ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບລົງຊີ້ນຳຕິດຕາມ ທີມນັກກີລາ ເຫຼົ່າຮົບຊ່າງແສງ
ເວລາອອກຂ່າວ: 2021-07-29 08:29:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 181 | ຄວາມນິຍົມ:



ວັນທີ 23 ກໍລະກົດ 2021 ນີ້, ສະຫາຍ ພົນຈັດຕະວາ ສາຍ ໃຈ ກົມມະສິດ ກຳມະການຄະນະ ປະຈຳພັກກະຊວງປ້ອງກັນປະ ເທດ ຮອງຫົວໜ້າກົມໃຫຍ່ເສນາ ທິການກອງທັບ ທັງເປັນຫົວໜ້າ ຊີ້ນຳການແຂ່ງຂັນໄດ້ລົງຊີ້ນຳຕິດຕາມທິມນັກກີລາເຫຼົ່າຮົບຊ່າງ ແສງຢູ່ສະໜາມຫັດແອບກອງ ພັນຂ້າມຜ່ານ 588 ເພື່ອກະກຽມ ເຂົ້າຮ່ວມການແຂ່ງຂັນກີລາການທະຫານສານາໆຊາດ ອາມີເກມ ( ARMY GAMES 2021 ) ຢູ່ສະຫະພັນຣັດເຊຍ ແລະ ສສ ຫວຽດນາມ. ສະຫາຍ ພັນໂທ ອານຸສັກ ພົມ ວົງສາ ຫົວໜ້າພະແນກອົບຮົມ- ສູ້ຮົບຄະນະຮັບຜິດຊອບຄູເຝິກ ທິມນັກກີລາການທະຫານເຫຼົ່າຮົບ ຊ່າງແສງກົມໃຫຍ່ເສນາທິການ ກອງທັບ ໄດ້ລາຍງານກ່ຽວກັບ ການເຝິກຊ້ອມວ່າ: ພາຍຫຼັງໄດ້ ຮັບຄຳສັ່ງແຈ້ງການຂອງຂັ້ນເທິງ ໃຫ້ສ້າງແຜນການກ່ຽວກັບການ ກະກຽມເຝິກຊ້ອມກີລາການທະ ຫານເຫຼົ່າຮົບຊ່າງແສງ (ARMYGAMES 2021) ເຊິ່ງຈະ ໄດ້ຈັດຂຶ້ນທີ່ ສ.ຣັດເຊຍ ໃນຄັ້ງນີ້. ເພື່ອເປັນກະກຽມຄວາມພ້ອມ ຮອບດ້ານຂອງທິມນັກກິລາແຕ່ ລະສະຫາຍໃຫ້ມີຄວາມຊຳນານ ຄ່ອງແຄ້ວ, ທັງເປັນການວັດແທກ ລະດັບຄວາມຮູ້ຄວາມສາມາດ ທາງດ້ານເຕັກນິກການທະຫານ ເຫຼົ່າຮົບວິຊາສະເພາະຊ່າງແສງ ຂອງແຕ່ລະພາກສ່ວນ ເຊັ່ນ : ພາກ ສ່ວນເຕັກນິກ ແລະ ພາກສ່ວນ ກວດກູ້ມີນຜ່ານສິ່ງກີດຂວາງ ຕ່າງໆຜ່ານການອົບຮົມພາກທິດ ສະດີ ແລະ ພາກປະຕິບັດຕົວຈິງ ເປັນເວລາ 01 ເດືອນ ເຫັນວ່າທິມ ກີລາເຫຼົ່າຮົບຊ່າງແສງສາມາດ ກຳບົດຮຽນໄດ້ດີ. ການເຂົ້າຮ່ວມແຂ່ງຂັນກີລາ ການທະຫານ(ARMYGA ME S2021) ຂອງເຫຼົ່າຮົບຊ່າງແສງ ໃນຄັ້ງນີ້ຈະເຂົ້າຮ່ວມແຂ່ງຂັນປະ ເພດກິລາ (SAFE ROUTE) ຫຼືເອີ້ນວ່າ : (ເສັ້ນທາງທີ່ປອດ ໄພ) ແລະ ໄດ້ປະກອບມີ 02 ພາກ ສ່ວນຄື: ພາກສ່ວນພາຫະພາເຕັກ ນິກ ແລະ ພາກສ່ວນເກັບກູ້ມີນ, ພາກສ່ວນເຕັກນິກ ປະກອບມີ 01 ຈຸມີຈຳນວນພົນ 12 ສະຫາຍ, ພາ ຫະນະທີ່ນຳເຂົ້າມາເຝິກອົບຮົມ ໃນຄັ້ງນີ້ປະກອບມີ ລົດກ່າຍຂົວ TMM-3 ຈຳນວນ 03 ຄັນ, ລົດ PTS ຈຳນວນ 02 ຄັນ. ມີໜ້າທີ່ ຮັບປະກັນກ່າຍຂົວຂ້າມຜ່ານແມ່ ນ້ຳ, ຜ່ານສີ່ງກິດຂວາງຕ່າງໆ, ສ່ວນຈຸນັກ ກວດ-ກູ້ ມິນ ປະກອບມີ 01 ຈຸ, ມີຈຳນວນພົນ 05 ສະຫາຍ, ປະກອບມີຈັກກວດມີນ 05 ເຄື່ອງ, ເຮັດໜ້າທີ່ທຳລາຍສີ່ງກີດຂວາງ, ກວດກູ້ມີນ ຕາມເສັ້ນທາງເຄື່ອນ ທັບ ແລະ ຮັບປະກັນຄວາມປອດ ໄພໃຫ້ແກ່ບັນດາພາຫະນະຕ່າງໆ ທີ່ເຄື່ອນທັບເຂົ້າພາກສະໜາມ. ໂອກາດນີ້, ສະຫາຍ ພົນຈັດ ຕະວາ ສາຍໃຈ ກົມມະສິດ ກໍໄດ້ ມີຄຳເຫັນເນັ້ນໜັກໃຫ້ຄະນະຮັບ ຜິດຊອບ ແລະ ວິຊາການຕ້ອງເອົາ ໃຈໃສ່ທາງດ້ານເຕັກນິກການທະ ຫານ ແລະ ວິຊາສະເພາະເຫຼົ່າຮົບ ຊ່າງແສງໂດຍອີງໃສ່ເງືອນໄຂ ພູມມີປະເທດຕົວຈິງຂອງພາກ ສະໜາມ. ພ້ອມກັນນັ້ນ ຕ້ອງເອກະ ພາບກັນລະຫວ່າງຜູ້ບັນຊາ ແລະ ພະນັກງານ-ນັກຮົບບົນພື້ນຖານ ອົບຮົມ-ຫັດແອບຕາມແຜນການ ທີ່ໄດ້ກຳກົດໄວ້ໃຫ້ມີຄວາມປອດ ໄພ 100% , ເອົາໃຈໃສ່ຄວາມສາ ມັກຄີໃຫ້ເປັນປຶກແຜນແໜ້ນໜ້າ ເຂົ້າໃນການເຝິກຊ້ອມ ກໍຄືໃນ ໄລຍະເຂົ້າຮ່ວມໃນການແຂ່ງຂັນ ອາມີເກມ 2021 ໃຫ້ມີຜົນສຳ ເລັດຕາມລະດັບຄາດໝາຍ ແລະ ພ້ອມກັນຍາດເອົາກຽດຕິຄຸນ ແລະ ຊື່ສຽງມາສູ່ກອງທັບປະຊາ ຊົນລາວ. ໂດຍ: ເກນ ວິໄລສານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ