ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໜ່ວຍສະຫະພັນແມ່ຍິງກອງພັນ 426 ດຳເນີນກອງປະຊຸມໃຫຍ່ ຄັ້ງທີ II
ເວລາອອກຂ່າວ: 2021-08-03 08:39:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 288 | ຄວາມນິຍົມ:



ວັນທີ 23 ກໍລະກົດ 2021 ນິີ້, ໜ່ວຍສະຫະພັນແມ່ຍິງກອງ ພັນ 426 ກອງພົນທີ 4 ໄດ້ເປີດ ກອງປະຊຸມໃຫຍ່ ຄັ້ງທີ II ໂດຍ ການເຂົ້າຮ່ວມສະຫາຍ ພັນໂທ ຈັນທຸມມາ ນໍອາມາດ ກໍາມະການ ພັກກອງພົນ ຮອງຫົວໜ້າຫ້ອງ ການ ເມືອງກອງພົນທີ 4, ມີຄະ ນະພັກ-ຄະນະບັນຊາກອງ ພັນ 426, ພະແນກສະຫະພັນແມ່ ຍິງກອງພົນ, ຄະນະໜ່ວຍສະຫະ ພັນແມ່ຍິງກົມກອງອ້ອມຂ້າງ, ຄະນະໜ່ວຍສະຫະພັນແມ່ຍິງ ກອງພັນ 426 ພ້ອມດ້ວຍສະຫະ ພັນແມ່ຍິງພາຍໃນກົມກອງດັ່ງ ກ່າວເຂົ້າຮ່ວມ. ສະຫາຍ ຮ້ອຍເອກ ນາງ ຟອງ ສີ ເອ້ສົມບັດ ເລຂາໜ່ວຍສະຫະ ພັນແມ່ຍິງກອງພັນ 426 ໄດ້ ຜ່ານບົດລາຍງານການເຄື່ອນ ໄຫວວຽກງານໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານ ອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ ຖອດຖອນໄດ້ ເປັນຕົ້ນຄະນະ ໜ່ວຍສະຫະພັນແມ່ຍິງໄດ້ຖືສໍາ ຄັນວຽກງານສຶກສາອົບຮົມການ ເມືອງ-ແນວຄິດໃຫ້ສະມາຊິກສະ ຫະພັນແມ່ຍິງ ໂດຍນໍາເອົາແນວ ທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງຂອງລັດ, ຂໍ້ກຳນົດ ກົດລະບຽບຂອງກອງທັບ ແລະ ບັນດາຂໍ້ກຳນົດ, ກົດລະບຽບ ຕ່າງໆຂອງສູນກາງສະຫະພັນ ແມ່ຍິງລາວວາງອອກຢ່າງເຂັ້ມ ງວດ, ນອກນີ້ ຍັງໄດ້ສຸມໃສ່ການ ປູກຝັງ-ລ້ຽງສັດ ຍົກສູງນ້ຳໃຈ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນ ເອງເປັນຕົ້ນສະມາຊິກແມ່ຍິງ ພາຍໃນໜ່ວຍໄດ້ບຸກບືນຫ້າວຫັນ ດຸໝັ່ນ ເຊິ່ງສາມາດປູກເຂົ້າກຸ້ມ ໝົດປີ 4 ຄອບຄົວ, ລ້ຽງສັດປະ ເພດຕ່າງໆຂາຍ 6 ມີຄອບຄົວ ສະເລ່ຍແຕ່ລະຄອບຄົວສ້າງລາຍ ຮັບໄດ້ປະມານ 2.000.000-3.000.000 ກີບຕໍ່ເດືອນ, ມີຮ້ານ ຂາຍເຄື່ອງ 1 ບ່ອນສາມາດສ້າງ ລາຍຮັບຈາກການຂາຍເຄື່ອງໄດ້ 5.750.000 ກີບ, ຮັບຈາກການ ປູກຝັງ-ລ້ຽງສັດ ແລະ ອື່ນໆ 1.614.000 ກີບ, ລວມເປັນເງິນ ທັງໝົດ 7.364.000 ກີບ. ກອງ ປະຊຸມຍັງປ່ອນບັດຄັດເລືອກ ເອົາຄະນະສະຫະພັນຊຸດໃໝ່ໄດ້ ຕາມລະດັບຄາດໝາຍທີ່ວາງໄວ້. ໂອກາດນີ້ ສະຫາຍ ພັນໂທ ຈັນທຸມມາ ນໍອາມາດ ໄດ້ກ່າວ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວວຽກ ງານໃນໄລຍະຜ່ານມາ, ພ້ອມທັງ ຮຽກຮ້ອງໃຫ້ຄະນະໜ່ວຍສະ ຫະພັນແມ່ຍິງຊຸດໃໝ່ເພີ່ມທະວີ ຍົກບົດບາດໜ້າທີ່ການເມືອງ ຂອງຕົນໃຫ້ສູງກວ່າເກົ່າ, ນຳພາ ສະມາຊິກເຄື່ອນໄຫວວຽກງານຂະບວນການພາຍໃນກົມກອງ ຕິດພັນກັບການສ້າງແມ່ຍິງ 3 ດີ, ຊຸກຍູ້ວຽກງານເພີ່ມພູນຜະລິດ ຜົນຍົກສູງນໍ້າໃຈເພິ່ງຕົນເອງ ກຸ້ມ ຕົນເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ, ຮັກສາມູນເຊື້ອອັນ ດີງາມຂອງຊາດລາວ ແລະ ມູນ ເຊື້ອອັນເປັນເອກະລັກຂອງແມ່ ຍິງລາວໄວ້ໃຫ້ໝັ້ນຄົງໃຫ້ກາຍ ເປັນໜ່ວຍວັດທະນະທຳ ແລະ ແມ່ ຍິງວັດທະນະທຳໃນສຸມປີຕໍ່ໜ້າ. ຂ່າວ: ອານຸສັກ ຈູມມະນີວົງ ພາບ: ໂພຄຳ ພອນປະເສີດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ