ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງຮຽນກໍ່ສ້າງນາຍສິບເລກ 1 ມອບປະກາສະນີຍະບັດໃຫ້ນັກຮຽນນາຍສິບຊຸດທີ 34
ເວລາອອກຂ່າວ: 2021-07-28 08:58:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 119 | ຄວາມນິຍົມ:



ວັນທີ 23 ກໍລະກົດ ນີ້, ໂຮງ ຮຽນກໍ່ສ້າງນາຍສິບ ເລກ 1 ກອງ ທັບ, ໄດ້ຈັດພິທີມອບປະກາສະ ນີຍະບັດໃຫ້ນັກຮຽນກໍ່ສ້າງນາຍ ສິບ ຊຸດທີ 34 ປະຈຳສົກຮຽນ 2020-2021, ໂດຍການເຂົ້າ ຮ່ວມຂອງ ສະຫາຍ ພົນຈັດຕະ ວາ ພັນແສງ ບຸນພັນ ກຳມະການ ຄະນະພັກກະຊວງປ້ອງກັນປະ ເທດ ຮອງຫົວໜ້າກົມໃຫຍ່ເສນາ ທິການກອງທັບ, ມີສະຫາຍ ພັນ ເອກ ເພັດສະຫວ່າງ ຫຼ້າວົງຄຳ ຫົວໜ້າກົມໂຮງຮຽນ ກົມໃຫຍ່ ເສນາທິການກອງທັບ, ມີຜູ້ຕາງ ໜ້າກົມກ່ຽວຂ້ອງ, ຄະນະພັກ-ຄະ ນະອຳນວຍການໂຮງຮຽນ, ພະ ນັກງານ, ຄູ-ອາຈານ ແລະ ນັກ ຮຽນ ເຂົ້າຮ່ວມ. ສະຫາຍ ພັນເອກ ບຸນທັນ ແຕງອ່ອນສີ ກຳມະການຄະນະ ພັກໂຮງຮຽນ ຫົວໜ້າຫ້ອງເສ ນາ-ອົບຮົມ ໂຮງຮຽນດັ່ງກ່າວໄດ້ ສະຫຼຸບຕີລາຄາຄືນຜ່ານການ ຈັດຕັ້ງປະຕິບັດໂຄງການຫຼັກສູດ ກໍ່ສ້າງນາຍສິບທະຫານຮາບ ຊຸດ ທີ 34 ປະຈຳສົກຮຽນ 2020- 2021, ຍົກໃຫ້ເຫັນສະພາບການ ຮຽນ-ການສອນທີ່ມີທັງຂໍ້ສະ ດວກ ແລະ ດ້ານຫຍຸ້ງຍາກເປັນ ຕົ້ນ: ຄະນະພັກ-ຄະນະບັນຊາແຕ່ ລະຂັ້ນໄດ້ເອົາໃຈໃສ່ຊີ້ນໍາຢ່າງໃກ້ ຊິດຕິດແທດ, ສ່ວນຄູ-ອາຈານໄດ້ ເອົາໃຈໃສ່ສິດສອນສົ່ງຄວາມຮູ້ ໃຫ້ແກ່ນັກຮຽນດ້ວຍຄວາມຮັບ ຜິດຊອບສູງ ແລະ ນັກຮຽນກໍໄດ້ ເປັນເຈົ້າການຄົ້ນຄວ້າຮໍ່າຮຽນ, ປະຕິບັດຂໍ້ກຳນົດ, ກົດລະບຽບ ຂອງກອງທັບ ກໍຄືຂອງໂຮງຮຽນ ວາງອອກຢ່າງເຂັ້ມງວດ ເຖິງຈະ ພົບກັບສະພາບສິ່ງແວດລ້ອມດິນ ຟ້າອາກາດບໍ່ເອື້ອອຳນວຍບວກ ກັບການລະບາດຂອງພະຍາດ ໂຄວິດ-19, ສະໜາມຫັດແອບບໍ່ ທັນໄດ້ມາດຕະຖານ ລວມທັງວັດ ຖຸຮັບໃຊ້ຈໍານວນໜຶ່ງບໍ່ທັນຕອບ ສະໜອງໄດ້ຕາມຄວາມຮຽກ ຮ້ອງຕ້ອງການ ແຕ່ແນວໃດກໍ ຕາມ ຄະນະຮັບຜິດຊອບ ຕະຫຼອດ ຮອດຄູ-ອາຈານ ແລະ ນັກຮຽນ ກໍໄດ້ພ້ອມກັນອົດທົນຜ່ານຜ່າ, ຕັ້ງ ໜ້າປະຕິບັດໂຄງການຫຼັກສູດ ການຮຽນ-ການສອນສໍາເລັດ ຕາມແຜນການທີ່ວາງໄວ້, ສໍາລັບ ການກໍ່ສ້າງນັກຮຽນນາຍສິບ ຊຸດ ທີ 34 ມີນັກຮຽນທັງໝົດ 294 ສະຫາຍ, ມາຈາກກົມກອງກຳລັງ ຫຼວງ 203 ສະຫາຍ ແລະ ກຳລັງ ທ້ອງຖິ່ນ 91 ສະຫາຍ, ສາມາດຕີລາຄາຜົນໄດ້ຮັບຂັ້ນເກັ່ງກວມ ເອົາ 7,48%, ຂັ້ນກາງກວມເອົາ 91,83% ແລະ ລະດັບຄາດໝາຍ 0,68%. ໂອກາດດຽວກັນນີ້, ຍັງ ໄດ້ມອບໜ້າທີ່ບັນຊາຫົວໜ້າໝູ່ ໃຫ້ 88 ສະຫາຍ, ບັນຊາຂັ້ນຮອງ ຫົວໜ້າໝູ່ 150 ສະຫາຍ, ປະກາດ ເລື່ອນຊັ້ນໃຫ້ນັກຮຽນຈາກຊັ້ນ ສິບໂທ ຂຶ້ນ ສິບເອກ ຈໍານວນ 68 ສະຫາຍ, ຈາກສິບຕີ ຂຶ້ນ ສິບເອກ 196 ສະຫາຍ. ຈາກນັ້ນ, ກໍໄດ້ ມອບປະກາສະນີຍະບັດໃຫ້ແກ່ນັກ ຮຽນນາຍສິບທີ່ສໍາເລັດການອົບ ຮົມຄັ້ງນີ້ຢ່າງສົມກຽດ. ໂດຍ: ນ້ອຍຈັນໄພ ແກ້ວວັນເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ