ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນ 588 ອົບຮົມ-ຫັດແອບ ການເມືອງ, ການທະຫານ ແລະ ພະລາທິການ-ເຕັກນິກ
ເວລາອອກຂ່າວ: 2021-08-06 08:34:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 275 | ຄວາມນິຍົມ:



ວັນທີ 28 ກໍລະກົດ 2021, ກອງພັນ 588 ໄດ້ດຳເນີນການ ອົບຮົມ-ຫັດແອບການເມືອງ, ການທະຫານ ແລະ ພະລາທິ ການ-ເຕັກນິກ ປະຈໍາປີ 2021, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ບຸນສົດ ອິນສີນາ ຮອງຫົວໜ້າກົມຊ່າງ ແສງ ກົມໃຫຍ່ເສນາທິການກອງ ທັບ, ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບເຂົ້າຮ່ວມ. ສະຫາຍ ພັນໂທ ສີວຽງໄຊ ບົວລະສິມມາ ຮອງຫົວໜ້າການ ທະຫານ ກອງພັນ 588 ໄດ້ ຜ່ານແຜນການ ອົບຮົມ-ຫັດແອບ ການເມືອງ, ການທະຫານ ແລະ ພະລາທິການ-ເຕັກນິກ ປະຈໍາປີ 2021 ວ່າ: ເພື່ອຍົກສູງຄວາມຮູ້, ຄວາມສາມາດຂອງນາຍ ແລະ ພົນທະຫານພາຍໃນກົມກອງ ໃຫ້ມີປະສິດທິພາບ ຮູ້ໝູນໃຊ້ ຄວາມຮູ້ເຂົ້າໃນໜ້າທີ່ການເມືອງ ຂອງຕົນ, ມີສະຕິ ແລະ ຄວາມຮັບ ຜິດຊອບໃນການຈັດຕັ້ງປະຕິບັດ ບັນດາຂໍ້ກໍານົດ-ກົດລະບຽບຂອງ ກອງທັບ. ເຮັດໃຫ້ນາຍ ແລະ ພົນ ທະຫານຮູ້ໝູນໃຊ້ບົດຮຽນຢ່າງ ມີຫົວຄິດປະດິດສ້າງ ແລະ ມີ ຄວາມຊໍານິຊໍານານຄ່ອງແຄ້ວ. ເນື້ອໃນອົບຮົມປະກອບມີ: ວິຊາ ຄວາມຮູ້ທົ່ວໄປ, ລະບຽບຮູບ ແຖວ, ກີລາການທະຫານ-ນັກ ຮົບແຂງແຮງ, ສິລະປະຍຸດ, ຍຸດ ທະວິທີພື້ນຖານ, ວິຊາສະເພາະ ເຫຼົ່າຮົບເພື່ອນ, ວຽກງານຮັບປະ ກັນສູ້ຮົບ, ອົບຮົມການເມືອງຮັບ ໃຊ້ສູ້ຮົບ, ພະລາທິການຮັບໃຊ້ ສູ້ຮົບ, ວິຊາເຕັກນິກຮັບໃຊ້ສູ້ຮົບ, ກອບກູ້ໄພພິບັດ ແລະ ການນໍາ ໃຊ້ພາຫະນະແຕ່ລະປະເພດ: ລົດລອຍນໍ້າ PTS, ລົດຂົວຟູ PMP, ກາໂນ BMK-130, ເຮືອພັບ DL-10, ເຮືອກູ້ໄພ ທ້ອງແບນ, ເຮືອສີສົ້ມ, ເຮືອລາດ ຕະເວນ ແລະ ລົດກ່າຍຂົວ 51 ແມັດ ເຊິ່ງລວມມີທັງທິດສະດີ ການຈໍລະຈອນ-ຂັບຂີ່ ແລະ ການປົກປັກຮັກສາ. ໂດຍ: ເກນ ວິໄລສານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ