ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພົນທີ 3 ມອບ-ຮັບໜ້າທີ່ຫົວໜ້າພະແນກໄອຍະການ
ເວລາອອກຂ່າວ: 2021-08-06 08:33:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 183 | ຄວາມນິຍົມ:



ພິທີມອບ-ຮັບໜ້າທີ່ລະຫວ່າງ ສະຫາຍ ພັນໂທ ວຽງພັນ ໄຊ ເຫຼີມບູນ ຫົວໜ້າພະແນກໄອຍະ ການ (ຜູ້ເກົ່າ) ແລະ ສະຫາຍ ພັນຕີ ຄຳໃບ ເພັດລໍຄຳ ຫົວໜ້າພະ ແນກໄອຍະການ ກອງພົນທີ 3 (ຜູ້ໃໝ່), ໃນວັນທີ 3 ສິງຫາ 2021, ໂດຍການເປັນປະທານ ຂອງ ສະຫາຍ ພັນໂທ ຄຳສິງ ສາຍຍອດອູ ຮອງຫົວໜ້າຫ້ອງ ການເມືອງກອງພົນທີ 3, ມີພະ ນັກງານ-ນັກຮົບ ເຂົ້າຮ່ວມ. ເພື່ອຕອບສະໜອງຄວາມ ຮຽກຮ້ອງຕ້ອງການຂອງໜ້າ ທີ່ວຽກງານໃນໄລຍະໃໝ່ໂດຍ ສະເພາະແມ່ນການນຳພາ-ຊີ້ນໍາ ວຽກງານຕ່າງໆໃນແຕ່ລະຂົງ ເຂດໃຫ້ມີຄວາມຮັບປະກັນທາງ ດ້ານປະລິມານ ແລະ ຄຸນນະ ພາບ ເພື່ອພ້ອມກັນປົກປັກຮັກ ສາ ແລະ ພັດທະນາປະເທດ ຊາດໃຫ້ມີຄວາມຈະເລີນກ້າວ ໜ້າ. ສະຫາຍ ພັນໂທ ຄຳສິງ ສາຍຍອດອູ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາ ສະຫາຍ ທີ່ໄດ້ປະກອບສ່ວນເປັນ ຫົວຈັກຫຼັກແຫຼ່ງປະຕິບັດວຽກ ງານຕະຫຼອດໄລຍະຜ່ານມາ, ເຮັດສຳເລັດໜ້າທີ່ຕາມການ ມອບໝາຍຂອງພັກ-ລັດຂັ້ນ ເທິງກໍຄືການຈັດຕັ້ງ, ພ້ອມທັງ ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບໜ້າທີ່ ໃໝ່ຈົ່ງຍົກສູງນ້ຳໃຈສາມັກຄີ ພາຍໃນໝູ່ຄະນະ, ເປັນເຈົ້າການ ໃນການຊີ້ນຳ, ປະຕິບັດຕາມຫຼັກ ການລວມສູນປະຊາທິປະໄຕ, ເອກກະພາບ ພາຍໃນໝູ່ຄະນະ ໂດຍປີ່ນອ້ອມຕາມ 4 ໜ້າທີ່ ໃຫຍ່ 26 ແຜນງານ ຂອງຄະ ນະພັກກະຊວງປ້ອງກັນປະ ເທດ, ຕັ້ງໜ້າປັບປຸງກໍ່ສ້າງກຳ ລັງ, ກົມກອງໃຫ້ມີຄວາມໜັກ ແໜ້ນ ເຂັ້ມແຂງ ຂຶ້ນກວ່າເກົ່າ. ໂດຍ: ລີໂດ ດວງສະຫວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ