ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານເມືອງສິງ ແຂວງຫຼວງນໍ້າທາ ເປີດຊຸດເຝິກອົບຮົມ ໃຫ້ກໍາລັງກອງຫຼອນ
ເວລາອອກຂ່າວ: 2021-08-04 08:57:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 82 | ຄວາມນິຍົມ:



ວັນທີ 27 ກໍລະກົດ 2021 ກອງບັນຊາການທະຫານເມືອງ ສິງ ແຂວງຫຼວງນໍ້າທາ ໄດ້ເປີດ ຊຸດອົບຮົມ-ຫັດແອບການເມືອງ ແລະ ການທະຫານ ໃຫ້ກໍາລັງ ກອງຫຼອນກອງຮ້ອຍທີ 3 ກຸ່ມ ບ້ານ ພັດທະນາ ທີ 4 ບ້ານຊຽງ ໃຈ ໂດຍການເປັນປະທານ ຂອງ ສະຫາຍ ພັນໂທ ສົມຊາຍ ຫຼ້າພີມພອນ ກໍາມະການຄະນະ ພັກເມືອງ ຫົວໜ້າການທະຫານ ກອງບັນຊາການທະຫານເມືອງ ສິງ ແຂວງຫຼວງນໍ້າທາ, ມີ ທ່ານ ໃໝ່ຄໍາເງີນ ພົມມະຈັນ ເລຂາຄະ ນະພັກຮາກຖານ ກຸ່ມບ້ານພັດ ທະນາທີ 4 ບ້ານຊຽງໃຈ, ມີ ຄະນະພັກ-ຄະນະບັນຊາ, ພະນັກ ງານຄູອາຈານ, ອໍານາດການ ປົກຄອງບ້ານ ແລະ ກໍາລັງກອງ ຫຼອນ 12 ບ້ານເຂົ້າຮ່ວມ. ສະຫາຍ ຮ້ອຍເອກ ແພງແກ້ວ ໄຊຍະວົງ ຊ່ວຍວຽກຂະແໜງ ກອງຫຼອນກອງບັນຊາການ ທະຫານເມືອງນາແລ ໄດ້ຜ່ານຂໍ້ ຕົກລົງຂອງກອງບັນຊາການ ທະຫານແຂວງຫຼວງນໍ້າທາ ວ່າ ດ້ວຍການເປີດຊຸດອົບຮົມ-ຫັດ ແອບ ໂດຍແບ່ງເປັນ 3 ພາກ: ການເມືອງ, ສິລະປະຍຸດ ແລະ ຍຸດທະວິທີ ໃຫ້ກໍາລັງກອງຫຼອນ ກອງຮ້ອຍທີ 3 ກຸ່ມບ້ານພັດທະນາ ທີ 4 ບ້ານຊຽງໃຈ, ເຊິ່ງນັກເຝິກ ອົມຮົມຈະໄດ້ຮຽນຮູ້ກ່ຽວກັບ ພາລະບົດບາດ, ສິດ, ໜ້າທີ່, ທາດ ແທ້ ແລະ ມູນເຊື້ອ ຂອງກໍາລັງ ກອງຫຼອນ, ການສ້າງບ້ານ ປ້ອມໜັ້ນ ກຸ່ມບ້ານສູ້ຮົບຕິດ ລຽນ, ຄຸນຄ່າສະມັດຕະພາບ ແລະ ການປະກອບສ້າງຂອງປືນແຕ່ ລະປະເພດ, 7 ຈັງຫວະພື້ນຖານ ບຸກຄົນອາໄສພູມີປະເທດ ແລະ ໜູ່ດັກສະກັດປ່ອງຂ້າມລອຍ ຂອງສັດຕູ. ໂດຍຈະໄດ້ດໍາເນີນ ການອົບຮົມ-ຫັດແອບ ເປັນເວລາ 12 ວັນ. ໂດຍ: ບຸນມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ