ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກົມໃຫຍ່ເສນາທິການກອງທັບ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ສະຫຼຸບການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັ້ກແໜ້ນ
ເວລາອອກຂ່າວ: 2021-07-28 09:08:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 134 | ຄວາມນິຍົມ:



ວັນທີ 26 ກໍລະກົດ 2021 ນີ້, ກົມໃຫຍ່ເສນາທິການກອງ ທັບ ໄດ້ຈັດກອງປະຊຸມເຜີຍແຜ່ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດ ຄັ້ງທີ XI ຂອງພັກ ແລະ ສະຫຼຸບຕີລາຄາການກໍ່ສ້າງໜ່ວຍ ພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2021 ແລະ ວາງທິດ ທາງແຜນການ ປະຈໍາປີ 2022, ໂດຍການເປັນປະທານ ແລະ ເຜີຍ ແຜ່ຂອງ ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ກໍາມະການຄະ ນະພັກກະຊວງປ້ອງກັນປະເທດ ຮອງເລຂາຄະນະພັກ ຮອງຫົວ ໜ້າກົມໃຫຍ່ເສນາທິການກອງ ທັບ, ມີຄະນະກົມ, ຄະນະໜ່ວຍ ພັກ, ຄະນະພັກຮາກຖານ, ພະແນກການ ຕະຫຼອດຮອດພະນັກ ງານສະມາຊິກພັກ ເຂົ້າຮ່ວມ. ບັນດາເອກະສານທີ່ນໍາມາເຜີຍ ແຜ່ເຊື່ອມຊຶມໃນຄັ້ງນີ້ລວມມີ ມະຕິກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XI ຂອງພັກ ປະຊາຊົນປະຕິວັດລາວ, ບົດລາຍ ງານການເມືອງຂອງຄະນະບໍລິ ຫານງານສູນກາງພັກສະໄໝ ທີ X ຕໍ່ກອງປະຊຸມຜູ້ແທນທົ່ວ ປະເທດ,ມະຕິວ່າດ້ວຍການຍົກ ສູງຄຸນະພາບການເມືອງ-ແນວ ຄິດໃນໄລຍະໃໝ່ ແລະ ມະຕິວ່າດ້ວຍການເພີ່ມທະວີການນໍາພາຂອງພັກຕໍ່ວຽກງານວັດທະນະທໍາໃນໄລຍະໃໝ່, ເອກະສານຜັນ ຂະຫຍາຍແຜນພັດທະນາເສດ ຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ຄໍາ ແນະນໍາກ່ຽວກັບການຈັດຕັ້ງປະ ຕິບັດກົດລະບຽບພັກປະຊາຊົນ ປະຕິວັດລາວສະໄໝທີ XI ເຊິ່ງ ເນື້ອໃນເອກະສານໄດ້ຍົກໃຫ້ເຫັນ ສະພາບການ ຈັດຕັ້ງປະຕິບັດ ດ້ານດີ ແລະ ຜົນສໍາເລັດຂອງວຽກ ງານການເມືອງ-ແນວຄິດໃນໄລ ຍະໃໝ່, ທັດສະນະພື້ນຖານ, ທິດ ທາງລວມ, ຄາດໝາຍສູ້ຊົນ, ໜ້າ ທີ່ຕົ້ນຕໍຂອງພັກ ແລະ ມາດຕະ ການຈັດຕັ້ງປະຕິບັດເພື່ອເຮັດ ໃຫ້ຄະນະພັກ-ຄະນະບັນຊາແຕ່ ລະຂັ້ນ ພະນັກງານ, ສະມາຊິກ ພັກ-ນັກຮົບ ເຂົ້າໃຈເຊື່ອມຊຶມ ແລະ ກໍາແໜ້ນບັນດາມະຕິເອ ກະສານຂອງກົມການເມືອງສູນ ກາງພັກ ເພື່ອນໍາໄປຈັດຕັ້ງຜັນຂະ ຫຍາຍເຂົ້າໃນວຽກງານຕົວຈິງ. ພ້ອມດຽວກັນນັ້ນກອງປະຊຸມ ຍັງໄດ້ສະຫຼຸບຕີລາຄາການກໍ່ສ້າງ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກ ແໜ້ນ ໂດຍ ສະຫາຍ ພັນໂທ ເທບ ພະພອນ ຫອມດີ ຄະນະໜ່ວຍ ພັກຫ້ອງການເມືອງ ຮອງຫົວ ໜ້າຫ້ອງການເມືອງກົມໃຫຍ່ເສ ນາທິການ ໄດ້ຂຶ້ນຜ່ານບົດສະ ຫຼຸບຕີລາຄາຄຸນນະພາບການກໍ່ ສ້າງກົມກອງ-ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນຢູ່ທົ່ວກົມ ໃຫຍ່ເສນາທິການປະຈໍາປີ 2020 ເຊິ່ງໄດ້ຍົກໃຫ້ເຫັນຜົນງານຫຼາຍ ດ້ານທີ່ພົ້ນເດັ່ນ, ໃນ 1 ປີຜ່ານມາ ສະພາບຖັນແຖວສະມາຊິກພັກ ຢູ່ທົ່ວກົມໃຫຍ່ເສນາທິການຍັງ ມີຄຸນທາດການເມືອງ, ຄຸນສົມ ບັດສິນທໍາປະຕິວັດຢ່າງໜັກ ແໜ້ນ, ການກະກຽມໃຫ້ໂຄງການ 01728 ກອບກູ້ໄພພິບັດທາງ ທໍາມະຊາດຢູ່ພາກກາງ, ພາກໃຕ້ ການແກ້ໄຂສະພາບເຂດໃຈກາງມີຄວາມສະຫງົບ, ບັນດາວຽກ ອື່ນໆກໍໄດ້ຮັບການນໍາພາຈັດຕັ້ງ ປະຕິບັດສໍາເລັດຕາມແຜນການ ຂອງບັນດາກົມ, ຫ້ອງການ ແລະ ບັນດາກົມກອງຮາກຖານທີ່ຂຶ້ນ ກັບກົມໃຫຍ່ເສນາທິການ. ຜ່ານການກວດກາຕີລາຄາ, ຈັດແບ່ງປະເພດຄຸນນະພາບຕາມ 5 ເນື້ອໃນສາມາດຄັດເລືອກໄດ້ ຄືຄຸນນະພາບຂອງໜ່ວຍພັກ ໜ່ວຍພັກເອກະລາດ ເປັນໜ່ວຍ ພັກແຂງ 23 ໜ່ວຍ, ໜ່ວຍພັກ ຂຶ້ນກັບຄະນະພັກຮາກຖານເປັນ ໜ່ວຍພັກແຂງ 8 ໜ່ວຍ, ຄຸນ ນະພາບຂອງສະມາຊິກພັກ ສະ ມາຊິກພັກແຂງ 3,714 ສະຫາຍ, ຍິງ 695 ສະຫາຍ, ກາງ 184 ສະຫາຍ, ຍິງ 20 ສະຫາຍ. ພ້ອມນັ້ນຍັງໄດ້ມອບໃບຢັ້ງຢືນ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນໃຫ້ 15 ກົມ 3 ຫ້ອງ ການ ຢ່າງສົມກຽດ. ໂດຍ: ເກດຕະວັນ ໄຊຍະສົມບັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ