ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຜົນກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນກໍລະກົດ 2021
ເວລາອອກຂ່າວ: 2021-07-29 08:41:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 224 | ຄວາມນິຍົມ:



ກອງປະຊຸມລັດຖະບານສະ ໄໝສາມັນ ປະຈໍາເດືອນກໍລະກົດ 2021 ໄດ້ໄຂຂຶ້ນໃນວັນທີ 26 ແລະ ປິດລົງໃນວັນທີ 27 ກໍລະກົດ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄຳ ວິພາວັນ, ນາຍົກ ລັດຖະມົນຕີ; ມີບັນດາທ່ານສະ ມາຊິກລັດຖະບານ ເຂົ້າຮ່ວມຢ່າງ ພ້ອມພຽງ. ກອງປະຊຸມຄັ້ງນີ້້ ໄດ້ຮັບຟັງ ການລາຍງານ, ຄົ້ນຄວ້າ, ປຶກສາ ຫາລື ແລະ ປະກອບຄຳເຫັນໃສ່ 4 ຫົວຂໍ້ທີ່ສໍາຄັນ ຄື: I. ການສະຫຼຸບສະພາບພົ້ນ ເດັ່ນປະຈຳເດືອນກໍລະກົດ ແລະ ແຜນວຽກຈຸດສຸມເດືອນສິງຫາ 2021 ກອງປະຊຸມເຫັນດີດ້ານ ຫຼັກການຮັບຮອງເອົາບົດສະຫຼຸບ ຕີລາຄາຮອບດ້ານການຈັດຕັ້ງ ປະຕິບັດວຽກງານທີ່ພົ້ນເດັ່ນຂອງ ລັດຖະບານ ໃນເດືອນກໍລະກົດ ຜ່ານມາ ແລະ ທິດທາງແຜນວຽກ ຈຸດສຸມເດືອນ ສິງຫາ ປີ 2021. ພາຍຫຼັງການປຶກສາຫາລື ແລະ ປະກອບຄຳເຫັນ, ກອງປະຊຸມ ໄດ້ຊີ້ນຳໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ກະຊວງຖະ ແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວສົມທົບກັບພາກສ່ວນ ກ່ຽວຂ້ອງກ່ຽວກັບການກະກຽມເປີດນໍາໃຊ້ທາງລົດໄຟລາວ-ຈີນ ແລະ ເປີດການທ່ອງທ່ຽວໃນຮູບ ແບບໃໝ່ຕາມຄວາມເໝາະສົມ ຂອງແຕ່ລະທ້ອງຖິ່ນ ທັງໃຫ້ສອດ ຄ່ອງກັບເງືີ່ອນໄຂທີີ່ມີການລະ ບາດຂອງພະຍາດໂຄວິດ-19 ແລະ ໃຫ້ກະຊວງເຕັກໂນໂລຊີ ແລະ ການສືີ່ສານເປັນໃຈກາງສົມທົບ ກັບກະຊວງການເງິນ ແລະ ຫ້ອງ ວ່າການສໍານັກງານນາຍົກລັດຖະ ມົນຕີ ປຶກສາຫາລື ແລະ ສຸມໃສ່ ຈັດຕັ້ງປະຕິບັດການຫັນເປັນທັນ ສະໄໝ ໃຫ້ເປັນຮູບປະທໍາໄວຂຶ້ນ. ພ້ອມນີ້, ມອບໃຫ້ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ປັບປຸງເນື້ອໃນບົດສະຫຼຸບລາຍ ງານດັ່ງກ່າວ ຕາມການປະກອບ ຄຳເຫັນຂອງສະມາຊິກລັດຖະ ບານ ໃຫ້ມີເນື້ອໃນຄົບຖ້ວນ, ສົມ ບູນ ເພື່ອເປັນບ່ອນອີງໃຫ້ບັນດາ ຂະແໜງການ ແລະ ທ້ອງຖິ່ນ ນຳ ໄປຜັນຂະຫຍາຍ ແລະ ຈັດຕັ້ງປະ ຕິບັດ. II. ບັນດາຮ່າງກົດໝາຍ ທີ່ຕິດ ພັນກັບ 2 ວາລະແຫ່ງຊາດ ຈະນໍາ ເຂົ້າພິຈາລະນາ ໃນກອງປະຊຸມ ສະໄໝວິສາມັນ ເທື່ອທີ 1 ຂອງ ສະພາແຫ່ງຊາດ ຊຸດທີ IX ໃນ ເດືອນ ສິງຫາ 2021. ກອງປະຊຸມ ເຫັນດີດ້ານຫຼັກ ການ ຮັບຮອງເອົາ (1) ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ ສະບັບປັບປຸງ; (2) ຮ່າງກົດໝາຍວ່າດ້ວຍອາກອນ ມູນຄ່າເພີ່ມ ສະບັບປັບປຸງ; (3) ຮ່າງກົດໝາຍວ່າດ້ວຍອາກອນ ຊົມໃຊ້ ສະບັບປັບປຸງ; (4) ຮ່າງ ກົດໝາຍວ່າດ້ວຍອາກອນລາຍ ໄດ້ສະບັບປັບປຸງ; ແລະ (5) ຮ່າງ ກົດໝາຍວ່າດ້ວຍຢາເສບຕິດສະ ບັບປັບປຸງ. ພ້ອມດຽວກັນນີ້, ກອງ ປະຊຸມ ໄດ້ມອບໃຫ້ຄະນະຮັບຜິດ ຊອບປັບປຸງຮ່າງກົດໝາຍທັງ 5 ສະບັບນີ້ປະສານສົມທົບກັບ ພາກສ່ວນກ່ຽວຂ້ອງນຳໄປປັບ ປຸງຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ພ້ອມ ທັງຮຽບຮຽງຄືນ ເພື່ອໃຫ້ມີ ເນື້ອໃນຄົບຖ້ວນ ແລະ ສາມາດ ຈັດຕັ້ງໄດ້ຢ່າງມີປະສິດທິຜົນ. ພາຍຫຼັງປັບປຸງສໍາເລັດແລ້ວ ສະເໜີຄະນະປະຈໍາສະພາແຫ່ງ ຊາດ ເພື່ອນໍາເຂົ້າພິຈາລະນາໃນ ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ໃນເດືອນສິງຫາ 2021 ທີ່ຈະມາເຖິງນີ້. III. ບັນດາຮ່າງກົດໝາຍ ທີ່ຢູ່ ໃນແຜນການ ປີ 2021 ທີ່ຈະນໍາສະເໜີຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນເດືອນຕຸລາ 2021 ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາ (1) ຮ່າງກົດໝາຍ ວ່າດ້ວຍຊາຍແດນແຫ່ງຊາດ ສະ ບັບສ້າງໃໝ່; (2) ຮ່າງກົດໝາຍ ວ່າດ້ວຍມໍລະດົກ ແຫ່ງຊາດ ສະ ບັບປັບປຸງ ແລະ (3) ຮ່າງກົດ ໝາຍວ່າດ້ວຍການຄວບຄຸມຢາ ສູບສະບັບປັບປຸງ. ມອບໃຫ້ຄະນະ ຮັບຜິດຊອບປັບປຸງຮ່າງກົດໝາຍ ທັງ 3 ສະບັບນີ້ ປະສານສົມທົບກັບ ພາກສ່ວນກ່ຽວຂ້ອງນໍາໄປປັບ ປຸງຕາມການປະກອບຄໍາເຫັນຂອງບັນດາສະມາຊິກລັດຖະບານ ພ້ອມທັງຮຽບຮຽງຄືນ ເພື່ອໃຫ້ມີເນື້ອໃນຄົບຖ້ວນ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງ ມີປະສິດທິຜົນ ພາຍຫຼັງປັບປຸງ ສໍາເລັດແລ້ວ ມອບໃຫ້ກະຊວງ ຍຸຕິທໍາ ສົມທົບກັບຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ກວດກາ ແລະ ຮຽບຮຽງຄືນ ເພືີ່ອຮັບປະກັນທາງດ້ານເນືີ້ອໃນ ກ່ອນຈະນໍາສະເໜີຕໍ່ກອງປະຊຸມ ສະໄໝສາມັນ ເທື່ອທີ 2 ຂອງສະ ພາແຫ່ງຊາດ ຊຸດທີ IX ໃນເດືອນ ຕຸລາ 2021. IV. ບັນດາຮ່າງດໍາລັດ ແລະ ຮ່າງແຜນງານແຫ່ງຊາດ: ກອງປະຊຸມເຫັນດີດ້ານຫຼັກ ການຮັບຮອງເອົາ: (1) ຮ່າງດໍາ ລັດວ່າດ້ວຍ ຂອບວຸດທິການສຶກ ສາແຫ່ງຊາດ (2) ຮ່າງດໍາລັດ ວ່າດ້ວຍການປັບໄໝ ແລະ ມາດ ຕະການອື່ນຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການ ຈາລະຈອນທາງບົກ (3) ຮ່າງ ດໍາລັດວ່າດ້ວຍຂໍ້ມູນຂ່າວສານ ຕະຫຼາດແຮງງານ ແລະ (4) ຮ່າງແຜນງານແຫ່ງຊາດ ວ່າດ້ວຍ ຕ້ານການຄ້າມະນຸດໄລຍະ II ປີ 2021-2025 ສະບັບປັບປຸງ. ກອງປະຊຸມ ໄດ້ມອບໃຫ້ຄະນະ ຮັບຜິດຊອບປະສານສົມທົບກັບ ພາກສ່ວນກ່ຽວຂ້ອງນຳເອົາ ການປະກອບຄຳຄິດຄຳເຫັນຂອງ ບັນດາສະມາຊິກລັດຖະບານ ໄປປັບປຸງ, ຮຽບຮຽງຄືນ ເພື່ອໃຫ້ ຮ່າງດຳລັດ ແລະ ແຜນງານແຫ່ງ ຊາດ ດັ່ງກ່າວມີເນື້ອໃນຄົບຖ້ວນ ແລະ ສົມບູນ ພາຍຫຼັງປັບປຸງສໍາ ເລັດແລ້ວ ສົ່ງໃຫ້ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ເພື່ອກວດກາຄືນ ແລະ ສະເໜີທ່ານ ນາຍົກລັດຖະມົນຕີ ເພື່ອພິຈາລະ ນາລົງນາມປະກາດໃຊ້ຕາມລະ ບຽບການ. ເດືອນກໍລະກົດ ປີ 2021 ເປັນ ເດືອນໜຶ່ງທີີ່ມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍດ້ານໂດຍ ສະເພາະການແກ້ໄຂໜີ້ສິນ, ໄພ ເງິນເຟີ້, ຜົນກະທົບຈາກການແຜ່ ລະບາດ ຂອງພະຍາດ ໂຄວິດ-19, ຕົວເລກການຕິດເຊື້ອເພີ່ມຂຶ້ນ ຈາກແຮງງານລາວເດີນທາງກັບ ຄືນປະເທດຈໍານວນຫຼາຍ, ຜົນກະ ທົບຈາກໄພພິບັດທໍາມະຊາດ ຢູ່ ບາງທ້ອງຖິ່ນໃນໄລຍະຕົ້ນລະດູ ຝົນນີີ້ ເຊິ່ງລັດຖະບານ ກໍໄດ້ພະ ຍາຍາມແກ້ໄຂດ້ວຍຄວາມຮັບ ຜິດຊອບສູງ ແລະ ສາມາດປະຄັບ ປະຄອງໄດ້ໃນລະດັບແນ່ນອນ. ຖ້າສົມທຽບໃສ່ຄວາມຮຽກຮ້ອງ ຕ້ອງການຂອງວຽກງານ ໃນ ເງືີ່ອນໄຂໃໝ່ ເຫັນວ່າຍັງມີຫຼາຍ ບັນຫາທີີ່ເລັ່ງທວງໃຫ້ສະມາຊິກ ລັດຖະບານ ຕ້ອງໄດ້ເຊີດຊູຄວາມ ຮັບຜິດຊອບຂອງຕົນຂຶ້ນ. ດັ່ງ ນັ້ນ, ໃນເດືອນສິງຫາ 2021 ນີີ້ ລັດຖະບານ ຈະໄດ້ສຸມໃສ່ວຽກ ງານຕົ້ນຕໍຈຳນວນໜຶ່ງ ດັ່ງນີີ້: 1) ສືບຕໍ່ຈັດຕັ້ງປະຕິບັດວຽກ ງານປ້ອງກັນຊາດ, ປ້ອງກັນ ຄວາມສະຫງົບ, ຮັກສາສະຖຽນ ລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບ ຮ້ອຍ ໃນສັງຄົມຢ່າງຕໍ່ເນືີ່ອງ ໃນທຸກບໍລິເວນລວມທັງ ບໍລິເວນ ຊາຍແດນ ໄປຄຽງຄູ່ກັນກັບການ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາ ເສບຕິດ ໃຫ້ເປັນຮູບປະທໍາໄວຂຶ້ນ. 2) ສືບຕໍ່ຄຸ້ມຄອງເສດຖະ ກິດມະຫາພາກ ໃຫ້ໝັ້ນທ່ຽງ, ແກ້ ໄຂຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນໃຫ້ໜັກ ແໜ້ນ ແລະ ເຂັ້ມແຂງ ເທືີ່ອລະ ກ້າວ, ສຸມໃສ່ຊຸກຍູ້ສົ່ງເສີມການ ລົງທຶນ, ການຜະລິດເປັນສິນຄ້າ, ການຂຸດຄົ້ນແຮ່ເຫຼັກຕາມກົນໄກ ໃໝ່ ແລະ ຕິດຕັ້ງອຸປະກອນການ ກວດກາສິນຄ້ານໍາເຂົ້າ, ສົ່ງອອກ ຢູ່ດ່ານຊາຍແດນ ແລະ ອືີ່ນໆ ໃຫ້ ຮັບປະກັນປະສິດທິພາບ ແລະ ປະ ສິດທິຜົນ. 3) ສືບຕໍ່ສຸມໃສ່ກຽມຄວາມ ພ້ອມຮອບດ້ານ ໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ ໄຂການລະບາດຂອງພະຍາດ ໂຄວິດ-19 ດ້ວຍມາດຕະການ ຕ່າງໆ (ບໍລິຫານ, ທາງການ ແພດ, ເສດຖະກິດ,...) ລວມທັງ ການກະກຽມ ແລະ ຮອງຮັບແຮງ ງານລາວຈໍານວນຫຼາຍທີີ່ກັບຄືນຈາກປະເທດໃກ້ຄຽງ. 4) ສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຂໍ້ຕົກລົງວ່າດ້ວຍ ລະບຽບການ ແລະ ກົນໄກການ ເຮັດວຽກຂອງລັດຖະບານ ຊຸດ ທີ IX, ປັບປຸງກົງຈັກການຈັດ ຕັ້ງຕ່າງໆ ຂອງອົງການບໍລິຫານ ລັດຕິດພັນກັບພາລະບົດບາດ, ສິດ ແລະ ໜ້າທີ່ທັງສາມາດຍົກສູງປະສິດທິພາບຂອງການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ເປັນກ້າວໆ, ຫຼຸດຜ່ອນສິ່ງກີດ ຂວາງຕ່າງໆ ທີີ່ເປັນອຸປະສັກໃຫ້ ແກ່ການພັດທະນາຢູ່ປະເທດເຮົາ. ພ້ອມດຽວກັນນັ້ນ, ກະກຽມ ແລະ ສະເຫຼີມສະຫຼອງວັນລັດຖະທໍາ ມະນູນ ຄົບຮອບ 30 ປີ ຕິດພັນກັບ ການເຜີຍແຜ່, ເຊື່ອມຊຶມເນື້ອໃນ ວັນສໍາຄັນດັ່ງກ່າວ ໃຫ້ທົ່ວປວງ ຊົນຮັບຮູ້, ເຂົ້າໃຈຢ່າງທົ່ວຖິງ. 5) ສືບຕໍ່ກະກຽມເນືີ້ອໃນ ແລະ ເຂົ້າຮ່ວມກອງປະຊຸມສະໄໝ ວິ ສາມັນ ເທື່ອທີ 1 ຂອງສະພາ ແຫ່ງ ຊາດ ຊຸດທີ IX ທີີ່ຈະຈັດຂຶ້ນໃນ ຕົ້ນເດືອນສິງຫາ 2021 ເປັນຕົ້ນ ຮ່າງວາລະແຫ່ງຊາດວ່າດ້ວຍ ການ ແກ້ໄຂຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນ, ຮ່າງ ວາລະແຫ່ງຊາດວ່າດ້ວຍການ ແກ້ໄຂບັນຫາຢາເສບຕິດ, ຮ່າງ ກົດໝາຍ 5 ສະບັບ ແລະ ບົດສະ ຫຼຸບການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ, ແຜນ ງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນ ທ້າຍປີ 2021. 6) ສືບຕໍ່ຮ່ວມມືກັບບັນດາປະ ເທດຕ່າງໆ, ເສີມຂະຫຍາຍສາຍ ພົວພັນກັບບັນດາປະເທດໃກ້ ຄຽງ, ບັນດາປະເທດອາຊຽນ ແລະ ບັນດາປະເທດອືີ່ນໆ ລວມທັງອົງ ການຈັດຕັ້ງສາກົນ ເພືີ່ອຍາດ ແຍ່ງເອົາການຮ່ວມມື, ຊ່ວຍເຫຼືອ ນັບທັງປະຕິບັດບັນດາ ຂໍ້ຕົກລົງ ທີີ່ລັດຖະບານໄດ້ເຊັນສັນຍາຮ່ວມ ມືກັບປະເທດຕ່າງໆ ໃຫ້ມີຜົນສໍາ ເລັດເປັນກ້າວໆ. 7) ໃຫ້ບັນດາທ່ານສະມາຊິກ ລັດຖະບານ ຕະຫຼອດອົງການ ປົກຄອງທ້ອງຖິ່ນຫັນເປັນແຜນ ປະຕິບັດງານລະອຽດ ແລະ ຈັດ ຕັ້ງປະຕິບັດບັນດາວຽກຈຸດສຸມ ພາຍໃຕ້ຄວາມຮັບຜິດຊອບຂອງ ຕົນໃຫ້ມີປະສິດທິຜົນ ແລະ ບັນ ລຸຕາມຄາດໝາຍທີີ່ວາງໄວ້. ເພື່ອໃຫ້ທິດທາງວຽກຈຸດສຸມ ໃນເດືອນສິງຫາ ປີ 2021 ໄດ້ຮັບ ການຈັດຕັ້ງປະຕິບັດຢ່າງ ເປັນຮູບ ປະທໍາຕົວຈິງ, ກອງປະຊຸມ ໄດ້ ຮຽກຮ້ອງໃຫ້ບັນດາທ່ານສະ ມາຊິກລັດຖະບານ, ອົງການປົກ ຄ້ອງທ້ອງຖິ່ນຕະຫຼອດຮອດ ພະນັກງານ, ນັກຮົບ, ປະຊາຊົນ ບັນດາເຜົ່າ, ຊັ້ນຄົນຕ່າງໆ ໃນ ທົ່ວປະເທດ ສືບຕໍ່ເສີມຂະຫຍາຍ ມູນເຊື້ອອັນດີຂອງຕົນ ແລະ ຮ່ວມ ກັນຈັດຕັ້ງປະຕິບັດແຜນຈຸດສຸມ ໃນເດືອນ ສິງຫາ ປີ 2021 ໃຫ້ ໄດ້ຮັບຜົນສໍາເລັດຢ່າງຈົບງາມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ