ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ການສັກວັກຊີນແມ່ນມາດຕະການທີ່ລັດຖະບານສຸມໃສ່
ເວລາອອກຂ່າວ: 2021-08-06 08:42:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 30 | ຄວາມນິຍົມ:



ໃນຕະຫຼອດໄລຍະທີ່ຜ່ານມາ ພັກ-ລັດຖະບານ ໄດ້ໃຫ້ຄວາມ ສຳຄັນ ຕໍ່ການປ້ອງກັນພະຍາດໂຄ ວິດ-19 ແລະ ຈັດຊອກຢາວັກຊີນ ຊະນິດຕ່າງໆ ເພື່ອມາສັກໃຫ້ ປະຊາຊົນລາວບັນດາເຜົ່າ. ມາ ຮອດປັດຈຸບັນປະຊາຊົນໄດ້ເປັນ ເຈົ້າການຕື່ນຕົວໄປສັກວັກຊີນ ປ້ອງກັນໂຄວິດ-19 ເພື່ອໃຫ້ຮ່າງ ກາຍມີພູມຄຸ້ມກັນ ເນື່ອງຈາກພະ ຍາດດັ່ງກ່າວ ແນວໃດກໍຕາມ ຜູ້ທີ່ໄດ້ຮັບວັກ ຊີນຄົບ 2 ເຂັມແລ້ວ ກໍບໍ່ໄດ້ໝາຍ ຄວາມວ່າຈະປອດໄພ 100% ແຕ່ ຍັງມີໂອກາດຕິດເຊື້ອໂຄວິດ-19 ໄດ້, ແຕ່ຈະຊ່ວຍຫຼຸດອາການເຈັບ ປ່ວຍບໍ່ໃຫ້ຮຸນແຮງ ແລະ ຫຼຸດ ຄວາມສ່ຽງ ທີ່ຈະເຮັດໃຫ້ເສຍຊີ ວິດ, ທີ່ສຳຄັນແມ່ນໃຫ້ທຸກຄົນມີ ສະຕິປ້ອງກັນຕົນເອງ ແລະ ເອົາ ໃຈໃສ່ປະຕິບັດຕາມຄຳສັ່ງຂອງ ລັດຖະບານ ກໍຄືມາດຕະການຂອງ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະ ບາດຂອງພະຍາດໂຄວິດ-19 ວາງອອກຢ່າງເຂັ້ມງວດ ແນໃສ່ ເພື່ອບໍ່ໃຫ້ເຊື້ອພະຍາດແພ່ລາມ ອອກສູ່ວົງກວ້າງ. ປັດຈຸບັນໃນ ຂອບເຂດທົ່ວປະເທດ, ພາກສ່ວນ ທີ່ກ່ຽວຂ້ອງ ໃນການສັກວັກຊີນ ໃຫ້ກັບກຸ່ມເປົ້າໝາຍໄດ້ມີການຈັດ ຕັ້ງໜ່ວຍງານຕາມຈຸດຕ່າງໆ ເພື່ອ ບໍລິການສັກວັກຊີນ ໃຫ້ປະຊາຊົນ ລາວບັນດາເຜົ່າຢ່າງເປັນຂະ ບວນ. ໃນນັ້ນ, ເພື່ອຮັບປະກັນໃນ ຄວາມປອດໄພໜ່ວຍງານແພດ ໝໍແຕ່ລະໜ່ວຍກໍມີການກວດ ສຸຂະພາບໃຫ້ຜູ້ທີ່ມີສິດໄດ້ຮັບ ວັກຊີນ ເປັນຕົ້ນມີການວັດແທກ ອຸນຫະພູມຮ່າງກາຍ, ວັດແທກ ຄວາມດັນ ແລະ ອື່ນໆ ກ່ອນຈະ ໄດ້ຮັບວັກຊີນ ເຊິ່ງເຮັດໃຫ້ແຕ່ ລະຈຸດຮັບປະກັນໄດ້ຄວາມເປັນ ລະບຽບຮຽບຮ້ອຍຕາມຈຸດປະ ສົງ ແລະ ເຮັດໃຫ້ການດຳເນີນ ບໍລິການສັກວັກຊິນໃຫ້ແກ່ກຸ່ມເປົ້າ ໝາຍດັ່ງກ່າວໄດ້ເປັນຢ່າງດີ. ເພື່ອຮັບປະກັນບໍ່ໃຫ້ມີຄວາມ ສ່ຽງຕໍ່ການຕິດເຊື້ອພະຍາດໂຄ ວິດ-19 ໃນການໄປຮັບວັກຊີນ ນັ້ນປະຊາຊົນຕ້ອງເອົາໃຈໃສ່ປະຕິ ບັດຕາມຄຳສັ່ງຂອງລັດຖະບານ ກໍຄືຄະນະສະເພາະກິດ ເພື່ອປ້ອງ ກັນ, ຄວບຄຸມ ແລະ ແກ້ໄຂການ ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດເປັນຕົ້ນ ໃນເວລາ ມາຮັບວັກຊີນແຕ່ລະຄັ້ງແມ່ນໃຫ້ ໃສ່ຜ້າອັດປາກ-ດັງ ແລະ ປະຕິບັດ ໄລຍະຫ່າງ, ຫຼີກລ່ຽງບໍ່ໃຫ້ຢູ່ເປັນ ກຸ່ມ. ໃນນັ້ນ, ສິ່ງສຳຄັນຖ້າວ່າຕົນ ເອງຫາກຮູ້ສຶກບໍ່ສະບາຍມີອາ ການໄອ, ຈາມ, ມີນໍ້າມູກ ແລະ ກໍລະນີອື່ນໆ ບໍ່ຄວນໄປຮັບວັກ ຊີນເດັດຂາດເພາະຈະມີຄວາມ ສ່ຽງໃນການແພ່ເຊື້ອພະຍາດ ໃສ່ຄົນອື່ນ, ຈົ່ງຮີບໄປກວດສຸ ຂະພາບ ຫຼື ກວດຫາເຊື້ອໂຄວິດຢູ່ ໂຮງໝໍ ຫຼື ຕາມຈຸດຕ່າງໆ ທີ່ພາກ ສ່ວນກ່ຽວຂ້ອງກຳນົດໄວ້. ເພື່ອ ຮັບການປິ່ນປົວຢ່າງທັນເວລາ ແລະ ບໍ່ແພ່ເຊື້ຶອອອກສູ່ວົງກວ້າງ, ແຕ່ລະຈຸດໃນການບໍລິການຮັບ ວັກຊີນຢູ່ສະຖານທີ່ຕ່າງໆ ລ້ວນ ແຕ່ມີມວນຊົນເປັນຈຳນວນຫຼວງ ຫຼາຍທີ່ມາຈາກຫຼາຍບ່ອນ ເຊິ່ງ ອາດມີຄວາມສ່ຽງສູງໃນການແພ່ເຊື້ອໄດ້ງ່າຍ. ສະນັ້ນ, ເພື່ອບໍ່ໃຫ້ມີ ຄວາມສ່ຽງທີ່ຈະຕິດເຊື້ອພະຍາດ ດັ່ງກ່າວ ພວກເຮົາຕ້ອງເປັນເຈົ້າ ການ ແລະ ມີສະຕິໃນການປ້ອງ ກັນຕົນເອງສະເໝີ, ຢ່າຖືເບົາຫຼີກ ລ່ຽງບໍ່ໃຫ້ມີຫາງສຽງຈົ່ມວ່າ ໃຫ້ກັນ ແລະ ຄວນໃຫ້ຄວາມຮ່ວມ ມືກັບເຈົ້າໜ້າທີ່ແພດໝໍ ທີ່ມາຮັບ ໃຊ້ບໍລິການ, ຖ້າຫາກທຸກຄົນມີ ນໍ້າໃຈເສຍສະຫຼະເຊິ່ງກັນ ແລະ ກັນ, ເຊື່ອແນ່ວ່າເປົ້າໝາຍໃນການ ສັກວັກຊີນຂອງລັດຖະບານໃຫ້ ແຕ່ລະກຸ່ມເປົ້າໝາຍຈະສາມາດບັນລຸຕາມຈຳນວນທີ່ໄດ້ກຳນົດ ໄວ້ຢ່າງແນ່ນອນ. ຕ້ອງເຂົ້າໃຈ ວ່າການໄດ້ຮັບວັກຊີນຄົບຕາມກຳ ນົດແມ່ນເປັນການປ້ອງກັນບໍ່ໃຫ້ ເຊື້ອພະຍາດເຂົ້າສູ່ຮ່າງກາຍໄດ້ ໄວ. ເຖິງແມ່ນວ່າປັດຈຸບັນປະເທດ ຂອງພວກເຮົາຈະມີກໍລະນີຕິດ ເຊື້ອໃນຊຸມຊົນໜ້ອຍ, ແຕ່ກໍລະນີ ຈາກແຮງງານນຳເຂົ້າຈາກປະ ເທດໃກ້ຄຽງແມ່ນມີຈຳນວນເພີ່ມ ຂຶ້ນຢ່າງຕໍ່ເນື່ອງ. ສະນັ້ນ, ຕ້ອງໄດ້ ໃຫ້ເປັນເຈົ້າການຊ່ວຍກັນ, ຢ່າຖື ເບົາໃນການປະຕິບັດມາດຕະ ການຕ່າງໆ ຂອງຄະນະສະເພາະ ກິດວາງອອກ. ໂດຍ: ຈັນທະວົງ ອຸ່ນວິໄລຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ