ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະອະນຸກຳມະການຊ່ວຍເຫຼືອກູ້ໄພນໍ້າຖ້ວມ ກອງພັນໃຫຍ່ 401 ເຄື່ອນໄຫວກວດກາພື້ນທີ່ຖືກຜົນກະທົບ
ເວລາອອກຂ່າວ: 2021-08-06 08:32:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 153 | ຄວາມນິຍົມ:



ໃນຕົ້ນເດືອນສິງຫາ 2021, ອະນຸກໍາມະການຊ່ວຍເຫຼືອກອບ ກູ້ໄພພິບັດນໍ້າຖ້ວມ ກອງພັນໃຫຍ່ 401 ກອງພົນທີ 4 ນຳ ໂດຍ ສະຫາຍ ພັນຕີ ຈັນທະຄາດ ກ້ອນມະນີ ຫົວໜ້າຂະແໜງສູ້ ຮົບກອງພັນໃຫຍ່ 401 ພ້ອມດ້ວຍ ຄະນະ ໄດ້ເຄື່ອນໄຫວກວດກາພື້ນ ທີ່ ຖືກຜົນກະທົບຈາກໄພພິບັດ ນ້ຳຖ້ວມຕາມຂອບເຂດຮັບຜິດ ຊອບຂອງກົມກອງ. ພື້ນທີ່ຖືກຜົນກະທົບທາງໄພ ພິບັດນ້ຳຖ້ວມລວມມີ 3 ເມືອງ: ເມືອງໄຊບູລີ ແຂວາງສະຫວັນ ນະເຂດ, ເມືອງເຊບັ້ງໄຟ ແລະ ເມືອງໜອງບົກ ແຂວງຄຳມ່ວນ. ໃນ 3 ເມືອງ ດັ່ງກ່າວໄດ້ຖືກຜົນ ກະທົບຈາກນໍ້າປ່າໄຫຼຊຸຈາກເຊ ບັ້ງໄຟ ທີ່ຖືກຍູ້ດັນຈາກແມ່ນ້ຳ ຂອງ ເຮັດໃຫ້ປະລິມານນ້ຳ ເພີ່ມຂຶ້ນຢ່າງໄວວາໄຫຼເຂົ້າ ຖ້ວມບ້ານເຮືອນປະຊາຊົນ, ອຳນາດການປົກຄອງ ປກຊ-ປກສ ໄດ້ຊ່ວຍເຫຼືອເຄື່ອນ ຍ້າຍພໍ່ແມ່ປະຊາຊົນ, ເຄື່ອງ ຂອງພາຫະນະ, ສັດລ້ຽງ: ງົວ, ຄວາຍ, ໝູ, ແບ້, ສັດປີກ ແລະ ອື່ນໆ ໄວ້ພື້ນທີ່ ທີ່ມີຄວາມປອດ ໄພ. ນັບແຕ່ວັນທີ 28-30 ກໍລະກົດ ປະລິມານນໍ້າເພີ່ມຂຶ້ນ ສູງເຖິງ 2-3 ແມັດ, ປັດຈຸບັນປະ ລິມານນໍ້າເຊບັ້ງໄຟໄດ້ເລີ່ມຫຼຸດ ລົງປະມານ 40-50 ຊັງຕີແມັດ. ໂດຍ: ໂພຄຳ ພອນປະເສີດ ພາບ: ບົວຄຳ ທອງລັດສະໝີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ