ໂຮງຮຽນກໍ່ສ້າງນາຍສິບເລກ 1 ມອບປະກາສະນີຍະບັດໃຫ້ນັກຮຽນນາຍສິບຊຸດທີ 34
ເວລາອອກຂ່າວ: 2021-07-28 08:58:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 122 | ຄວາມນິຍົມ:
ວັນທີ 23 ກໍລະກົດ ນີ້, ໂຮງ
ຮຽນກໍ່ສ້າງນາຍສິບ ເລກ 1 ກອງ
ທັບ, ໄດ້ຈັດພິທີມອບປະກາສະ
ນີຍະບັດໃຫ້ນັກຮຽນກໍ່ສ້າງນາຍ
ສິບ ຊຸດທີ 34 ປະຈຳສົກຮຽນ
2020-2021, ໂດຍການເຂົ້າ
ຮ່ວມຂອງ ສະຫາຍ ພົນຈັດຕະ
ວາ ພັນແສງ ບຸນພັນ ກຳມະການ ຄະນະພັກກະຊວງປ້ອງກັນປະ ເທດ ຮອງຫົວໜ້າກົມໃຫຍ່ເສນາ ທິການກອງທັບ, ມີສະຫາຍ ພັນ
ເອກ ເພັດສະຫວ່າງ ຫຼ້າວົງຄຳ
ຫົວໜ້າກົມໂຮງຮຽນ ກົມໃຫຍ່ ເສນາທິການກອງທັບ, ມີຜູ້ຕາງ
ໜ້າກົມກ່ຽວຂ້ອງ, ຄະນະພັກ-ຄະ
ນະອຳນວຍການໂຮງຮຽນ, ພະ
ນັກງານ, ຄູ-ອາຈານ ແລະ ນັກ
ຮຽນ ເຂົ້າຮ່ວມ.
ສະຫາຍ ພັນເອກ ບຸນທັນ
ແຕງອ່ອນສີ ກຳມະການຄະນະ
ພັກໂຮງຮຽນ ຫົວໜ້າຫ້ອງເສ
ນາ-ອົບຮົມ ໂຮງຮຽນດັ່ງກ່າວໄດ້
ສະຫຼຸບຕີລາຄາຄືນຜ່ານການ
ຈັດຕັ້ງປະຕິບັດໂຄງການຫຼັກສູດ ກໍ່ສ້າງນາຍສິບທະຫານຮາບ ຊຸດ ທີ 34 ປະຈຳສົກຮຽນ 2020-
2021, ຍົກໃຫ້ເຫັນສະພາບການ
ຮຽນ-ການສອນທີ່ມີທັງຂໍ້ສະ
ດວກ ແລະ ດ້ານຫຍຸ້ງຍາກເປັນ
ຕົ້ນ: ຄະນະພັກ-ຄະນະບັນຊາແຕ່
ລະຂັ້ນໄດ້ເອົາໃຈໃສ່ຊີ້ນໍາຢ່າງໃກ້
ຊິດຕິດແທດ, ສ່ວນຄູ-ອາຈານໄດ້
ເອົາໃຈໃສ່ສິດສອນສົ່ງຄວາມຮູ້
ໃຫ້ແກ່ນັກຮຽນດ້ວຍຄວາມຮັບ
ຜິດຊອບສູງ ແລະ ນັກຮຽນກໍໄດ້
ເປັນເຈົ້າການຄົ້ນຄວ້າຮໍ່າຮຽນ,
ປະຕິບັດຂໍ້ກຳນົດ, ກົດລະບຽບ ຂອງກອງທັບ ກໍຄືຂອງໂຮງຮຽນ
ວາງອອກຢ່າງເຂັ້ມງວດ ເຖິງຈະ
ພົບກັບສະພາບສິ່ງແວດລ້ອມດິນ
ຟ້າອາກາດບໍ່ເອື້ອອຳນວຍບວກ
ກັບການລະບາດຂອງພະຍາດ
ໂຄວິດ-19, ສະໜາມຫັດແອບບໍ່
ທັນໄດ້ມາດຕະຖານ ລວມທັງວັດ
ຖຸຮັບໃຊ້ຈໍານວນໜຶ່ງບໍ່ທັນຕອບ ສະໜອງໄດ້ຕາມຄວາມຮຽກ
ຮ້ອງຕ້ອງການ ແຕ່ແນວໃດກໍ
ຕາມ ຄະນະຮັບຜິດຊອບ ຕະຫຼອດ ຮອດຄູ-ອາຈານ ແລະ ນັກຮຽນ ກໍໄດ້ພ້ອມກັນອົດທົນຜ່ານຜ່າ, ຕັ້ງ
ໜ້າປະຕິບັດໂຄງການຫຼັກສູດ ການຮຽນ-ການສອນສໍາເລັດ
ຕາມແຜນການທີ່ວາງໄວ້, ສໍາລັບ
ການກໍ່ສ້າງນັກຮຽນນາຍສິບ ຊຸດ
ທີ 34 ມີນັກຮຽນທັງໝົດ 294
ສະຫາຍ, ມາຈາກກົມກອງກຳລັງ
ຫຼວງ 203 ສະຫາຍ ແລະ ກຳລັງ
ທ້ອງຖິ່ນ 91 ສະຫາຍ, ສາມາດຕີລາຄາຜົນໄດ້ຮັບຂັ້ນເກັ່ງກວມ
ເອົາ 7,48%, ຂັ້ນກາງກວມເອົາ 91,83% ແລະ ລະດັບຄາດໝາຍ 0,68%. ໂອກາດດຽວກັນນີ້, ຍັງ
ໄດ້ມອບໜ້າທີ່ບັນຊາຫົວໜ້າໝູ່ ໃຫ້ 88 ສະຫາຍ, ບັນຊາຂັ້ນຮອງ
ຫົວໜ້າໝູ່ 150 ສະຫາຍ, ປະກາດ
ເລື່ອນຊັ້ນໃຫ້ນັກຮຽນຈາກຊັ້ນ
ສິບໂທ ຂຶ້ນ ສິບເອກ ຈໍານວນ 68 ສະຫາຍ, ຈາກສິບຕີ ຂຶ້ນ ສິບເອກ 196 ສະຫາຍ. ຈາກນັ້ນ, ກໍໄດ້
ມອບປະກາສະນີຍະບັດໃຫ້ແກ່ນັກ ຮຽນນາຍສິບທີ່ສໍາເລັດການອົບ
ຮົມຄັ້ງນີ້ຢ່າງສົມກຽດ.
ໂດຍ: ນ້ອຍຈັນໄພ ແກ້ວວັນເຮືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ