ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ມອບ-ຮັບໜ້າທີ່ຫົວໜ້າກົມອົບຮົມ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່
ເວລາອອກຂ່າວ: 2021-08-03 08:26:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 181 | ຄວາມນິຍົມ:



ພິທີມອບ-ຮັບໜ້າທີ່ ລະຫວ່າງ ສະຫາຍ ພົນຈັດຕະວາ ພັນແສງ ບຸນພັນ ຫົວໜ້າກົມອົບຮົມ, ກົມ ໃຫຍ່ເສນາທິການກອງທັບ (ຜູ້ ເກົ່າ) ແລະ ສະຫາຍ ພັນເອກ ສີປະເສີດ ບຸນປະກອບ ຫົວໜ້າ ກົມອົບຮົມຜູ້ໃໝ່ ຈັດຂຶ້ນໃນວັນ ທີ 30 ກໍລະກົດ 2021 ນີ້, ໂດຍ ການເປັນປະທານຂອງ ສະຫາຍ ພົນຕີ ຈັນທອງ ສອນຕະອາດ ກຳມະການຄະນະປະຈໍາພັກກະ ຊວງ, ຮອງລັດຖະມົນຕີກະຊວງ ປ້ອງກັນປະເທດ, ຮັກສາການຫົວໜ້າກົມໃຫຍ່ເສນາທິການກອງ ທັບ, ມີຄະນະກົມ, ຫ້ອງການ, ກົມກອງທີ່ຂຶ້ນກັບກົມໃຫຍ່ເສນາ ທິການກອງທັບ ແລະ ພາກສ່ວນ ກ່ຽວຂ້ອງ ເຂົ້າຮ່ວມ. ໃນພິທີ ສະຫາຍ ພົນຈັດຕະ ວາ ພັນແສງ ບຸນພັນ ໄດ້ລາຍງານ ສະພາບການເຄື່ອນໄຫວວຽກ ງານຕາມພາລະບົດບາດຂອງກົມ ອົບຮົມໃນໄລຍະຜ່ານມາ, ເຊິ່ງໄດ້ເປັນເຈົ້າການຈັດຕັ້ງປະຕິບັດ ວຽກງານສຶກສາອົບຮົມການ ເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບດ້ວຍຫຼາຍຮູບການແທດ ເຖິງແຕ່ລະເປົ້າໝາຍ, ຫັນເອົາມະ ຕິ, ຄຳສັ່ງ, ຂໍ້ກໍານົດກົດລະບຽບ ຂອງກອງທັບ, ກົດໝາຍຂອງລັດ ກໍຄື ເອກະສານຕ່າງໆ ທີ່ພົວພັນ ເຖິງຂົງເຂດຄວາມຮັບຜິດຊອບ ຂອງກົມມາເປັນພື້ນຖານ ແລະ ບ່ອນອີງໃຫ້ແກ່ການຄົ້ນຄວ້າ ແຜນງານດ້ານວຽກງານອົບຮົມ-ຫັດແອບສິລະປະຍຸດ-ຍຸດທະວິທີ, ຊີ້ນໍາຄົ້ນຄວ້ານິຕິກໍາ 5 ຫຼັກການ ສິລະປະຍຸດພື້ນຖານ, ຊີ້ນຳບັນດາ ກົມກອງກຳລັງຫຼວງ-ກຳລັງ ທ້ອງຖິ່ນ, ຈັດຕັ້ງອົບຮົມ-ຫັດແອບ ຕາມຄຳສັ່ງອົບຮົມຂອງກົມໃຫຍ່ ເສນາທິການກອງທັບ, ຫັດແອບ ຍິງລູກປືນແທ້ທັງອາວຸດປືນທະ ຫານຮາບ ແລະ ກໍາລັງແບກຫາບ ປະຈໍາໄຕມາດ, ປະຈໍາປີມີຜົນສໍາ ເລັດ ແລະ ປອດໄພ 100%, ຄົ້ນ ຄວ້ານິຕິກຳກົດລະບຽບຂອງກອງ ທັບ, ກົດລະບຽບຮັກສາຄວາມ ສະຫງົບພາຍໃນສຳນັກງານກະ ຊວງປ້ອງກັນປະເທດ ແລະ ອື່ນໆ ອີກ ເພື່ອມອບໃຫ້ຫົວໜ້າກົມອົບ ຮົມຜູ້ໃໝ່ສືບຕໍ່ຊີ້ນໍາ-ນໍາພາຈັດຕັ້ງ ປະຕິບັດແຕ່ລະຂົງເຂດວຽກງານ ໃຫ້ໄດ້ຮັບຜົນດີ. ຈາກນັ້ນ, ກໍໄດ້ ເຊັນບົດບັນທຶກມອບ-ຮັບໜ້າທີ່ ລະຫວ່າງ ສະຫາຍ ພົນຈັດຕະວາ ພັນແສງ ບຸນພັນ ຫົວໜ້າກົມອົບ ຮົມ (ຜູ້ເກົ່າ) ແລະ ສະຫາຍ ພັນ ເອກ ສີປະເສີດ ບຸນປະກອບຫົວ ໜ້າກົມອົບຮົມ (ຜູ້ໃໝ່). ໂອກາດນີ້ ສະຫາຍ ພົນຕີ ຈັນ ທອງ ສອນຕະອາດ ໄດ້ໃຫ້ທິດ ຊີ້ນໍາຫຼາຍບັນຫາສໍາຄັນ, ພ້ອມ ທັງເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ຍົກສູງຄວາມຮັບຜິດຊອບ ຂອງຕົນ ຕໍ່ໜ້າທີ່ທີ່ໄດ້ຮັບມອບ ໝາຍ, ຊີ້ນໍາ-ນຳພາ ເຕົ້າໂຮມ ຄວາມສາມັກຄີໃຫ້ເປັນປຶກແຜ່ນ ແໜ້ນໜາ, ເອົາໃຈໃສ່ປັບປຸງແບບ ແຜນວິທີເຮັດວຽກໃຫ້ສອດຄ່ອງ, ຍຶດໝັ້ນຫຼັກການລວມສູນປະຊາ ທິປະໄຕເປັນໝູ່ຄະນະ, ສືບຕໍ່ຈັດ ຕັ້ງປະຕິບັດຂົງເຂດວຽກງານປິ່ນ ອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງ ກັນປະເທດ ວາງອອກໃຫ້ປະກົດ ຜົນເປັນຈິງ. ໂດຍ: ເກດຕະວັນ ໄຊຍະສົມບັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ