ໂຮງຮຽນທິສະດີການເມືອງກອງທັບ ເປີດຊຸດອົບຮົມວຽກງານພະລາທິກາ່ນ-ເຕັກນິກ ປະຈຳປີ 2021
ເວລາອອກຂ່າວ: 2021-07-30 08:50:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 214 | ຄວາມນິຍົມ:
ຊຸດອົບຮົມວຽກງານພະລາທິ
ການ-ເຕັກນິກ ໄລຍະສັ້ນ ປະຈໍາ
ປີ 2021 ຂອງໂຮງຮຽນທິດສະ ດີການເມືອງກອງທັບ ໄດ້ເປີດ ໃນວັນທີ 27 ກໍລະກົດ 2021 ນີ້,
ໂດຍການເປັນປະທານຂອງ ສະ ຫາຍ ພັນເອກ ຄໍາພູ ເພັດສັງຄາ ຄະນະພັກ-ຄະນະອໍານວຍການ, ຫົວໜ້າຫ້ອງພະລາທິການ-ເຕັກ
ນິກ ໂຮງຮຽນທິດສະດີການເມືອງ ກອງທັບ, ມີຄະນະຫ້ອງ, ຄະນະ
ວິຊາຄູ, ພະນັກງານ-ນັກຮົບ ເຂົ້າ ຮ່ວມ.
ສະຫາຍ ພັນໂທ ບຸນທະນົງໄຊ
ວໍລະສານ ຮອງຫົວໜ້າຫ້ອງພະ ລາທິການ-ເຕັກນິກ ໂຮງຮຽນທິດ ສະດີການເມືອງກອງທັບ ໄດ້ຜ່ານ
ແຜນການອົບຮົມ-ຫັດແອບວຽກ ງານພະລາທິການ-ເຕັກນິກ ປະ
ຈໍາປີ 2021 ອີງຕາມຄໍາສັ່ງແນະ ນໍາຂອງກົມໃຫຍ່ພະລາທິການ ກອງທັບ ວ່າດ້ວຍ ການຈັດຕັ້ງປະ ຕິບັດອົບຮົມ-ຫັດແອບວຽກງານ ພະລາທິການ ແລະ ອີງຕາມຄວາມ ຮຽກຮ້ອງຕ້ອງການຂອງໜ້າທີ່ ການເມືອງໃນສະເພາະໜ້າ ແລະ ຍາວນານ ເພື່ອເປັນການຮັບປະ ກັນວຽກງານລ້ຽງດູກຳລັງ, ເຊິ່ງ
ເອກະສານທີ່ນໍາມາອົບຮົມ-ຫັດ
ແອບໃນຄັ້ງນີ້ ລວມມີ: ເອກະສານ
ວຽກງານເສນາ-ພະລາ, ວຽກ
ງານອຸປະໂພກ-ບໍລິໂພກ, ວຽກ
ງານຮັບປະກັນ, ວຽກງານເສນາ ຮັກ, ວຽກງານເຄຫາສະຖານ, ວຽກງານຜະລິດກະສິກໍາ ແລະ ເອ
ກະສານອື່ນໆທີ່ສໍາຄັນ. ທັງນີ້ ເພື່ອ
ແນໃສ່ບໍາລຸງຍົກລະດັບວິຊາສະ ເພາະເຫຼົ່າຮົບພະລາທິການໃຫ້ໄດ້ ຮັບໝາກຜົນ ແລະ ມີປະສິດທິຜົນ ສູງ, ແນໃສ່ເຮັດໃຫ້ຄະນະພັກ-ຄະ
ນະບັນຊາແຕ່ລະຂັ້ນ, ພະນັກງານ ວິຊາສະເພາະເຫັນໄດ້ຄວາມ ໝາຍ, ຄວາມສໍາຄັນຕໍ່ວຽກງານ ດັ່ງກ່າວ, ທັງເປັນການຍົກລະດັບ ຄວາມຮູ້, ຄວາມສາມາດ, ແບບ
ແຜນວິທີເຮັດວຽກຂອງພະນັກ
ງານ-ນັກຮົບພະລາທິການ ໝູນໃຊ້ ເຂົ້າໃນການປະຕິບັດວຽກງານ ຕົວຈິງຂອງກົມກອງໃຫ້ມີປະສິດ ທິຜົນສູງ.
ໂດຍ: ຄໍາພັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ