ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ວພກ ຮ່ວມກັບກອງພົນທີ 1 ຈັດກິຈະກຳກິລາບານສົງ
ເວລາອອກຂ່າວ: 2019-01-08 09:33:46 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 239838674 | ຄວາມນິຍົມ:



ໃນທ້າຍເດືອນທັນວາ 2018 ທີ່ຜ່ານມາ, ວິທະຍາຄານ ພະລາທິການກອງທັບຮ່ວມກັບ ກອງພົນທີ 1 ຈັດກິດຈະກຳແຂ່ງ ຂັນກີລາບານສົ່ງຂຶ້ນຢູ່ເດີ່ນບານ ສົ່ງຂອງວິທະຍາຄານພະລາທິ ການກອງທັບ ໂດຍການເຂົ້າຮ່ວມ ຂອງ ພັນເອກ ບຸນກ້ຽງ ວົງສາ ລາດ ຫົວຫນ້າການເມືອງວິທະ ຍາຄານ ພ້ອມຄະນະ, ມີຄະນະຊີ້ ນຳນັກກີລາ, ຄູເຝິກ ແລະ ນັກກີ ລາທັງສອງຝ່າຍເຂົ້າຮ່ວມ. ພັນໂທ ບຸນແພງ ລັດຕະນະວົງ ຫົວຫນ້າຄະນະວິຊາຄູລະບຽບກີ ລາວິທະຍາຄານກໍໄດ້ຊີ້ແຈງໃນ ການສ້າງກິດຈະກຳແຂ່ງຂັນກີ ລາບານສົ່ງໃນຄັ້ງນີ້​ກໍເພື່ອເປັນ ການແລກປ່ຽນ ແລະ ຖອດຖອນ ບົດຮຽນເຊິ່ງກັນ ແລະ ກັນ. ການ ແຂ່ງຂັນໃນຄັ້ງນີ້ແມ່ນສ້າງໄດ້ ບັນຍາກາດເບີກບານມ່ວນຊື່ນ ເປັນຢ່າງດີ ຜ່ານການແຂ່ງຂັນ ຕົວຈິງເຫັນວ່າທີມນັກກີລາບານ ສົ່ງກອງພົນທີ 1 ສາມາດເອົາຊະ ນະທີມນັກກີລາບານສົ່ງວິທະຍາ ຄານໄປໄດ້ 3-0 ເຊັດ. ນອກຈາກຈະເປັນການສ້າງ ຂະບວນການຂໍ່ານັບຮັບຕ້ອນ ວັນສ້າງຕັ້ງກອງທັບປະຊາຊົນ ລາວ ຄົບຮອບ 70 ປີໃຫ້ມີບັນຍາ ກາດຟົດຟື້ນແລ້ວ ຍັງເປັນການ ສ້າງຄວາມສາມັກຄີລະຫວ່າງ ຄະນະພັກ-ຄະນະບັນຊາ ຕະຫຼອດ ຮອດພະນັກງານ-ນັກຮົບທັງ 2 ກົມກອງໃຫ້ມີຄວາມແຫນ້ນແຟ້ນ ຂຶ້ນຕື່ມອີກ. ໂດຍ: ຈິນດາ ແກ້ວວົງກົດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ