ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະກວດກາໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ເຄື່ອນໄຫວວຽກງານຢູ່ກອງພັນທີ 4
ເວລາອອກຂ່າວ: 2021-08-06 08:33:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 66 | ຄວາມນິຍົມ:



ວັນທີ 29 ກໍລະກົດ 2021, ສະຫາຍ ພັນໂທ ແສງເດືອນ ອິນທິສອນ ກຳມະການຄະນະ ປະຈຳພັກ, ປະທານກວດກາ ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ພ້ອມຄະນະ, ໄດ້ເຄື່ອນ ໄຫວກວດກາການ ນໍາພາ-ຊີ້ ນໍາ ຂອງຄະນະບັນຊາກອງພັນ ທີ 4, ໂດຍການຕ້ອນຮັບຂອງ ສະຫາຍ ພັນໂທ ພົມມະສອນ ນັນທະນົນຕຣີ ເລຂາຄະນະພັກ, ຫົວໜ້າການເມືອງກອງພັນພ້ອມ ຄະນະ. ສະຫາຍ ພັນໂທ ພົມມະສອນ ນັນທະນົນຕຣີ ໄດ້ລາຍງານສະ ພາບການເຄື່ອນໄຫວຈັດຕັ້ງປະ ຕິບັດໜ້າທີ່ວຽກງານຮອບດ້ານ ຕະຫຼອດໄລຍະ 1 ປີຜ່ານມາ ໂດຍຍົກໃຫ້ເຫັນດ້ານດີ, ດ້ານ ອ່ອນ ແລະ ຂໍ້ຄົງຄ້າງໃນຂົງເຂດ ວຽກງານຂອງກົມກອງຮັບຜິດ ຊອບ ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະ ຊວງປ້ອງກັນປະເທດວາງອອກ. ໂດຍໄດ້ນໍາພາພະນັກງານ-ນັກ ຮົບສ້າງຂະບວນການຕ່າງໆ ພາຍໃນກົມກອງໃຫ້ມີຂະບວນ ການຟົດຟື້ນແຂງແຮງ, ຕ້ານບັນ ດາປະກົດຫຍໍ້ທໍ້ຕ່າງໆ ໃນກົມ ກອງໃຫ້ຫຼຸດໜ້ອຍຖອຍລົງເທື່ອ ລະກ້າວ, ເພື່ອສ້າງໃຫ້ກົມກອງ ກາຍເປັນກົມກອງ 3 ປອດ, ກົມ ກອງວັດທະນະທໍາ-ນັກຮົບວັດ ທະນະທຳ ແລະ ໜ່ວຍພັກ ປອດ ໃສ ເຂັ້ມແຂງ ໜັກແໜ້ນ. ສະຫາຍ ພັນໂທ ແສງເດືອນ ອິນທິສອນ ໄດ້ກ່າວສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ກົມກອງສ້າງມາໄດ້ຕະຫຼອດ ໄລຍະຜ່ານມາ. ພ້ອມທັງຮຽກ ຮ້ອງໃຫ້ຄະນະພັກ-ຄະນະບັນຊາ ພະນັກງານ, ສະມາຊິກພັກແຕ່ລະ ຂັ້ນ ຕ້ອງເຊື່ອມຊຶມແນວທາງ ຈັດຕັ້ງປະຕິບັດ, ຍົກສູງນໍ້າໃຈຮັບຜິດຊອບຕໍ່ການຊີ້ນໍາ-ບັນຊາ ສຶກສາອົບຮົມການເມືອງ-ນໍາພາ ແນວຄິດໃຫ້ພະນັກງານ, ນັກຮຽນ ຢ່າງເລິກເຊິ່ງ, ເປັນແບບຢ່າງໃນ ການຈັດຕັ້ງປະຕິບັດເຮັດໜ້າທີ່ ຕົວຈິງ ດ້ວຍຄວາມຮັບຜິດຊອບ ສູງ, ມີແບບແຜນວິທີເຮັດວຽກ, ວິທີການນໍາພາ-ບັນຊາ, ມີຄວາມ ສາມັກຄີຢ່າງແໜ້ນແຟ້ນພ້ອມກັນ ສືບຕໍ່ປະຕິບັດໜ້າທີ່ ທີ່ ການຈັດຕັ້ງ ຂັ້ນເທິງມອບໝາຍໃຫ້ສໍາລັດຜົນ. ໂດຍ: ສົມພົງ ແກ້ວປະເສີດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ