ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ມອບເຄື່ອງຊ່ວຍເຫຼືອໃຫ້ສູນກັກກັນ ຫຼັກ 27
ເວລາອອກຂ່າວ: 2021-07-30 08:37:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 267 | ຄວາມນິຍົມ:



ຂປລ. ໃນວັນທີ 28 ກໍລະກົດ 2021, ສະຫະພັນແມ່ຍິງກະ ຊວງການຕ່າງປະເທດ ນໍາໂດຍ ທ່ານ ນາງ ອາລຸນີ ກົມມະສິດ ປະ ທານກິດຕິມະສັກ ສະຫະພັນແມ່ ຍິງກະຊວງ, ພັນລະຍາ ທ່ານ ລັດ ຖະມົນຕີກະຊວງການຕ່າງປະ ເທດ ໄດ້ນຳພາຄະນະໄປມອບ ເຄື່ອງຊ່ວຍເຫຼືອ ປະກອບມີ: ຜ້າອັດປາກ-ດັງ ແລະ ອາຫານ ແຫ້ງຈຳນວນໜຶ່ງ ລວມມູນຄ່າ ທັງໝົດ 32 ລ້ານກີບ ໃຫ້ແກ່ສູນ ກັກກັນຫຼັກ 27 ໂດຍຜ່ານຄະນະ ສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດ ໂຄວິດ-19 ກະຊວງ ປ້ອງກັນປະເທດ ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງ ລາວ ຄົບຮອບ 66 ປີ (20 ກໍລະ ກົດ 1955-20 ກໍລະກົດ 2021) ແລະ ເພື່ອປະກອບສ່ວນເຂົ້າໃນການສະກັດກັ້ນ ແລະ ຕ້ານການ ແຜ່ລະບາດຂອງພະຍາດ ໂຄວິດ-19, ທັງເປັນການຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງ ລາວທົ່ວປະເທດຄັ້ງທີ VIII ທີ່ ຈະມາເຖິງນີ້. ທ່ານ ນາງ ອາລຸນີ ກົມມະສິດ ຕາງໜ້າສະຫະພັນແມ່ຍິງກະ ຊວງການຕ່າງປະເທດ ກ່າວສະ ແດງຄວາມຫ່ວງໄຍຕໍ່ປະຊາຊົນ ທີ່ມາຈາກພື້ນທີ່ສ່ຽງ ແລະ ກໍາ ລັງຈໍາກັດບໍລິເວນຢູ່ສູນດັ່ງກ່າວ, ພ້ອມທັງໄດ້ສະແດງຄວາມຊົມ ເຊີຍ ແລະ ໃຫ້ກໍາລັງໃຈພະນັກ ງານແພດ-ໝໍ ແລະ ທຸກພາກສ່ວນ ທີ່ກ່ຽວຂ້ອງທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນຢ່າງຕັ້ງໜ້າ ໃນການປະກອບສ່ວນເຂົ້າໃນ ວຽກງານສະກັດກັ້ນ ແລະ ຕ້ານ ການແຜ່ລະບາດຂອງພະຍາດ ໂຄວິດ-19. ໂອກາດນີ້, ທ່ານ ພົນຈັດຕະວາ ວັນທອງ ບຸດຕະວົງ ຮອງຫົວໜ້າ ກົມໃຫຍ່ເສນາທິການກອງທັບ, ທັງເປັນຄະນະສະເພາະກິດປ້ອງ ກັນ, ຄວບຄຸມ ແລະ ແກ້ໄຂການແຜ່ ລະບາດພະຍາດ ໂຄວິດ-19 ກະ ຊວງປ້ອງກັນປະເທດໄດ້ສະ ແດງຄວາມຂອບໃຈມາຍັງສະ ຫະພັນແມ່ຍິງກະຊວງການຕ່າງ ປະເທດ ທີ່ໄດ້ມອບເຄື່ອງຊ່ວຍ ເຫຼືອໃນຄັ້ງນີ້. ອັນສະແດງໃຫ້ ເຫັນເຖິງຄວາມຫ່ວງໄຍ, ຄວາມ ເອົາໃຈໃສ່ ແລະ ເປັນການປະກອບ ສ່ວນອັນສຳຄັນໃນການຊ່ວຍ ເຫຼືອສັງຄົມ, ໂດຍສະເພາະ ໃນ ໄລຍະທີ່ມີການແຜ່ລະບາດຂອງ ພະຍາດ ໂຄວິດ-19 ພ້ອມທັງຝາກ ສະແດງຄວາມຊົມເຊີຍໄປຍັງຄະ ນະພັກ-ຄະນະນໍາກະຊວງການ ຕ່າງປະ ເທດ ໃນໂອກາດນີ້ດ້ວຍ. ຂ່າວແຈ້ງຕື່ມວ່າ: ໃນໂອກາດ ດຽວກັນນັ້ນ, ທ່ານ ນາງ ອາລຸນີ ກົມມະສິດ ພ້ອມຄະນະ ໄດ້ໄປຢ້ຽມ ຢາມ ແລະ ມອບ ເຄື່ອງຊ່ວຍເຫຼືອໃຫ້ແກ່ສະມາຄົມແມ່ຍິງພິການ ທີ່ສູນພັດທະນາແມ່ຍິງພິການ ລາວ, ໂດຍທ່ານໄດ້ສະແດງ ຄວາມຫ່ວງໃຍ, ເຫັນອົກເຫັນ ໃຈ ແລະ ໃຫ້ກໍາລັງໃຈແກ່ພະ ນັກງານ-ແມ່ຍິງພິການຢູ່ສູນ ດັ່ງກ່າວ, ຕາງໜ້າຮັບໂດຍ ທ່ານ ນາງ ຈັນເພັງ ສີວິລາ ຜູ້ອໍານວຍ ການສະມາຄົມແມ່ຍິງ ພິການ, ເຊິ່ງໄດ້ສະແດງຄວາມຂອບໃຈ ມາຍັງສະຫະພັນແມ່ຍິງກະຊວງການຕ່າງປະເທດ ກໍຄື ຄະນະພັກ-ຄະນະນຳກະຊວງການຕ່າງປະ ເທດ ທີ່ໄດ້ມາຢ້ຽມຢາມຖາມ ຂ່າວເອື້ອຍນ້ອງແມ່ຍິງພິການ ແລະ ໃຫ້ການຊ່ວຍເຫຼືອໃນຄັ້ງນີ້. ພ້ອມນີ້, ຄະນະບໍລິຫານງານສະ ຫະພັນແມ່ຍິງກະຊວງການ ຕ່າງ ປະເທດ ນໍາໂດຍ ສະຫາຍ ນາງ ໄກມະນີ ອໍລະບູນ ກໍາມະການ ຄະນະບໍລິຫານງານພັກ, ປະ ທານຄະນະບໍລິຫານງານສະ ຫະພັນແມ່ຍິງກະຊວງການ ຕ່າງ ປະເທດ ໄດ້ນຳພາຄະນະໄປຢ້ຽມ ຢາມພະນັກງານອາວຸໂສບໍາ ນານເພດຍິງ ຂອງກະຊວງການ ຕ່າງປະເທດເພື່ອເປັນການສະ ແດງຄວາມຫ່ວງໄຍ, ຄິດຮອດ ຄິດເຖິງ ແລະ ຢື້ຢາມຖາມຂ່າວ ອັນອົບອຸ່ນທີ່ຍາມໃດ ຍັງຈົດຈໍາ ຄຸນງາມ ຄວາມດີ ແລະ ໝາກ ຜົນການປະຕິບັດວຽກງານຜ່ານ ມາຂອງພວກທ່ານ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ