຽນຢູ່ ວິທະຍາໄລ, ມະຫາວິທະຍາໄລ, ທັງພາຍໃນ ແລະ ຕ່າງປະເທດໄດ້ເຂົ້າຮຽນໃນ ສາຍວິທະຍາສາດທຳມະຊາດ, ເຕັກໂນໂລຊີ, ວິສະວະກຳ ແລະ ຄະ ນິດສາດ ປະຕິບັດໄດ້ 104 ຄົນ (ຄາດໝາຍ 100 ຄົນ) ບໍ່ ແຍກສາຍຮຽນ; ຄູຊັ້ນປະຖົມ ແລະ ຊັ້ນມັດທະຍົມສຶກສາໄດ້ ຮັບການເຝິກອົບຮົມ 20% ຂອງ ຈໍານວນຄູສອນໃນໂຮງຮຽນເປົ້າ ໝາຍປະຕິບັດໄດ້ 46,43% (ຄາດໝາຍ 20%); ສົ່ງເສີມ ມວນຊົນທຸກເພດ, ທຸກໄວເຂົ້າ ຮ່ວມການຫັດກາຍະບໍລິຫານ, ການອອກກຳລັງກາຍ ແລະ ການ ຫຼິ້ນກີລາເພື່ອສຸຂະພາບ, ເຂົ້າຮ່ວມ ການສ້າງຂະບວນການເຄື່ອນ ໄຫວຈັດກິດຈະກຳການແຂ່ງຂັນ ກີລາປະຈຳປີ, ກີລາວັນບຸນປະເພ ນີ ແລະ ກີລາວັນບຸນສຳຄັນຕ່າງໆ ຂອງຊາດ ແລະ ສາກົນ ບັນລຸໄດ້ 38% (ຄາດໝາຍ 36%); ປະຊາ ກອນໜຸ່ມ ແລະ ຜູ້ປະລະການຮຽນ ໃຫ້ໄດ້ຮັບການບຳລຸງຜ່ານການ ສຶກສານອກໂຮງຮຽນ ແລະ ເຝິກ ອົບຮົມວິຊາຊີບປະຕິບັດໄດ້ 352 ຄົນ (ຄາດໝາຍ 350 ຄົນ). ສໍາລັບ 4 ຄາດໝາຍທີ່ໃກ້ຈະ ບັນລຸ ມີ ອັດຕາເຂົ້າຮຽນໃໝ່ ປ1 (ອັດຕາເຂົ້າຮຽນສຸດທິ ປ1) ປະຕິບັດໄດ້ 101,58% (ຄາດ ໝາຍ 99,95%); ດັດຊະນີ ຄວາມສະເໝີພາບຍິງ-ຊາຍ (ອັດຕາ ເລື່ອນຊັ້ນ ປ5 ຫາ ມ1) ປະຕິບັດໄດ້ 0,96 ຄາດໝາຍ 0,97-1,03; ອັດຕາປະລະ ຊັ້ນ ມັດທະຍົມຕອນຕົ້ນ ປະຕິບັດໄດ້ 11,48% (ຄາດໝາຍ 11%) ແລະ ນັກຮຽນທີ່ຈົບຊັ້ນມັດທະຍົມ ຕອນຕົ້ນໄດ້ເຂົ້າຮຽນຕໍ່ໃນສາຍ ອາຊີວະສຶກສາ ແລະ ອົບຮົມວິຊາ ຊີບປະຕິບັດໄດ້ 3,96% (ຄາດ ໝາຍ 4%).



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ