ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ແຮງງານລາວຈົ່ງກັບມາປະເທດ ຢ່າງຖືກຕ້ອງ
ເວລາອອກຂ່າວ: 2021-08-04 09:11:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 36 | ຄວາມນິຍົມ:



ຊາວຜູ້ອອກແຮງງານທີ່ກັບມາຈາກຕ່າງປະເທດ ແລະ ຜູ້ ທີ່ກໍາລັງອອກແຮງງານຢູ່ຕ່າງ ປະເທດ, ຕໍ່ກັບເງື່ອນໄຂທີ່ມີສະ ພາບການລະບາດຂອງພະຍາດ ໂຄວິດ-19 ຢູ່ປະເທດເພື່ອນບ້ານທີ່ ຮ້າຍແຮງ ແລະ ຈຳເປັນຕ້ອງໄດ້ ເດີນທາງກັບຄືນປະເທດນັ້ນຈົ່ງ ກັບມາຢ່າງຖືກກົດໝາຍ ແລະ ໃຫ້ເຂົ້າມາຜ່ານດ່ານທີ່ທາງການ ກຳນົດເທົ່ານັ້ນ, ຫ້າມເດັດຂາດ ບໍ່ໃຫ້ມີການລັກລອບຂ້າມມາ ທັງນີ້ກໍເພື່ອຫຼີກລ່ຽງການແຜ່ລະ ບາດພາຍໃນປະເທດ. ຍາມໃດພັກ-ລັດຖະບານ ແມ່ນ ມີຄວາມເປັນຫ່ວງເປັນໃຍ ຕໍ່ກັບ ຊາວຜູ້ອອກແຮງງານລາວບັນດາ ເຜົ່າທີ່ໄດ້ໄປເຄື່ອນໄຫວເຮັດວຽກ ຢູ່ຕ່າງປະເທດ ເຊິ່ງສະແດງອອກ ໃນເວລາທີ່ຊາວຜູ້ອອກແຮງງານ ກັບມາຈາກຕ່າງປະເທດ ກໍລ້ວນ ໃຫ້ການຕ້ອນຮັບ. ພ້ອມນັ້ນ, ອົງ ການປົກຄອງແຕ່ລະຂັ້ນໃຫ້ ການເອົາໃຈໃສ່ເບິ່ງແຍງດູແລ, ໃຫ້ຄວາມສະດວກແກ່ແຮງງານ ທີ່ກັບມາດ້ວຍການໃຫ້ທີ່ພັກ, ສະໜອງເຄື່ອງອຸປະໂພກ-ບໍລິ ໂພກ, ກວດສຸຂະພາບກວດຫາ ເຊື້ອ ໂຄວິດ-19 ຖ້າພົບເຊື້ອກໍໄດ້ ຮັບການປິ່ນປົວໂດຍບໍ່ເສຍຄ່າ ຖ້າບໍ່ມີການຕິດເຊື້ອພະຍາດໂຄ ວິດ-19 ເມື່ອຄົບກໍານົດກໍຖືກຈັດ ສົ່ງໄປຫາຄອບຄົວ, ຍາດພີ່ນ້ອງ ແລະ ສັງຄົມ ເຊິ່ງທັງໝົດນັ້ນສະ ແດງເຖິງການປະຕິບັດນະໂຍ ບາຍຢ່າງຖືກຕ້ອງເປັນທຳຂອງ ພັກ-ລັດຖະບານ ແລະ ອົງການ ປົກຄອງທຸກຂັ້ນຕໍ່ພົນລະເມືອງ ລາວບັນດາເຜົ່າ. ດັ່ງນັ້ນ, ຍາມວິ ກິດແບບນີ້ຜູ້ອອກແຮງງານທີ່ ກັບຄືນມາຈາກຕ່າງປະເທດທັງ ໝົດຈົ່ງເຊີດຊູຈິດໃຈຮັກຊາດ, ຮັກບ້ານເກີດເມືອງນອນ ໂດຍໃຫ້ ຖືເອົາໂອກາດນີ້ສະແດງຄວາມ ກະຕັນຍູຮູ້ບຸນຄຸນຕໍ່ແຜ່ນດິນເກີດ ດ້ວຍການຕັ້ງໜ້າພັດທະນາຕົນເອງໃຫ້ກາຍເປັນພົນລະເມືອງດີຂອງສັງຄົມ, ການກັບເຂົ້າມາກໍຂໍໃຫ້ເຂົ້າມາຕາມດ່ານຕ່າງໆ ທີ່ທາງການໄດ້ກຳນົດ, ຫ້າມເດັດ ຂາດບໍ່ໃຫ້ລັກລອບເຂົ້າມາໂດຍບໍ່ໄດ້ອະນຸຍາດ ແລະ ບໍ່ຜ່ານຂະບວນ ການກວດຫາເຊື້ອໂຄວິດ-19 ຢູ່ສູນກັກກັນຕາມຂັ້ນຕອນ ຖ້າ ຫາກແຮງງານຜູ້ໃດລະເມີດແມ່ນຈະໄດ້ຮັບຜິດຊອບຕໍ່ໜ້າກົດໝາຍຢ່າງເຂັ້ມງວດ. ກໍລະນີ ແຮງງານ ລາວທີ່ພວມເຮັດວຽກຢູ່ຕ່າງປະ ເທດ ຍັງມີວຽກເຮັດເປັນປົກກະຕິ ໄດ້ຮັບການຄຸ້ມຄອງຈາກນາຍ ຈ້າງ ບໍ່ມີຄວາມສ່ຽງທີ່ຈະຕິດເຊື້ອ ແລະ ມີເງື່ອນໄຂເຂົ້າເຖິງການດູແລສຸຂະພາບ ລວມທັງການເຂົ້າເຖິງວັກຊີນປ້ອງກັນໂຄວິດ-19 ກໍໃຫ້ສືບຕໍ່ເຮັດວຽກນໍານາຍຈ້າງ ດ້ວຍຄວາມອຸ່ນອຽນທຸ່ນທ່ຽງ ເຮັດວຽກຕາມຕຳແໜ່ງງານ, ຕາມສັນຍາແຮງງານບໍ່ໃຫ້ເຄື່ອນ ຍ້າຍໄປມາຊະຊາຍ ເພື່ອຈຳກັດ ການແຜ່ລະບາດຂອງເຊື້ອພະ ຍາດໂຄວິດ-19 ທັງເປັນການຫຼຸດ ຜ່ອນພາລະແບກຫາບຂອງລັດ ຖະບານ ແລະ ອົງການປົກຄອງ ທ້ອງຖິ່ນ. ສຳລັບຜູ້ອອກແຮງງານທີ່ກັບມາຮອດບ້ານແລ້ວ ໃຫ້ຕັ້ງໜ້າຊອກຫາຄວາມຮູ້ພັດທະນາອາຊີບ, ຊອກຫາວຽກເຮັດງານທຳຢູ່ ພາຍໃນປະເທດຕາມຄວາມເໝາະ ສົມຢູ່ຕາມໂຄງການລົງທຶນ, ຫົວໜ່ວຍແຮງງານຕ່າງໆທີ່ຍັງ ມີຄວາມຕ້ອງການແຮງງານເປັນ ຈຳນວນຫຼວງຫຼາຍ ໂດຍສະເພາະ ຢູ່ນະຄອນຫຼວງວຽງຈັນ ຍັງມີ ຄວາມຕ້ອງການແຮງງານປະ ມານ 10. 000 ກວ່າຄົນ ແລະ ແຂວງອື່ນໆເປັນຕົ້ນແມ່ນ ແຂວງ ຈໍາປາສັກ, ສະຫວັນນະເຂດ, ຄຳ ມ່ວນ ແລະ ບັນດາແຂວງທາງ ພາກເໜືອ ຈຳນວນໜຶ່ງ ໃຫ້ພ້ອມ ກັນໄປຂຶ້ນທະບຽນຕ້ອງການເຮັດ ວຽກນໍາຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ, ພະ ແນກແຮງງານ ແລະ ສະຫວັດດີ ການສັງຄົມແຂວງ, ນະຄອນຫຼວງ ວຽງຈັນທີ່ຕົນເອງເຫັນວ່າຢູ່ໃກ້ ແລະ ສະດວກໃຫ້ແກ່ການຕິດຕໍ່ ພົວພັນ ແລະ ເໝາະສົມກັບເງື່ອນ ໄຂຂອງຕົນເອງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ