ທະຫານນະຄອນຫຼວງວຽງຈັນ ສ່ອງແສງວຽກງານຮອບດ້ານ
ເວລາອອກຂ່າວ: 2021-07-30 08:47:11 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 73 | ຄວາມນິຍົມ:
ກອງບັນຊາການທະຫານ
ນະຄອນຫຼວງວຽງຈັນ ໄດ້ສະຫຼຸບ
ສ່ອງແສງວຽກງານຮອບດ້ານ ປະຈຳເດືອນກໍລະກົດ 2021 ທົ່ວກົມກອງ ໃນວັນທີ 26 ກໍລະກົດ 2021, ໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ບົວເງິນ ຫົງໄຂຄຳ ຮອງຫົວໜ້າການ ເມືອງ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ, ມີ ຄະ
ນະພັກ-ຄະນະບັນຊາ ຫ້ອງ, ຕະ
ຫຼອດຮອດບັນດາພະແນກການ ອົງການ 5 ຫ້ອງ, ກົມກອງ
ອ້ອມຂ້າງ ເຂົ້າຮ່ວມ.
ບັນດາ ຄະນະພັກ-ຄະນະບັນ ຊາກົມກອງ ໄດ້ຜັດປ່ຽນກັນ ລາຍງານຫຍໍ້ກ່ຽວກັບວຽກງານ
ຮອບດ້ານທີ່ໄດ້ຈັດຕັ້ງປະຕິບັດ ໃນໄລຍະ 1 ເດືອນຜ່ານມາ ເປັນຕົ້ນແມ່ນແຕ່ລະກົມກອງ ໄດ້ພ້ອມກັນຖືເອົາວຽກງານ ການສຶກສາອົບຮົມການເມືອງ-
ນໍາພາແນວຄິດເປັນກົກ ໂດຍ
ນຳເອົາບັນດາເອກະສານມູນ ເຊື້ອຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ເຄື່ອນໄຫວເຜີຍ ແຜ່ໃຫ້ບັນດາພະນັກງານ-ນັກ
ຮົບພາຍໃນກົມກອງໄດ້ຮັບຮູ້ ເຊື່ອມຊຶມກຳແໜ້ນຢ່າງເລິກເຊິ່ງ. ພ້ອມກັນນັ້ນ, ຍັງໄດ້ຫັນເອົາ ກຳລັງລົງກໍ່ສ້າງຮາກຖານການ ເມືອງຢູ່ໃນຂອບເຂດຮັບຜິດຊອບ ຂອງກົມກອງຢ່າງເປັນປົກກະຕິ, ເພື່ອຕິດຕາມກວດກາສະພາບ ການ ແລະ ແກ້ໄຂປະກົດການຫຍໍ້ ທໍ້ທີ່ຈະເກີດຂຶ້ນໃຫ້ມີຄວາມສະ ຫງົບປອດໄພໂດຍພື້ນຖານ, ເອົາ ໃຈໃສ່ການອົບຮົມ-ຫັດແອບທາງ
ດ້ານສິລະປະຍຸດ-ຍຸດທະວິທີ ເພື່ອສ້າງຄວາມຊຳນິຊຳນານ ໃຫ້ແກ່ພະນັກງານ-ນັກຮົບ ເພື່ອ ຮັບປະກັນມີຄວາມຄ່ອງແຄ້ວ ໃນການປະຕິບັດໜ້າທີ່ ແລະ ສາມາດສູ້ຮົບໃນຍາມທີ່ມີປະກົດ ການເກີດຂຶ້ນ, ພ້ອມຍັງໄດ້ສ້າງເງື່ອນໄຂຊອກຫາແຫຼ່ງລາຍຮັບ ໂດຍສຸມໃສ່ການປູກ, ການລ້ຽງ ແລະ ການບໍລິການຕ່າງໆ ຕາມ ທ່າແຮງບົ່ມຊ້ອນຂອງກົມກອງ
ເພື່ອສ້າງເສດຖະກິດແກ້ໄຂຊີ ວິດການເປັນຢູ່ຂອງບັນດາພະ
ນັກງານ-ນັກຮົບກົມກອງໃຫ້ດີ ຂຶ້ນກວ່າເກົ່າ.
ໂດຍ: ແສງດາລາ ໄຊຍະລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ