ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫ້ອງເຕັກນິກ ທະຫານແຂວງໄຊສົມບູນ ຜ່ານແຜນການສ້າງກົມກອງວັດທະນະທຳ-ນັກຮົບວັດທະນະທຳ ປະຈຳປີ 2021
ເວລາອອກຂ່າວ: 2021-07-30 08:48:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 89 | ຄວາມນິຍົມ:



ວັນທີ 20 ກໍລະກົດນີ້, ຫ້ອງ ເຕັກນິກ ກອງບັນຊາການທະຫານ ແຂວງໄຊສົມບູນ ໄດ້ຈັດກອງປະ ຊຸມຜ່ານແຜນການສ້າງກົມກອງ ວັດທະນະທໍາ-ນັກຮົບວັດທະ ນະທໍາປະຈຳ ປີ 2021, ໂດຍການ ເປັນປະທານຂອງ ສະຫາຍ ພັນໂທ ສີສະໄຫວ ຄໍາພົມມາ ຄະ ນະພັກກອງບັນ ຊາການຫົວໜ້າ ຫ້ອງເຕັກນິກກອງບັນຊາການ ທະຫານແຂວງໄຊສົມບູນ. ສະຫາຍ ພັນໂທ ເຍ່ຍລີ ໜາວ ເຮີ ຫົວໜ້າພະແນກແຜນການ ຫ້ອງເຕັກນິກ ໄດ້ຜ່ານແຜນການ ສ້າງກົມກອງ-ນັກຮົບວັດທະ ນະທໍາ ປະຈໍາປີ 2021 ຂອງຫ້ອງ ເຕັກນິກ ເຊິ່ງເນື້ອໃນແຜນການ ໄດ້ຊີ້ໃຫ້ເຫັນວ່າ: ຄະນະພັກ-ຄະ ນະບັນຊາຈະສືບຕໍ່ເອົາໃຈໃສ່ນໍາ ພາ-ຊີ້ນໍາສຶກສາອົບຮົມການ ເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບຢ່າງເປັນປົກກະຕິດ້ວຍ ຫຼາຍຮູບການທີ່ແທດເຖິງເປົ້າ ໝາຍຕົວຈິງ ແນໃສ່ເຮັດໃຫ້ແຕ່ ລະສະຫາຍມີແນວຄິດການເມືອງ ໜັກແໜ້ນ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີແນວ ຄິດອຸ່ນອຽນທຸ່ນທ່ຽງຕໍ່ໜ້າທີ່ວຽກ ງານ, ຖືເອົາການສ້າງຂະບວນ ການຕ່າງໆໃນກົມກອງ ເຊັ່ນ: ຂະ ບວນການແກ້ໄຂຊີວິດການເປັນ ຢູ່; ຂະບວນການຊາວໜຸ່ມ 4 ບຸກ; ຂະບວນການແມ່ຍິງ 3 ດີ ແລະ ຂະບວນການຈັດຕັ້ງປະຕິບັດ 7 ລະບອບ 18 ວຽກຂອງກອງທັບ ຕິດພັນກັບການສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ; ຂະ ບວນການກໍ່ສ້າງກົມກອງ ປອດ ໃສ ປອດໄພ ປອດຄະດີ ເປັນພື້ນ ຖານຍູ້ໜູນໃຫ້ແກ່ການສ້າງກົມ ກອງວັດທະນະທໍາ-ນັກຮົບວັດ ທະນະທໍາ. ນອກນີ້, ຍັງເອົາໃຈໃສ່ ປັບປຸງ-ກໍ່ສ້າງກົມກອງດ້ານພື້ນ ຖານໂຄງລ່າງຕ່າງໆໃຫ້ແໜ້ນ ໜາຖາວອນ, ເປັນລະບຽບຮຽບ ຮ້ອຍສະອາດຈົບງາມຕາມມາດ ຖານເງື່ອນໄຂສ້າງກອງວັດທະ ນະທໍາ ທີ່ກົມໃຫຍ່ການເມືອງກອງ ທັບວາງອອກ. ກອງປະຊຸມໄດ້ພ້ອມກັນປຶກສາ ຫາລືປະກອບຄໍາຄິດເຫັນຕໍ່ທິດ ທາງແຜນການສ້າງກົມກອງ-ນັກ ຮົບວັດທະນະທໍາຢູ່ຫ້ອງເຕັກນິກ ແນໃສ່ເຮັດໃຫ້ການຈັດຕັ້ງຜັນຂະ ຫຍາຍແຜນການດັ່ງກ່າວປະສົບ ຜົນສໍາເລັດຕາມຄາດໝາຍທີ່ວາງ ໄວ້. ໂດຍ: ສົດ ນາມໄຕ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ