ກອງທັບປະຊາຊົນລາວ

ວັນພະຫັດ, ວັນທີ 09 ກັນຍາ 2021



ມອບອຸປະກອນປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດ ພະຍາດໂຄວິດ-19 ໃຫ້ກົມທະຫານຊາຍແດນ
ເວລາອອກຂ່າວ: 2021-09-03 08:43:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2726 | ຄວາມນິຍົມ:



ວັນທີ 1 ກັນຍາ 2021 ນີ້, ທ່ານ ເຈດສະດາ ກະຕະເວທິນ ເອກອັກຄະຣາຊະທູດໄທ ປະຈໍາ ສປປ ລາວ ຕາງໜ້າໃຫ້ລັດຖະບານແຫ່ງຣາຊະອານາຈັກໄທ ໄດ້ນໍາເອົາເຄື່ອງອຸປະກອນປ້ອງ ກັນ ແລະ ສະກັດກັ້ນການແຜ່ລະ ບາດຂອງພະຍາດໂຄວິດ-19 ມາມອບໃຫ້ແກ່ກົມທະຫານຊາຍແດນ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ລວມມູນຄ່າ 115.000 ບາດ (ສະກຸນເງິນ ໄທ) ຫຼື ປະມານ 40.250.000 ກີບ, ຕາງໜ້າກ່າວຮັບໂດຍ ທ່ານ ພົນຕີ ວົງຄໍາ ພົມມະກອນ ຮອງ ລັດຖະມົນຕີກະຊວງປ້ອງກັນ ປະເທດ ແລະ ມີພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມເປັນສັກຂີພະຍານ. ສໍາລັບອຸປະກອນທີ່ນໍາມາ ມອບໃນຄັ້ງນີ້, ປະກອບມີເຄື່ອງ ວັດແທກອຸນຫະພູມ ຈຳນວນ 10 ເຄື່ອງ, ຜ້າອັດປາກ-ດັງ ຈຳນວນ 630 ກ່ອງ ແລະ ເຈລແອລກໍຮໍ ຈຳນວນ 200 ຂວດ. ການຊ່ວຍ ເຫຼືອຄັ້ງນີ້,ເປັນການຮ່ວມມືລະ ຫວ່າງສະຖານເອກອັກຄະຣາຊະ ທູດໄທ ປະຈຳ ສປປ ລາວ ແລະ ສໍານັກງານຜູ້ຊ່ວຍທູດທະຫານ ປະຈຳສະຖານເອກອັກຄະຣາຊະ ທູດໄທ ປະຈຳ ສປປ ລາວ ເພື່ອສະ ໜັບສະໜູນເຈົ້າໜ້າທີ່ທີ່ປະຕິບັດ ວຽກງານ ເພື່ອປ້ອງກັນການລັກລອບຂ້າມຊາຍແດນທີ່ບໍ່ຖືກຕ້ອງ ໂດຍສະເພາະໃນໄລຍະທີ່ມີການ ແຜ່ລະບາດຂອງພະຍາດ ໂຄວິດ- 19. ສະເພາະໃນປີ 2021ນີ້, ການ ຊ່ວຍເຫຼືອຈາກປະເທດໄທ ທັງ ພາກລັດຖະບານ, ພາກເອກະຊົນ ແລະ ພາກປະຊາຊົນ ເພື່ອຄວບ ຄຸມການແຜ່ລະບາດຂອງພະຍາດ ໂຄວິດ 19 ໃນ ສປປ ລາວ ລວມ ມູນຄ່າທັງໝົດ 23 ລ້ານກວ່າບາດ ຫຼື ປະມານ 7.600 ລ້ານກີບ. ໂອກາດນີ້, ກະຊວງປ້ອງ ກັນປະເທດ ລາວ ຍັງໄດ້ມອບໃບ ກຽດຕິຄຸນໃຫ້ ລັດຖະບານແຫ່ງ ຣາຊະອານາຈັກໄທ ທີ່ໄດ້ປະກອບສ່ວນຊ່ວຍເຫຼືອໃນຄັ້ງນີ້ອີກດ້ວຍ. ໂດຍ: ອານຸສອນ




 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ