ກອງທັບປະຊາຊົນລາວ

ວັນພະຫັດ, ວັນທີ 09 ກັນຍາ 2021



ກພລ ສະຫຼຸບການຈັດຕັ້ງປະຕິບັດແຜນຍຸດທະສາດ ການກໍ່ສ້າງກໍາລັງດ້ານການຈັດຕັ້ງ ແລະ ການປະກອບຈໍານວນພົນ
ເວລາອອກຂ່າວ: 2021-09-03 08:42:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2854 | ຄວາມນິຍົມ:



ວັນທີ 1 ກັນຍາ 2021 ນີ້, ກົມໃຫຍ່ພະລາທິການກອງທັບ (ກພລ) ໄດ້ສະຫຼຸບຖອດຖອນບົດ ຮຽນການຈັດຕັ້ງປະຕິບັດແຜນ ຍຸດທະສາດກໍ່ສ້າງກໍາລັງດ້ານ ການຈັດຕັ້ງ ແລະ ການປະກອບຈໍາ ນວນພົນໃນໄລຍະ 5 ປີຜ່ານມາ 2016 - 2020 ແລະ ວາງທິດ ທາງແຜນການ 5 ປີຕໍ່ໜ້າ 2021- 2025, ໂດຍການເປັນປະທານ ຂອງ ສະຫາຍ ພົນຕີ ຄໍາເພັດ ສີຊານົນ ຫົວໜ້າກົມໃຫຍ່ພະລາ ທິການກອງທັບ, ມີຄະນະນໍາກົມ ໃຫຍ່ພະລາທິການ, ບັນດາກົມ, ຫ້ອງການ, ວິທະຍາຄານການ ແພດກອງທັບ, ໂຮງໝໍບໍລິເວນ 101, 106 ກອງທັບ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ. ສະຫາຍ ພັນເອກ ສີທອງ ຖິ່ນ ສະຫວັນ ຫົວໜ້າກົມເສນາ-ພະ ລາ ກົມໃຫຍ່ພະລາທິການກອງ ທັບ ໄດ້ສະຫຼຸບຕີລາຄາຄືນການ ຈັດຕັ້ງປະຕິບັດແຜນຍຸດທະສາດ ການກໍ່ສ້າງກໍາລັງດ້ານການຈັດ ຕັ້ງ ແລະ ການປະກອບຈໍານວນ ພົນຂອງກົມໃຫຍ່ພະລາທິການ ກອງທັບໃນໄລຍະ 5 ປີຜ່ານມາ, ໂດຍພາຍໃຕ້ການຊີ້ນໍາ-ນໍາພາ ຂອງຄະນະພັກກະຊວງປ້ອງກັນ ປະເທດ, ອົງການກົມໃຫຍ່ພະລາ ທິການກອງທັບ ໄດ້ສຸມໃສ່ປັບ ປຸງໂຄງປະກອບການຈັດຕັ້ງຂອງ ບັນດາຫົວໜ່ວຍອົງການ, ກົມ ກອງທີ່ຂຶ້ນກັບໃຫ້ໜັກແໜ້ນ, ເຂັ້ມ ແຂງຮອບດ້ານ ສາມາດເຮັດລ້ອນ ໜ້າທີ່ການເມືອງຂອງກົມກອງ ໄດ້ດີີຕະຫຼອດມາ, ໂດຍອີງໃສ່ໂຄງ ປະກອບການຈັດຕັ້ງຕໍາແໜ່ງ ງານ ສະບັບປັບປຸງແຕ່ປີ 2016- 2020 ເຊິ່ງໄດ້ຮັບການອະນຸມັດ ແລ້ວມີ 51 ຫົວໜ່ວຍການຈັດ ຕັ້ງ. ໃນນັ້ນ, ສ້າງຕັ້ງຂຶ້ນໃໝ່ມີ 3 ຫົວໜ່ວຍກົມກອງຄື: ກອງຜະລິດ ກະສິກໍາເລກ 6 (ຄັງວຽງ), ໂຮງ ໝໍຄັງວຽງ 119 ແລະ ໂຮງງານ ຕັດຫຍິບເລກ 2, ໄດ້ປັບປຸງຊື່ກົມ ກອງ 2 ກອງຄື: ໂຮງເລື່ອຍໄມ້ ບ້ານເກີນ ປ່ຽນຊື່ມາເປັນ ກອງຜະ ລິດວັດສະດຸກໍ່ສ້າງ, ໂຮງງານໄມ້ ສໍາເລັດຮູບ ປ່ຽນຊື່ມາເປັນ ກອງ ກໍ່ສ້າງສ້ອມແປງ. ນອກນັ້ນ, ມີ ໂຄງຮ່າງການຈັດຕັ້ງອີກ 2 ຫົວ ໜ່ວຍກົມກອງຍັງຢູ່ໃນໄລຍະ ການປັບປຸງ, ສ່ວນ 2 ຫົວໜ່ວຍ ກົມກອງທີ່ໄດ້ສະເໜີສ້າງຕັ້ງຂຶ້ນ ໃໝ່ມີ: ກອງລ້ຽງສັດໃຫຍ່ຢູ່ເຊ ປຽນ ແລະ ກອງລ້ຽງສັດໃຫຍ່ຜາ ເຈຍ ແມ່ນຍັງຢູ່ໃນໄລຍະການ ປັບປຸງຍົກລະດັບ ແລະ ຫັນເປັນ ຫົວໜ່ວຍກົມກອງ. ຕະຫຼອດໄລຍະ 5 ປີຜ່ານມາ, ກົມໃຫຍ່ພະລາທິການກອງທັບ ໄດ້ຍົກລະດັບ ແລະ ປັບປຸງໂຄງ ປະກອບການຈັດຕັ້ງຄືນໃໝ່ໃຫ້ ເໝາະສົມກັບໜ້າທີ່ການເມືອງ ຂອງແຕ່ລະກົມກອງລວມທັງໝົດ 51 ຫົວໜ່ວຍການຈັດຕັ້ງຄື: ອົງ ການກົມໃຫຍ່ 1 ຫົວໜ່ວຍ, 7 ກົມ, 3 ຫ້ອງການ, 1 ກອງຮ້ອຍຮັບປະ ກັນ, ກົມກອງທຽບເທົ່າກອງພົນມີ 2 ກົມກອງ, ທຽບເທົ່າກອງພັນ ໃຫຍ່ 13 ກົມກອງ, ທຽບເທົ່າກອງ ພັນ 17 ກົມກອງ, ທຽບເທົ່າກອງ ຮ້ອຍ 1 ກົມກອງ, ກອງພັນເອກະ ລາດ 3 ກົມກອງ, ບໍລິສັດທຸລະ ກິດ 100% ມີ 3 ບໍລິສັດ ແລະ ໂຮງງານຕັດຫຍິບ 1 ແຫ່ງ, ດ້ານ ວຽກງານຄຸ້ມຄອງກຳລັງພົນ ສາ ມາດເກັບກໍາໄດ້ຕົວເລກໂຄງປະ ກອບການຈັດຕັ້ງ ແລະ ການປະ ກອບກໍາລັງພົນຕົວຈິງຂອງບັນ ດາຫົວໜ່ວຍອົງການ, ກົມກອງ ໃນທົ່ວອົງການກົມໃຫຍ່ພະລາທິການກອງທັບ ຢ່າງຮັດກຸມ. ສໍາລັບທິດທາງແຜນການໃນຕໍ່ ໜ້ານີ້, ກົມໃຫຍ່ພະລາທິການກອງ ທັບ ຈະສືບຕໍ່ປັບປຸງ, ຍົກລະດັບບັນ ດາຫົວໜ່ວຍກົມກອງຄື: ກຸ່ມສາງ ນໍ້າມັນເຊື້ອໄຟຍົກລະດັບຂຶ້ນທຽບ ເທົ່າກອງພັນໃຫຍ່ ແລະ ສ້າງຕັ້ງ ບັນດາກຸ່ມສາງນໍ້າມັນເຊື້ອໄຟ ເລກ 6 ທຽບເທົ່າກອງພັນໃຫຍ່, ສ້າງຕັ້ງກຸ່ມສາງນໍ້າມັນເຊື້ອໄຟ ໄຊສົມບູນທຽບເທົ່າກອງພັນ, ສ້າງຕັ້ງໃໝ່ກອງຜະລິດເລກ 7, ເລກ 8, ເລກ 9 ແລະ ເລກ 10 ທຽບເທົ່າກອງຮ້ອຍ, ສ້າງຕັ້ງໂຮງ ຮຽນແພດຊັ້ນກາງຢູ່ໂຮງໝໍບໍລິ ເວນ 101, 106 ແລະ ໂຮງຮຽນ ວິຊາຊີບເຫຼົ່າຮົບພະລາທິການ ກອງທັບທຽບເທົ່າກອງພັນໃຫຍ່ ເພື່ອຮັບປະກັນ ແລະ ຕອບສະ ໜອງໄດ້ຕາມຄວາມຮຽກຮ້ອງ ຕ້ອງການຂອງໜ້າທີ່ການເມືອງໃນສະເພາະໜ້າ ແລະ ຍາວນານ. ໃນວາລະດໍາເນີນກອງປະຊຸມຜູ້ ເຂົ້າຮ່ວມໄດ້ພ້ອມກັນປະກອບ ຄໍາຄິດເຫັນໃສ່ເນື້ອໃນບົດສະຫຼຸບ, ເຫັນດີເປັນເອກະພາບຕໍ່ທິດທາງ ແຜນການ ແລະ ພ້ອມກັນຄົ້ນຄວ້າ ປຶກສາຫາລືກ່ຽວກັບວຽກງານກໍ່ ສ້າງກໍາລັງທາງດ້ານການຈັດຕັ້ງ ແລະ ການປະກອບຈໍານວນພົນ ເພື່ອໃຫ້ສອດຄ່ອງກັບແຜນຍຸດທະສາດຂອງກອງທັບໃນແຕ່ລະໄລຍະ. ໂອກາດນີ້, ສະຫາຍ ພົນຕີ ຄໍາ ເພັດ ສີຊານົນ ໄດ້ມີຄໍາເຫັນຫຼາຍບັນຫາສໍາຄັນທີ່ພົວພັນເຖິງວຽກ ງານກໍ່ສ້າງກໍາລັງດ້ານການຈັດ ຕັ້ງ ແລະ ການປະກອບຈໍານວນ ພົນ ເພື່ອເປັນພື້ນຖານບ່ອນອີງ ໃຫ້ແກ່ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ, ແຕ່ລະກົມກອງນໍາ ໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງສອດຄ່ອງກັບໜ້າທີ່ການເມືອງຂອງຕົນ, ສົ່ງເສີມດ້ານຕັ້ງໜ້າ ແລະ ພ້ອມກັນຊອກວິທີການປັບ ປຸງແກ້ໄຂບັນຫາທີ່ຍັງຄົງຄ້າງ ໃຫ້ຂາດຕົວ ເພື່ອເຮັດໃຫ້ການຈັດ ຕັ້ງປະຕິບັດແຜນຍຸດທະສາດການ ກໍ່ສ້າງກໍາລັງດ້ານການຈັດຕັ້ງ ແລະ ການປະກອບຈໍານວນພົນຢູ່ ກົມໃຫຍ່ພະລາທິການກອງທັບ ໃນຕໍ່ໜ້າຮັບປະກັນທາງດ້ານປະ ລິມານ ແລະ ຄຸນນະພາບສູງ. ໂດຍ: ຄໍາປະສົງ ລາດຊະວົງ




 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ