ກອງທັບປະຊາຊົນລາວ

ວັນຈັນ, ວັນທີ 13 ກັນຍາ 2021



ຄະນະນໍາກອງບັນຊາການ ທະຫານນະຄອນຫຼວງວຽງຈັນ ອວຍພອນຄະນະຫ້ອງການທີ່ປຶກສາທູດ ຝ່າຍປ້ອງກັນຊາດ ສສ ຫວຽດນາມ
ເວລາອອກຂ່າວ: 2021-09-03 08:50:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3257 | ຄວາມນິຍົມ:



ວັນທີ 31 ສິງຫາ 2021 ນີ້, ສະຫາຍ ພັນເອກ ບົວເງິນ ຫົງໄຂ ຄຳ ຮອງຫົວໜ້າການເມືອງ ກອງ ບັນຊາການທະຫານນະຄອນ ຫຼວງວຽງຈັນ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າຂອງຂວັນ ເຂົ້າ ອວຍພອນຄະນະຫ້ອງການທີ່ປຶກ ສາທູດ ຝ່າຍປ້ອງກັນຊາດ ສສ ຫວຽດນາມ ປະຈຳ ສປປ ລາວ ເນື່ອງໃນໂອກາດວັນຊາດ ສສ ຫວຽດນາມ ຄົບຮອບ 76 ປີ ( 2 ກັນຍາ 1945 - 2 ກັນຍາ 2021 ), ໂດຍການຕ້ອນຮັບຂອງ ສະຫາຍ ພັນໂທ ຟາມ ແອັງ ຢຸງ ຮອງຫົວໜ້າຫ້ອງການທີ່ປຶກ ສາທູດຝ່າຍປ້ອງກັນຊາດ ສສ ຫວຽດນາມ ປະຈໍາ ລາວ ພ້ອມ ຄະນະ. ສະຫາຍ ພັນເອກ ບົວເງິນ ຫົງໄຂຄຳ ໄດ້ຕີລາຄາສູງຕໍ່ສາຍ ພົວພັນລະຫວ່າງສອງຊາດ, ສອງ ພັກ, ສອງກອງທັບ ລາວ-ຫວຽດ ນາມ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ທີ່ເປັນມູນ ເຊື້ອຍາວນານ ໂດຍສະເພາະມູນ ເຊື້ອຄວາມສາມັກຄີຮັກແພງ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນໄລ ຍະການຕໍ່ສູ້ກູ້ຊາດຕ້ານກັບພວກ ຈັກກະພັດທີ່ຮຸກຮານ ສອງກອງ ທັບ ລາວ-ຫວຽດນາມ ໄດ້ຮ່ວມ ຂຸມຄອງ, ຮ່ວມແຮງຮ່ວມໃຈກັນ ຕໍ່ສູ້ຕີສັດຕູໂຕດຽວກັນຢ່າງລະ ອິດລະອ້ຽວພິລະອາດຫານ ແລະ ຍາດໄດ້ໄຊຊະນະອັນຍິ່ງ ໃຫຍ່ ນໍາເອົາຄວາມເປັນເອກະ ລາດ, ຄວາມສົມບູນພູນສຸກມາສູ່ ປະຊາຊົນທັງສອງປະເທດຈົນ ເຖິງປັດຈຸບັນ. ພ້ອມດຽວກັນນັ້ນ, ສະຫາຍໄດ້ອວຍພອນຄະນະທີ່ ປຶກສາທູດຝ່າຍປ້ອງກັນຊາດ ສສ ຫວຽດນາມ ປະຈໍາ ສປປ ລາວ ຈົ່ງມີສຸຂະພາບແຂງແຮງ ມີຜົນສໍາເລັດໃນໜ້າທີ່ວຽກງານ ແລະ ອວຍພອນສາຍພົວພັນແບບ ພິເສດ ແລະ ການຮ່ວມມືຮອບ ດ້ານ ລະຫວ່າງ ລາວ-ຫວຽດ ນາມ, ຫວຽດນາມ-ລາວ ໃຫ້ໝັ້ນ ຄົງທະນົງແກ່ນ ແລະ ໄດ້ຮັບການ ພັດທະນາຍິ່ງຂຶ້ນ. ໂອກາດນີ້, ສະຫາຍ ພັນໂທ ຟາມ ແອັງ ຢຸງ ຕາງໜ້າຄະນະ ກ່າວສະແດງຄວາມຂອບໃຈຕໍ່ ຄະນະພັກ-ຄະນະບັນຊາກອງ ບັນຊາການທະຫານນະຄອນ ຫຼວງວຽງຈັນ ທີ່ເຫັນໄດ້ຄວາມ ໝາຍຄວາມສຳຄັນວັນຊາດຂອງ ສສ ຫວຽດນາມ ແລະ ນໍາເອົາ ຄວາມສາມັກຄີຮັກແພງ, ຄໍາ ອວຍພອນໄຊອັນປະເສີດມາສູ່ຄະ ນະພວກເຮົາຄັ້ງນີ້ ເຊິ່ງເປັນການ ສະແດງໃຫ້ເຫັນເຖິງຄວາມຜູກ ພັນໄປມາຫາສູ່ ຊ່ວຍເຫຼືອເຊິ່ງ ແລະ ກັນ ເຮັດໃຫ້ຄວາມສາມັກຄີ ມິດຕະພາບຂອງສອງປະເທດ ລາວ-ຫວຽດນາມ, ເວົ້າສະເພາະ ກອງບັນຊາການທະຫານນະ ຄອນຫຼວງວຽງຈັນ ກັບ ຫ້ອງ ການທີ່ປຶກສາທູດ ຝ່າຍປ້ອງກັນ ຊາດ ສສ ຫວຽດນາມ ປະຈຳ ລາວ ນັບມື້ແໜ້ນແຟ້ນຂຶ້ນເລື້ອຍໆ. ໂດຍ: ແສງດາລາ ໄຊຍະລາດ




 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ