ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການ
ເວລາອອກຂ່າວ: 2021-08-06 08:31:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 300 | ຄວາມນິຍົມ:



ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນ ທາງການ ໃນວັນທີ 5 ສິງຫາ 2021 ນີ້, ຢູ່ຫ້ອງປະຊຸມໃຫຍ່ສະ ພາ ແຫ່ງຊາດ (ຫຼັງໃໝ່) ໂດຍ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແລະ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການ ໃຫຍ່ຄະນະບໍລິຫານງານສູນ ກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ມີທ່ານ ພັນຄຳ ວິພາວັນ ນາຍົກ ລັດຖະມົນຕີ, ບັນດາອະດີດການ ນຳພັກ-ລັດ, ຄະນະລັດຖະບານ, ສະມາຊິກສະພາແຫ່ງຊາດ, ຜູ້ຕາງ ໜ້າອົງການຈັດຕັ້ງພັກ-ລັດ, ແນວ ລາວສ້າງຊາດ, ອົງການຈັດຕັ້ງ ມະຫາຊົນ ແລະ ສະຫະພັນນັກ ຮົບເກົ່າ ເຂົ້າຮ່ວມ. ທ່ານ ໄຊສົນພອນ ພົມວິຫານ ໄດ້ກ່າວວ່າ: ກອງປະຊຸມສະໄໝ ວິສາມັນ ເທື່ອທີ 1 ຂອງສະພາ ແຫ່ງຊາດ ຊຸດທີ IX ຈະໄດ້ພິຈາ ລະນາ ແລະ ຮັບຮອງເອົາບັນຫາ ສຳຄັນພື້ນຖານຂອງປະເທດຊາດ ເປັນຕົ້ນບົດລາຍງານຂອງ ລັດ ຖະບານກ່ຽວກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ-ການ ເງິນ, ບົດລາຍງານຂອງລັດຖະ ບານກ່ຽວກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາ ເສບຕິດ ແລະ ພິຈາລະນາຮັບຮອງ ເອົາການປັບປຸງບັນດາຮ່າງກົດ ໝາຍທີ່ພົວພັນກັບວາລະແຫ່ງ ຊາດ ຈໍານວນ 5 ສະບັບ ຄື: ກົດ ໝາຍວ່າດ້ວຍການຄຸ້ມຄອງສ່ວຍ ສາອາກອນ, ກົດໝາຍວ່າດ້ວຍ ອາກອນມູນຄ່າເພີ່ມ, ກົດໝາຍ ວ່າດ້ວຍອາກອນລາຍໄດ້, ກົດ ໝາຍວ່າດ້ວຍອາກອນຊົມໃຊ້ ແລະ ກົດໝາຍວ່າດ້ວຍຢາເສບ ຕິດ. ພ້ອມນັ້ນ, ຍັງໄດ້ສະເໜີຮ່າງ ມະຕິກອງປະຊຸມສະພາແຫ່ງ ຊາດ 2 ສະບັບຄື: ມະຕິກອງປະ ຊຸມສະພາແຫ່ງຊາດ ວ່າດ້ວຍ ການຮັບຮອງເອົາວາລະແຫ່ງ ຊາດກ່ຽວກັບການແກ້ໄຂຄວາມ ທຸກຍາກທາງດ້ານເສດຖະກິດ-ການເງິນ ແລະ ມະຕິກອງປະຊຸມ ສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາ ເສບຕິດ ພ້ອມທັງສະຫຼຸບສັງ ລວມຄໍາເຫັນຂອງສະມາຊິກສະ ພາແຫ່ງຊາດ ແລະ ສະເໜີລົງ ຄະແນນສຽງຮັບຮອງເອົາຮ່າງ ມະຕິກອງປະຊຸມສະພາແຫ່ງຊາດ 2 ສະບັບຕາມລໍາດັບ, ພ້ອມທັງ ຮັບຟັງການລາຍງານຂອງລັດ ຖະບານກ່ຽວກັບສະພາບການ ແຜ່ລະບາດຂອງພະຍາດໂຄ ວິດ-19 ແລະ ມາດຕະການແກ້ໄຂ ຜົນກະທົບຈາກການແຜ່ລະບາດ ຂອງ ພະຍາດດັ່ງກ່າວ. ໃນລະ ຫວ່າງການດໍາເນີນກອງປະ ຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ນີ້, ສະພາແຫ່ງຊາດ ຈະໄດ້ຈັດ ພິທີມອບ-ຮັບຫໍສະພາແຫ່ງຊາດ ຫຼັງໃໝ່ ຢ່າງເປັນທາງການ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ