ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກະຊວງປ້ອງກັນປະເທດ ປາຖະກະຖາວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ
ເວລາອອກຂ່າວ: 2021-08-05 08:52:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 250 | ຄວາມນິຍົມ:



ໃນວັນທີ 4 ສິງຫາ 2021 ນີ້, ກະຊວງປ້ອງກັນປະເທດ ໄດ້ ຈັດຕັ້ງປາຖະກະຖາເນື່ອງໃນໂອ ກາດສະເຫຼີມສະຫຼອງວັນສ້າງຕັ້ງ ພັກກອມມູນິດຈີນ ຄົບຮອບ 100 ປີ ແລະ ວັນສ້າງຕັ້ງກອງທັບປົດ ປ່ອຍປະຊາຊົນຈີນ ຄົບຮອບ 94 ປີ ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນ ກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ປະເທດ ມີ ສະຫາຍ ພັນເອກ ພິ ເສດ ຫຼີປິງ ຫົວໜ້າຫ້ອງການທີ່ ປຶກສາທູດຝ່າຍປ້ອງກັນຊາດ ສປ ຈີນ ປະຈຳ ສປປ ລາວ ມີຄະນະ ນຳກະຊວງປ້ອງກັນປະເທດ, ບັນ ດາກົມໃຫຍ່, ຫ້ອງວ່າການ, ຄະນະ ພັກ-ຄະນະບັນຊາອົງການ, ກຳ ລັງຫຼວງ-ກຳລັງທ້ອງຖິ່ນ, ວິທະ ຍາຄານ, ໂຮງຮຽນ, ໂຮງໝໍຕະ ຫຼອດຮອດຫົວໜ່ວຍທຸລະກິດທົ່ວ ກອງທັບເຂົ້າຮ່ວມ. ໃນພິທີ ສະຫາຍ ພັນເອກ ພິເສດ ຫຼີ ປິງ ໄດ້ຂຶ້ນປາຖະກະຖາກ່ຽວກັບ ບົດປາໄສຂອງ ສະຫາຍ ສີຈີ້ນ ຜິງ ເລຂາທິການໃຫຍ່ປະທານປະ ເທດແຫ່ງ ສປ ຈີນ ໃນພິທີສະເຫຼີມ ສະຫຼອງວັນສ້າງຕັ້ງພັກກອມມູ ນິດ ຈີນຄົບຮອບ 100 ປີ ໃນວັນທີ 1 ກໍລະກົດປີ 2021, ເຊິ່ງເນື້ອໃນ ຂອງບົດປາໄສນັ້ນໄດ້ຊີ້ໃຫ້ເຫັນ ແນວຄິດເບິ່ງກວ້າງເຫັນໄກສະ ແດງວິໄສທັດການພັດທະນາ ແບບກວມລວມ ມີຄວາມໝາຍອັນ ເລິກເຊິ່ງ ທັງມີເນື້ອໃນໃຈຄວາມ, ບົດຄວາມທັງໝົດໄດ້ສ່ອງແສງ ສະຫວ່າງແຫຼ່ງສັດຈະທຳຂອງ ລັດທິມາກແມ່ນ ຜົນສໍາເລັດທາງ ດ້ານທິດສະດີຫຼັກການຈາກການ ນໍາໃຊ້ລັດທິມາກໃນຂະບວນການ ພັດທະນາປະເທດ ຈີນແມ່ນຖະ ແຫຼງການທາງດ້ານການເມືອງ ເພື່ອດຳເນີນການຕໍ່ສູ້ຜ່ານຜ່າ ຄວາມຫຍຸ້ງຍາກທີ່ມີ ເອກະລັກ ໃໝ່ທາງດ້ານປະຫວັດສາດອັນ ຫຼາກຫຼາຍຂອງທົ່ວພັກກອມມູ ນິດຈີນໃນຍຸກໃໝ່ ແມ່ນກໍາລັງ ຂັບເຄື່ອນອັນແຮງກ້າ ເພື່ອບັນລຸ ຄວາມໄຝ່ຝັນຂອງຈີນໃນການຟື້ນ ຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງ ໃຫຍ່ຂອງປະຊາຊາດຈີນ ເປັນເອ ກະສານຫຼັກໃນການ ນຳພາ-ຊີ້ນຳ ພັກກອມມູນິດພວກຂ້າພະເຈົ້າບຸກ ເບີກສູ້ຊົນເພື່ອສົ່ງເສີມການພັດທະ ນາພາລະກິດອັນຍິ່ງໃຫຍ່ຂອງ ສັງຄົມນິຍົມທີ່ມີສີສັນພິເສດ ຂອງ ສປຈີນ ແລະ ເປັນແມ່ແບບໃນການ ສ້າງສາພັດທະນາພັກກອມ ມູນິດ ຈີນອັນຍິ່ງໃຫຍ່ທີ່ມີຄວາມໝາຍ ສຳຄັນ, ໃນ 4 ດ້ານຄື: ຄວາມຍິ່ງ ໃຫຍ່ຈະເລີນຮຸ່ງເຮືອງຂອງພັກ ກອມມູນິດຕະຫຼອດໄລຍະ 100 ປີ, ເປັນຫຍັງພັກກອມມູນິດຈີນ ສາມາດເຮັດສຳເລັດໄດ້, ທຸງກອງ ທັບຈະເດີນຕາມພັກກອມມູນິດ ຈີນ ຕະຫຼອດການ ແລະ ສາຍ ພົວພັນມິດຕະພາບສອງກອງທັບ ຈີນ-ລາວ ຄືສາຍນໍ້າສາຍພູເຊື່ອມ ຈອດກັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ