ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະສິລະປະກອນທະຫານເຂດ 5 ກອງທັບຫວຽດນາມ ສະແດງຢູ່ວິທະຍາຄານກົມມະດຳ
ເວລາອອກຂ່າວ: 2019-01-08 09:22:53 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 5650 | ຄວາມນິຍົມ:



ຄະນະສິລະປະກອນທະຫານ ເຂດ 5 ກອງທັບປະຊາຊົນຫວຽດ ນາມ ສະແດງຢູ່ວິທະຍາຄານກົມ ມະດຳໃນຄຳ່ຄືນຂອງວັນທີ 5 ມັງ ກອນ 2019 ນີ້, ໂດຍການເຂົ້າ ຮ່ວມຊົມຂອງພົນຈັດຕະວາ ບຸນຈັນ ລາດສະວົງ ຫົວຫນ້າ ການທະຫານວິທະຍາຄານກົມ ມະດຳ , ພັນເອກ ຫງວຽນ ວັນ ແທັງ ຫົວຫນ້າການເມືອງຄະນະ ສິລະປະກອນທະຫານເຂດ 5 ກອງ ທັບປະຊາຊົນຫວຽດນາມ, ພັນ ເອກ ຄຳຂື່ນ ເລີດສະໄຫວ ຮອງ ຫົວໜ້າກົມໂຄສະນາອົບຮົມກົມ ໃຫຍ່ການເມືອງກອງທັບ ພ້ອມ ດ້ວຍພະນັກງານ-ນັກຮົບ ແລະ ພໍ່ແມ່ປະຊາຊົນອ້ອມຂ້າງວິທະ ຍາຄານກົມມະດຳເຂົ້າຮ່ວມຊົມຢ່າງຫລວງຫລາຍ. ຄະນະສິລະປະກອນທະຫານ ເຂດ 5 ກອງທັບປະຊາຊົນຫວຽດ ນາມ ສືບຕໍ່ການສະແດງມິດຕະ ພາບຢູ່ວິທະຍາຄານກົມມະດຳ ເພື່ອສ້າງຂະບວນການເບີກບານ ມ່ວນຊື່ນຂໍ່ານັບຮັບຕ້ອນວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 70 ເຊິ່ງມີ 16 ລາຍການສະ ແດງເຊິ່ງໄດ້ສ່ອງແສງເຖິງນໍ້າໃຈ ເສຍສະຫລະຊີວິດຂອງນັກຮົບປະ ຕິວັດສອງຊາດລາວ-ຫວຽດນາມ ຕີສັດຕູໂຕດຽວກັນ ສາມາດຍາດ ໄດ້ໄຊນະນະຢ່າສະຫງ່າຜ່າເຜີຍ ທັງເປັນການລະນຶກຜົນງານຂອງ ນັກຮົບປະຕິວັດ, ເຮັດໃຫ້ຜູ້ທີ່ມາ ຮັບຊົມໄດ້ຮັບຮູ້ ແລະ ເຂົ້າໃຈເລິກ ເຊິ່ງເຖິງມູນເຊື້ອ ແລະ ມິດຕະພາບ ແບບພິເສດລາວ-ຫວຽດນາມ ເວົ້າລວມ,ເວົ້າສະເພາະລະຫວ່າງ ກອງທັບລາວ-ຫວຽດນາມ. ເປັນ ການໂຄສະນາເຜີຍແຜ່ແລກປ່ຽນ ສິລະປະ-ວັດທະນາທຳລະຫວ່າງ ສອງຊາດ, ສອງກອງທັບລາວ- ຫວຽດນາມ ແລະ ເປັນການໂຄ ສະນາມູນເຊື້ອສາມັກຄີພິເສດ, ຮ່ວມສຳພັນສູ້ຮົບ ແລະ ການຮ່ວມ ມືຮອບດ້ານທີ່ເປັນມໍລະດົກອັນ ລໍ້າຄ່າໃຫ້ພະນັກງານ-ນັກຮົບຮຸ່ນ ສືບທອດ ແລະ ນ້ອງນ້ອຍເຍົາວະ ຊົນຄົນຮຸ່ນໃໝ່ຮັບຮູ້ ແລະ ນໍາເອົາ ເປັນແບບຢ່າງທີ່ດີ ທັງເພີ່ມພູນຄູນສ້າງມູນເຊື້ອເຫຼົ່ານັ້ນໃຫ້ຈະ ເລີນງອກງາມຢ່າງບໍ່ຢຸດຢັ້ງ. ເຊິ່ງ ມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີແບບພິເສດຂອງ 2 ຊາດ ລາວ-ຫວຽດນາມນີ້ແມ່ນປະທານ ໂຮ່ຈີ່ມິນ ຜູ້ນໍາທີ່ຍິ່ງໃຫຍ່ຂອງປະຊາຊົນຫວຽດນາມໄດ້ຮ່ວມກັບ ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ຜູ້ນໍາທີ່ ແສນເຄົາລົບຮັກຂອງປະຊາຊົນ ລາວໄດ້ລິເລີ່ມສືບຕໍ່ຖະນຸຖະໜອມ ເພີ່ມພູນຄູນສ້າງໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະ ສືບທອດເປັນ ສາຍພົວພັນທີ່ບໍລິສຸດຜຸດຜ່ອງ, ສະເໝີຕົ້ນສະເໝີປາຍທີ່ຫາໄດ້ ຍາກໃນການພົວພັນສາກົນ. ເປັນ ປັດໄຈຮັບປະກັນໃຫ້ແກ່ໄຊຊະນະ ແຫ່ງພາລະກິດປະຕິວັດຂອງແຕ່ ລະປະເທດ ແລະ ເປັນມໍລະດົກ ອັນລໍ້າຄ່າຂອງສອງຊາດ ,ສອງ ກອງທັບລາວ-ຫວຽດນາມຕະ ຫຼອດໄປ. ໂດຍ: ເພັດ ສົມນໍວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ