ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ວປກ ປິດຊຸດອົບຮົມ-ຫັດແອບທະຫານໃໝ່ ຊຸດທີ I
ເວລາອອກຂ່າວ: 2021-07-28 09:09:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 124 | ຄວາມນິຍົມ:



ວັນທີ 23 ກໍລະກົດ 2021 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ປິດຊຸດ ອົບຮົມ-ຫັດແອບທະຫານ ໃໝ່ ຊຸດທີ I ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ປອ ສົງກາ ບຸນຄຸນ ຮອງຫົວໜ້າການ ທະຫານ ຫົວໜ້າກົມອົບຮົມ-ກໍ່ ສ້າງ ວປກ, ມີຄະນະພັກ-ຄະນະ ບັນຊາ, ຄູ-ອາຈານ ແລະ ພະນັກ ງານ-ນັກຮົບທະຫານໃໝ່ເຂົ້າ ຮ່ວມ. ສະຫາຍ ພັນໂທ ແອນ້ອຍ ແສງມະນີ ຮອງຫົວໜ້າຫ້ອງ ການ ວປກ ໄດ້ຂຶ້ນຜ່ານບົດສະ ຫຼຸບບັ້ນເຝິກອົບຮົມ-ຫັດແອບທະ ຫານໃໝ່ສົກປີ 2021 ຂອງວິທະ ຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເຊິ່ງໄດ້ຈັດຕັ້ງປະຕິ ບັດຕາມແຜນການອົບຮົມ-ຫັດ ແອບມາແຕ່ວັນທີ 11 ມີນາ 2021 ເຊິ່ງມີຈຳນວນທະຫານໃໝ່ທັງ ໝົດ 26 ສະຫາຍ, ຍິງ 4 ສະຫາຍ ຜ່ານການອົບຮົມ-ຫັດແອບຕົວ ຈິງໃນໄລຍະເວລາ 90 ວັນ ສາ ມາດຕີລາຄາຜົນໄດ້ຮັບຄື: ພາກ ວິຊາທິດສະດີການເມືອງບັນລຸໄດ້ 77%, ວິຊາລະບຽບ-ງົດງາມ 76,91%, ວິຊາກີລາການທະ ຫານ 76,91%, ວິຊາທິດສະດີ ມ້າງ-ປະກອບປືນ 77%, ວິຊາ ຍຸດທະວິທີ 73,07%, ວິຊາສິລະ ປະຍຸດ 99%, ສັງລວມແລ້ວເຫັນ ວ່າການອົບຮົມ-ຫັດແອບແມ່ນ ໄດ້ບັນລຸຕາມຄາດໝາຍທີ່ວາງ ໄວ້ ແລະ ມີຄວາມສະຫງົບປອດ ໄພ 100%. ໃນໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ປອ ສົງກາ ບຸນຄຸນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ມັນແມ່ນຄວາມຮັບຜິດຊອບສູງ, ຄວາມເປັນເຈົ້າການໃນການບັນ ຊາ, ຄຸ້ມຄອງ, ການຖ່າຍທອດ ຄວາມຮູ້ຂອງຄູ-ອາຈານ ແລະ ຄວາມເອົາໃຈໃສ່ຂອງທະຫານ ໃໝ່ ເຮັດໃຫ້ບັ້ນເຝິກອົບຮົມມີຜົນສຳເລັດສູງ, ພ້ອມນັ້ນຍັງໄດ້ເນັ້ນ ໜັກໃຫ້ທະຫານໃໝ່ ຈົ່ງເອົາໃຈ ໃສ່ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີ ຄຸນສົມບັດສິນທຳປະຕິວັດ, ຕັ້ງ ໜ້າປະກອບສ່ວນເຂົ້າໃນວຽກ ງານປັບກໍ່ສ້າງກົມກອງໃຫ້ມີ ຄວາມເຂັ້ມແຂງ-ໜັກແໜ້ນ, ເປັນ ແບບຢ່າງທີ່ດີໃນການປະຕິບັດລະບຽບວິໄນຂອງກອງທັບ ກໍຄືຂອງກົມກອງວາງອອກຢ່າງ ເຂັ້ມງວດ, ນຳເອົາບົດຮຽນ ຕ່າງໆທີ່ໄດ້ຮ່ຳຮຽນໄປຈັດຕັ້ງຜັນ ຂະຫຍາຍຢ່າງມີຫົວຄິດປະດິດ ສ້າງເຮັດໃຫ້ກົມກອງມີໃບໜ້າ ໃໝ່. ໂດຍ: ພິດສະໄໝ ແກ້ວມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ