ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະກາດການແຕ່ງຕັ້ງຮັກສາການຮອງເລຂາຄະນະພັກຮາກຖານ ແລະ ບັນດາໜ່ວຍພັກຂຶ້ນກັບຫ້ອງການບໍລິຫານ ກອງພົນທີ 5
ເວລາອອກຂ່າວ: 2021-08-06 08:36:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 179 | ຄວາມນິຍົມ:



ວັນທີ 3 ສິງຫາ ນີ້, ຢູ່ຫ້ອງ ການບໍລິຫານກອງພົນທີ 5 ໄດ້ ປະກາດການບົ່ງຕົວແຕ່ງຕັ້ງຮັກ ສາການຮອງເລຂາຄະນະພັກ ຮາກຖານ ແລະ ບັນດາໜ່ວຍພັກ ຂຶ້ນກັບ ຫ້ອງການບໍລິຫານກອງ ພົນທີ 5, ໂດຍການເປັນປະທານ ຂອງ ສະຫາຍ ພັນໂທ ລຳເງີນ ໄຊຍະວົງສາ ຮອງເລຂາຄະນະ ພັກຮາກຖານ ຮອງຫົວໜ້າຫ້ອງ ການບໍລິຫານກອງພົນທີ 5. ສະຫາຍ ພັນໂທ ຈິດຖະໜອມ ອະນຸລັກ ຫົວໜ້າພະແນກສັງລວມ ຫ້ອງການບໍລິຫານ ໄດ້ຜ່ານຂໍ້ຕົກ ລົງຂອງຄະນະປະຈຳພັກ ກອງພົນ ທີ 5 ວ່າດ້ວຍ ການບົ່ງຕົວແຕ່ງ ຕັ້ງຮອງເລຂາຄະນະພັກຮາກ ຖານຫ້ອງການບໍລິຫານ ແລະ ບັນດາໜ່ວຍພັກ. ໃນນີ້ ແຕ່ງຕັ້ງ ສະຫາຍ ພັນໂທ ລຳເງີນ ໄຊຍະ ວົງສາ ຮັກສາການ ຮອງເລຂາຄະ ນະພັກຮາກຖານຫ້ອງການບໍລິ ຫານກອງພົນທີ 5, ສະຫາຍ ພັນ ໂທ ບຸນຮຽນ ໄຊສະຫວັດ ຫົວໜ້າ ພະແນກກົດໝາຍ ເປັນກຳມະການ ຄະນະພັກຮາກຖານຫ້ອງການບໍ ລິຫານ, ສະຫາຍ ພັນຕີ ແຫຼ້ ແກ້ວ ວົງສາ ເປັນຮອງເລຂາໜ່ວຍພັກ ທີ 1, ສະຫາຍ ຮ້ອຍເອກ ສົມໄຕ ເພັດສະໝັນ ເປັນກຳມະການໜ່ວຍ ພັກທີ 1, ສະຫາຍ ພັນໂທ ບຸນຮຽນ ໄຊສະຫວັດ ເປັນຮອງເລຂາໜ່ວຍ ພັກທີ 2, ສະຫາຍ ພັນໂທ ບົວຜັນ ບຸນ ພະໄຊ ເປັນຮອງເລຂາໜ່ວຍພັກ ທີ 3, ສະຫາຍ ພັນຕີ ວິໄນ ທຳມະ ຈັກ ເປັນກຳມະການໜ່ວຍພັກທີ 3. ໂອກາດດັ່ງກ່າວ ຍັງໄດ້ຜ່ານ ແຜນການຂໍ້ແຂ່ງຂັນສ້າງຂະບວນ ການຕ້ອນຮັບວັນສ້າງຕັ້ງກອງ ພົນທີ 5 ຄົບຮອບ 40 ປີ ແລະ ວັນ ສຳຄັນຕ່າງໆຂອງຊາດ, ຂອງພັກ ແລະ ຂອງກອງທັບຕື່ມອີກ. ໂດຍ: ແສງອາທິດ ສີດາໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ