ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນ 15 ເຄມີ ແລະ ໂຮງຮຽນ 303 ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ
ເວລາອອກຂ່າວ: 2021-08-02 08:09:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 162 | ຄວາມນິຍົມ:



ໃນວັນທີ 29 ກໍລະກົດ 2021 ນີ້. ກອງພັນ 15 ເຄມີ ແລະ ໂຮງ ຮຽນ 303 ໄດ້ຈັດພິທີມອບ-ຮັບ ໃບຢັ້ງຢືນໜ່ວຍພັກ ປອດໃສ ເຂັ້ມ ແຂງ ໜັກແໜ້ນ ປະຈໍາປີ 2020 ແລະ ຜ່ານທິດທາງແຜນການປະ ຈໍາປີ 2021 ຂຶ້ນ. ໃນນີ້ຢູ່ກອງ ພັນ 15 ເຄມີ ເປັນປະທານແມ່ນ ສະຫາຍ ພົນຈັດຕະວາ ສີພັນ ພຸດ ທະວົງ ຄະນະພັກ ອົງການກົມ ໃຫຍ່ເສນາ ຫົວໜ້າກົມທະຫານ ຊາຍແດນ ກົມໃຫຍ່ເສນາທິການກອງທັບ, ຢູ່ໂຮງຮຽນ 303 ແມ່ນ ສະຫາຍ ພົນຈັດຕະວາ ກອງແກ້ວ ວໍລະຈິດ ກຳມະການຄະນະພັກ ກົມໃຫຍ່ເສນາ ຫົວໜ້າຫ້ອງການ ເມືອງກົມໃຫຍ່ເສນາທິການກອງ ທັບ, ຢູ່ແຕ່ລະກົມກອງແມ່ນມີ ບັນດາເລຂາ, ຮອງເລຂາ, ບັນດາ ແຂກຕະຫຼອດຮອດສະມາຊິກພັກ ສົມບູນ, ສໍາຮອງເຂົ້າຮ່ວມ. ໃນນີ້ຄະນະພັກກະຊວງປ້ອງ ກັນປະເທດໄດ້ຕົກລົງຮັບຮອງເອົາບັນດາໜ່ວຍພັກທີ່ຂຶ້ນກັບ ຄະນະພັກກົມໃຫຍ່ເສນາທິການ ກອງທັບ ປະຈຳປີ 2020 ເປັນ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກ ແໜ້ນ ມີຈໍານວນທັງໝົດ 109 ໜ່ວຍພັກ. ສະເພາະຢູ່ກອງພັນ 15 ເຄມີ ໄດ້ຮັບການຢັ້ງຢືນເປັນ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ມີ 4 ໜ່ວຍພັກຄື: ໜ່ວຍພັກກອງຮ້ອຍ 2, ກອງ ຮ້ອຍ 3, ກອງຮ້ອຍ 4 ແລະ ໜ່ວຍ ສໍານັກງານ, ສ່ວນຢູ່ໂຮງຮຽນ 303 ມີ 6 ໜ່ວຍຄື: ໜ່ວຍພັກ ພະແນກການເມືອງ, ພະແນກອົບ ຮົມ, ພະແນກພະລາທິການ, ພະ ແນກເຕັກນິກ, ພະແນກບໍລິຫານ ແລະ ໜ່ວຍພັກກອງພັນນັກຮຽນ. ເຊິ່ງຢູ່ແຕ່ລະກົມກອງແມ່ນໄດ້ຈັດ ພິທີມອບ-ຮັບໃບຢັ້ງຢືນດັ່ງກ່າວ ຢ່າງສົມກຽດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ