ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພົນທີ 5 ປິດຊຸດອົບຮົມກໍ່ສ້າງນາຍສິບ ຊຸດທີ V
ເວລາອອກຂ່າວ: 2021-08-05 08:59:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 190 | ຄວາມນິຍົມ:



ທ້າຍເດືອນກໍລະກົດ ຜ່ານ ມານີ້້, ສູນເຝິກອົບຮົມກອງພົນທີ 5 ໄດ້ຈັດຕັ້ງປິດບັ້ນອົບຮົມກໍ່ສ້າງ ນາຍສິບຊຸດທີ V, ໂດຍການເປັນ ປະທານຂອງ ສະຫາຍ ພັນເອກ ຂັນທີ ສະໜາມອຸ່ນ ຫົວໜ້າການ ທະຫານ ກອງພົນທີ 5, ມີສະຫາຍ ພັນໂທ ສຸບັນ ແພງປະເສີດ ຫົວໜ້າ ການທະຫານ ສູນເຝິກອົບຮົມ ກອງພົນທີ 5 ພ້ອມດ້ວຍຄະນະ ພັກ-ຄະນະບັນຊາຈາກອົງການ 5 ຫ້ອງ, ພະນັກງານ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ. ສະຫາຍ ພັນໂທ ຄຳພັດ ແສນ ຜາສົມພູ ຫົວໜ້າພະແນກເສນາ ທິການສູນເຝິກອົບຮົມໄດ້ຕີລາ ຄາຄືນຜ່ານການອົບຮົມກໍ່ສ້າງ ນາຍສິບ ຊຸດທີ V ໃນໄລຍະ 1 ປີ ຜ່ານມາ, ຍົກໃຫ້ເຫັນຂໍ້ສະດວກ, ດ້ານຫຍຸ້ງຍາກ ແລະ ບົດຮຽນ ທີ່ຖອດຖອນໄດ້. ອັນພື້ນຖານ ຄະ ນະພັກ- ຄະນະບັນຊາ ກອງພົນທີ 5 ໄດ້ເອົາໃຈໃສ່ຊີ້ນໍາຢ່າງໃກ້ຊິດ ຕິດແທດ, ອໍານວຍຄວາມສະດວກ ໃຫ້ແກ່ການອົບຮົມ, ພະນັກງານ ຄູ-ອາຈານ ໄດ້ຍົກສູງຄວາມ ຮັບຜິດຊອບຂອງຕົນ ໃນການ ສິດສອນສົ່ງຄວາມຮູ້ໃຫ້ແກ່ນັກ ຮຽນ ແລະ ນັກຮຽນກໍໄດ້ເປັນເຈົ້າ ການຄົ້ນຄວ້າຮໍ່າຮຽນ, ປະຕິບັດຂໍ້ ກຳນົດ, ກົດລະບຽບຂອງທັບຢ່າງ ເຂັ້ມງວດເຮັດໃຫ້ບັ້ນອົບຮົມຄັ້ງນີ້ ໄດ້ຮັບຜົນສໍາເລັດຕາມຄາດ ໝາຍທີ່ວາງໄວ້ ແລະ ສາມາດຕີ ລາຄາຜົນໄດ້ຮັບຄື: ໝວດ ຄວາມ ຮູ້ທົ່ວໄປປະຕິບັດໄດ້ 72,60%, ໝວດຄວາມຮູ້ພື້ນຖານວິຊາ ສະເພາະປະຕິບັດໄດ້ 66,43%, ໝວດຄວາມຮູ້ວິຊາສະເພາະ ປະຕິບັດໄດ້ 73,97% ແລະ ພາກປະຕິບັດຕົວຈິງປະຕິບັດໄດ້ 89,65%, ໃນນັ້ນ, ຄັດເລືອກ ໄດ້ນັກຮຽນເກັ່ງ 4 ສະຫາຍ, ນັກ ຮຽນດີ 142 ສະຫາຍ. ຈາກນັ້ນ, ສະຫາຍ ພັນໂທ ວຽງແກ້ວ ມະຫາ ໄຊ ຫົວໜ້າການເມືອງ ສູນເຝິກ ອົບຮົມ ກອງພົນທີ 5 ໄດ້ມອບໃບ ຢັ້ງຢຶນໃຫ້ນັກຮຽນທີ່ສໍາເລັດບັ້ນ ອົບຮົມໃນຄັ້ງນີ້ຢ່າງສົມກຽດ. ໂດຍ : ແສງອາທິດ ສີດາໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ