
![]()
ສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້ “ຄວາມໝັ້ນຄົງດ້ານການເມືອງເປັນພື້ນຖານແຫ່ງການພັດທະນາປະເທດຊາດ”
ເວລາອອກຂ່າວ: 2021-09-03 08:41:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2866 | ຄວາມນິຍົມ: ![]()
ກອງປະຊຸມສໍາມະນາວິທະ ຍາສາດພາຍໃຕ້ ຫົວຂໍ້ “ຄວາມ ໝັ້ນຄົງດ້ານການເມືອງ ເປັນພື້ນ ຖານແຫ່ງການພັດທະນາປະເທດ
ຊາດ” ຈັດຂຶ້ນໃນທ້າຍເດືອນສິງ ຫາຜ່ານມາ, ຢູ່ວິທະຍາຄານສັນຕິ ບານປະຊາຊົນ (ວສປ), ໂດຍ
ການເປັນປະທານຮ່ວມຂອງ ສະ
ຫາຍ ພົນຈັດຕະວາ ວັນສົມ ສີ ສົມບັດ ຫົວໜ້າອໍານວຍການ ວສປ, ທ່ານ ພູວົງ ອຸ່ນຄໍາແສນຫົວໜ້າສະຖາບັນການເມືອງ ແລະ
ການປົກຄອງແຫ່ງຊາດ, ສະຫາຍ
ພົນຈັດຕະວາ ແກ້ວສຸວັນ ອິນທະ
ວົງສາ ຫົວໜ້າການທະຫານ ວິ
ທະຍາຄານປ້ອງກັນຊາດໄກສອນ
ພົມວິຫານ ແລະ ສະຫາຍ ພົນຈັດ
ຕະວາ ວົງເຊໂດນ ພັນທະແກ້ວ ຫົວໜ້າອໍານວຍການວິທະຍາ ຄານຕໍາຫຼວດປະຊາຊົນ, ພ້ອມ ດ້ວຍຜູ້ຕາງໜ້າອົງການຈັດຕັ້ງ ຕ່າງໆ, ບັນດານັກວິທະຍາສາດ, ຄູ-ອາຈານ ແລະ ພະນັກງານຫຼັກ ແຫຼ່ງ 4 ສະຖາບັນ ເຂົ້າຮ່ວມ.
ກອງປະຊຸມສຳມະນາວິທະຍາ ສາດ ພາຍໃຕ້ຫົວຂໍ້: “ຄວາມໝັ້ນ ຄົງດ້ານການເມືອງເປັນພື້ນຖານ ແຫ່ງການພັດທະນາປະເທດ ຊາດ” ແມ່ນມີຄວາມໝາຍສໍາຄັນ, ຈັດຂຶ້ນເພື່ອເປັນການຊົມເຊີຍວັນ
ສ້າງຕັ້ງກຳລັງປ້ອງກັນຄວາມສະ
ຫງົບປະຊາຊົນ ຄົບຮອບ 60 ປີ ແລະ ເປັນກອງປະຊຸມວິທະຍາ ສາດສໍາຄັນ, ເຊິ່ງໄດ້ພ້ອມກັນຄົ້ນ ຄວ້າລົງເລິກ, ສ້າງຄວາມກະຈ່າງ ແຈ້ງທາງດ້ານວິທະຍາສາດກ່ຽວ
ກັບວຽກງານຄວາມໝັ້ນຄົງດ້ານ ການເມືອງ, ເປັນພື້ນຖານແຫ່ງ ການພັດທະນາປະເທດຊາດ ເພື່ອ ຕອບສະໜອງຕາມຄວາມຮຽກ ຮ້ອງຕ້ອງການໃນຍຸກແຫ່ງການ ເຊື່ອມໂຍງພາກພື້ນ ແລະ ສາກົນ,
ແນໃສ່ປົກປ້ອງຄວາມເປັນເອກະ ລາດແຫ່ງຊາດ, ອຳນາດອະທິ
ປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ຂອງຊາດ, ປົກປ້ອງພັກ, ລັດ, ປະ
ຊາຊົນ ແລະ ລະບອບສັງຄົມນິ ຍົມ, ທັງເປັນການປົກປ້ອງພາລະ ກິດການປ່ຽນແປງໃໝ່ ແລະ ຜົນ
ປະໂຫຍດຂອງຊາດໄວ້ໃຫ້ໝັ້ນ ຄົງ ພື້ນຖານສໍາຄັນໃນການພັດທະ ນາປະເທດຊາດ, ຕ້ອງເລີ່ມຈາກ ຄວາມໝັ້ນຄົງທາງດ້ານການ ເມືອງ, ກ່ອນອື່ນໝົດກຳລັງປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ຕ້ອງໄດ້ປັບປຸງກໍ່ສ້າງກໍາລັງໃຫ້ມີ
ຄວາມເຂັ້ມແຂງ ໜັກແໜ້ນ ແລະ ທັນສະໄໝ ເພື່ອເອື້ອອໍານວຍໃຫ້ແກ່ການພັດທະນາປະເທດຊາດ ໃຫ້ຮຸ່ງເຮືອງສີວິໄລ.
ໂດຍ: ພິດສະໄໝ ແກ້ວມະນີ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















